ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-29 20:53:14    
ຝ່າຍ​ທະ​ຫານ​ຟີ​ລິບ​ປິນ​ເຫັນ​ວ່າ​ແມ່ນ​ອົງ​ການ​ອາ​ປູ​ຊາ​ເຢັຟ​ໄດ້​ກໍ່​ເຫດ​ການ​ລະ​ເບີດ​ເຮຶອ​ໂດຍ​ສານ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ29​ສິງຫາ,​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ມາ​ນີລາ,ທ່ານ​ຊັນ​ກາ ​ຫົວໜ້າກົມ​ໃຫຍ່​​ເສນາ​ທິການ​ກອງ​ປະກອບ​ອາວຸດ​ຟີ​ລິບ​ປິນກ່າວ​ວ່າ,​ເຫດການ​ລະ​ເບີດ​ເຮືອ​ໂດຍສານ​ທີ່​ເກີດ​ຂຶ້ນ​ຢູ່​ພາກ​ໃຕ້​ຟີ​ລິບ​ປິນໃນ​ວັນ​ທີ28ສິງຫາ​ແມ່ນ​ການ​ຫຼອນ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍທີ່​ອົງການ​ອາ​ປູຊາ​ເຢັຟ​ເປັນ​ຜູ້ກໍ່​ຂຶ້ນ.

ໃນ​ມື້​ດຽວ​ກັນ,ທ່ານ​ນາງ​ອາ​ໂລ​ໂຢ ປະທານາທິບໍດີ​ຟີ​ລິບ​ປິນ​ໄດ້​ກ່າວ​ປະນາມ​ວ່າ,​ເຫ​ດການ​ຫຼອນ​ໂຈມ​ຕີ​ດັ່ງກ່າວ​ແມ່ນ​ອາ​ຊະ​ຍາ​ກຳ​ທີ່​ຕ້ານ​ສັນຕິພາບ​ແລະມະ​ນຸດ​ສະຍະ​ພາບ,​ແລະ​ສັ່ງ​ໃຫ້​ກອງ​ທະຫານ​ແລະ​ຕຳຫຼວດ​ອອກ​ແຮງ​ສຸດ​ຂີດ​ຊອກ​ຈັບ​ຜູ້​ຕ້ອງ​ຫາ.

ຕອນ​ຮຸ່ງ​ເຊົ້າ​ວັນ​ທີ28​ສິງຫາ,​ເຮືອ​ໂດຍສານ​ລຳ​ໜຶ່ງທີ່​ບັນທຸກ​ຜູ້​ໂດຍສານ​ຫຼາຍ​ຮ້ອຍ​ກວ່າ​ຄົນ​ໄດ້ລະ​ເບີດ​ຢູ່​ທ່າ​ກ່ຳປັ່ນ​ແຫ່ງ​ໜຶ່ງ​ທີ່​ພາກ​ໃຕ້​ຟີ​ລິບ​ປິນ,ຢ່າງ​ໜ້ອຍ​ມີ30​ບາດ​ເຈັບ.ຈົນ​ຮອດ​ປັດຈຸບັນ,ຍັງ​ບໍ່​ທັນ​ມີຜູ້​ໃດ​ຫຼື​ອົງການ​ໃດໆ​​ເວົ້າ​ວ່າ​ຮັບຜິດຊອບເລື່ອງນີ້.