ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-29 20:56:20    
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອິສ​ຣາ​ແອນ​ກ່າວ​ວ່າ​ການ​ຖອນ​ອອກ​​ແຕ່​ຝ່າຍ​ດຽວ​ຈະ​ກາຍ​ເປັນ​ແບບ​ຢ່າງ​ໃນ​ການ​ເຄື່ອນ​ໄຫວ​ພາຍ​ໜ້າ

cri
ຕາມ​ຂ່າວCRI,ວັນ​ທີ29​ສິງຫາ,ທ່ານ​ຊາ​​ໂລມ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອິສຣາ​ແອນ​ໄດ້​ໃຫ້​ສຳ​ພາດ​ຕໍ່​ໂທລະພາບ​ວ່າ,ຖ້າ​ຫາກ​ສະຖານະ​ການ​ປາ​ເລັສຕິ​ນອິສຣາ​ແອນ​ສາມາດ​ຮັກສາ​ຄວາມ​ສະ​ຫງົບ​ຢ່າງ​ຍາວ​ນານ,ມັນກໍ​ສະ​ແດງ​ໃຫ້​ເຫັນ​ວ່າ,ການ​ເຄື່ອນ​ໄຫວ​ຖອນ​ອອກ​ແຕ່​ຝ່າຍ​ດຽວ​ຂອງ​ອິສຣາ​ແອນ​ໃນ​ຫວ່າງ​ມໍ່ໆ​ນີ້ແມ່ນ​ສຳ​ເລັດ​ຜົນ​ທີ່​ສຸດ,​ແລະ​ຈະ​ກາຍ​ເປັນ​ແບບຢ່າງ​ໃຫ້​ແກ່​ຝ່າຍ​ອິສຣາ​ແອນ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ອື່ນໆ​ໃນ​ພາຍ​ໜ້າ.

ທ່ານ​ຊາ​ໂລມກ່າວ​ວ່າ,ທ່ານ​ໄດ້​ກ່າວທັດສະນະ​ດັ່ງກ່າ​ວຕໍ່ທ່ານ​ໂຊ​ລາ​ນາ ຜູ້​ແທນ​ຊັ້ນ​ສູງ​ທີ່​ຮັບຜິດ​ຊອບ​ວຽກ​ງານ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​​ແລະ​ຄວາມ​ໝັ້ນຄົງ​ຂອງ​ສະຫະພາບ​ເອີ​ລົບ​ຊາບ​ແລ້ວ.

ນອກ​ນີ້,ຂ່າວ​ແຈ້ງ​ວ່າ,ວັນ​ທີ29​ສິງຫາ,ທ່ານ​ອີຣານ​ໂກ​ແຮນ ຫົວໜ້າ​ຫ້ອງການ​ທ່ານ​ຊາ​ລອນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິສ​ຣາ​ແອນ​ກ່າວ​ວ່າ,ລັດຖະບານ​ອິສຣາ​ແອນ​ສະໜັບສະໜູນ​ເຂດ​ເນ​ເກັຟ​ທີ່​ຢູ່​ພາກ​ໃຕ້​ອິສ​ຣາ​ແອນ​ນັ້ນ​ກໍ່ສ້າງ​ເຂດ​ເຮືອນຢູ່​ກູ​ສຄາ​ຕິ​ຟ​ໃໝ່,​ເພື່ອ​ເປັນ​​ທີ່ຢູ່​ຖາ​ວອນ​ໃຫ້​ແກ່​ຊາວ​ຕັ້ງ​ຖິ່ນ​ຖານ​ທີ່​ຖອນ​ອອກ​ຈາກ​ຈຸດ​ຕັ້ງ​ຖິ່ນຖານ​ຊາວ​ຢິວທີ່​ແຖບ​ກາຊາ.