|
 |
(GMT+08:00)
2005-08-30 11:38:22
|
ອີສຣາແອນກັບປາເລັສຕີນໄດ້ກ້າວເຖິງຂັ້ນຕົກລົງກັນກ່ຽວກັບການມອບແຖບກາຊາໂດຍແບ່ງເປັນຂັ້ນຕອນ
cri
Author: caoqi
ຕາມຂ່າວCRI: ວັນທີ 29 ສິງຫາ, ເຈົ້າໜ້າທີ່ຮັກສາຄວາມສະຫງົບອີສຣາແອນກັບປາເລັສຕີນໄດ້ກ້າວເຖິງຂັ້ນຕົກລົງກັນກ່ຽວກັບອີສຣາແອນມອບແຖບກາຊາໃຫ້ແກ່ຝ່າຍປາເລັສຕີນໂດຍແບ່ງເປັນຂັ້ນຕອນ.
ສອງຝ່າຍຕົກລົງວ່າ, ກອງທະຫານປ້ອງການປະເທດອີສຣາແອນຈະມອບສິດຄວບຄຸມຄວາມປອດໄພຢູ່ແຖບກາຊາໃຫ້ທະຫານຮັກສາຄວາມສະຫງົບປາເລັສຕີນໂດຍແບ່ງເປັນຂັ້ນຕອນ, ທະຫານອີສຣາແອນຈະມອບຈຸດຕັ້ງເທື່ອລະຈຸດ ຈົນຮອດຝ່າຍປາເລັສຕີນເຂົ້າຄວບຄຸມພາກພື້ນທັງໝົດທີ່ອີສຣາແອນຖອນອອກ.
ໃນມື້ດຽວກັນ, ທ່ານອັບບາສ ປະທານອົງການອຳນາດແຫ່ງຊາດປາເລັສຕີນຮຽກ ຮ້ອງອີກເທື່ອໜຶ່ງໃຫ້ອີສຣາແອນຢຸດຕິການສ້າງຈຸດຕັ້ງຖິ່ນຖານແລະກຳແພງຂັ້ນຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ, ແລະປະຕິບັດແຜນການແຜນທີ່ສັນຕິພາບຕາເວັນອອກກາງຄືນໃໝ່ໂດຍໄວ.
|
|
|