ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-30 16:34:00    
ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ຕິ​ເບດ​ຈີນ​ຈະ​ຈັດ​ຂຶ້ນ​ຢູ່​ດານ​ມາກ​ແລະ​ອີ​ຕາ​ລີ​ໃນ​ເດືອນ​ກັນຍາ

cri
ຕາມ​ຂ່າວCRI,ວັນ​ທີ30​ສິງຫາ,ຢູ່​ທີ່​ປັກ​ກິ່ງ,ຫ້ອງການ​ຖະ​ແຫຼ​ງຂ່າວ​ລັດຖະບານ​ຈີນ​ປະ​ກາດ​ວ່າ,​ເພື່ອ​ສະຫຼອງ​ວັນ​ສ້າງ​ຕັ້ງ​ເຂດ​ຕິ​ເບ​ດປົກຄອງ​ຕົນ​ເອງ​ຄົບຮອບ40ປີ, ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ຕິ​ເບ​ດ​ຈີນ​ປີ2005​ຈະ​ຈັດ​ຂຶ້ນ​ຢູ່​ດານ​ມາກ​ແລະ​ອີ​ຕາ​ລີ​ແຕ່​ວັນ​ທີ3​ຫາ​ວັນ​ທີ​20​ກັນ​ຍາ.

ຕາມ​ແນະນຳ​ວ່າ,ນີ້​ແມ່ນ​ຈີນ​ຈັດການ​ເຄື່ອນ​ໄຫວ​ແລກປ່ຽນ​ວັດທະນະທຳ​ຕິ​ເບ​ດ​ສັງ​ລວມ​ຂະ​ໜາດ​​ໃຫຍ່​ເປັນ​​ເທື່ອ​ທຳ​ອິດ​ຢູ່​ດານ​ມາກ​ແລະ​ອີ​ຕາ​ລີ.ການ​ເຄື່ອນ​ໄຫວ​ຕົ້ນ​ຕໍ​ຂອງ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ມີ​ການ​ສະ​ແດງ​ຮ້ອງ​ເພງ​ແລະ​ການ​ຟ້ອນ​ເຜົ່າ​ຕິ​ເບດ​ຂະ​ໜາດ​ໃຫຍ່,​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ວິ​ຊາ​ການ​ຂອງ​ຄະ​ນະ​ຜູ້​​ແທນ​ນັກ​ຕິ​ເບ​ດສຶກສາ​ແລະພະ​ເຖລະ​ເປັນ​ຕົ້ນ.​ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ຈະ​ວາງ​ສະ​ແດງ​ ​ພາບ​ທິວ​ທັດ​ທຳ​ມະ​ຊາດ​ອັນ​ສວຍ​ສົດ​ງົດ​ງາມ​ແລະ​ວັດ​ທະ​ນະ​ທຳ​ທີ່​ມີ​ຫຼາຍ​ຮູບ​ຫຼາຍ​ສີ​ຂອງ​ຕິ​ເບ​ດໃຫ້​ປະຊາຊົນ​ ​ດານ​ມາກ​ແລະ​ອີ​ຕາ​ລີໄດ້ຊົມ.