ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-30 20:49:44    
ຈີນ​ຍິນ​ດີ​ຮ່ວມ​ກັນ​ກັບ​ບັນດາ​ປະ​ເທດ​ພາ​ຄີ​ສະຫະ​ປະຊາ​ຊາດ​ຊຸກ​ຍູ້​ກອງ​ປະຊຸມ​ສຸດ​ຍອດ​ຮັບ​ໝາກ​ຜົນ​ອັນ​ຕັ້ງ​ໜ້າ

cri
ຕາມ​ຂ່າວCRI: ວັນ​ທີ 30 ສິງຫາ​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ກະ​ຂວງ​ການ​ຕ່າງປະ​ເທດ​ຈີນ, ທ່ານ​ຫຼີວ​​ແຈອິ ​ເຈົ້າ​ໜ້າ​ທີ່​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ແນະນຳ​ວ່າ, ກອງ​ປະຊຸມ​ສຸດ​ຍອດ​​ເນື່ອງ​ໃນ​ໂອກາດອົງການ​ສະຫະ​ປະຊາ​ຊາດ​ສ້າງ​ຕັ້ງ​ຂຶ້ນ​ຄົບຮອບ 60 ປີ​ຈະ​ຈັດ​ຂຶ້ນ​ຢູ່​ສຳນັກງານ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ທີ່​ນີວຢອກ​ແຕ່​ວັນ​ທີ 14 ຫາ​ວັນ​ທີ 16 ກັນຍາ. ທ່ານ​ຫູ​ຈີນ​ທາວ ປະທານ​ປະ​ເທດ​ຈີນ​ຈະ​ເຂົ້າ​ຮ່ວມ​ພິທີ​​ໄຂ​ກອງ​ປະຊຸມ​ສຸດ​ຍອດ, ​ແລະ​ກ່າວ​ຄຳ​ປາ​ໄສຢູ່​ທີ​ປະຊຸມ​ສຸດ​ຍອດສະພາ​ຄວາມ​ໝັ້ນຄົງ​ແລະ​ສະຖານ​ທີ່​ອື່ນໆ, ​ອະທິບາຍ​ຫຼັກ​ໝັ້ນ​ຂອງ​ຈີນ​ຕໍ່​ສະຖານະ​ການ​ສາກົນ​ແລະ​ບັນຫາ​ສຳຄັນ​ຢ່າງ​ຮອບດ້ານ, ​ສະ​ເໜີ​ເຈດ​ຈຳນົງ​ອັນລະອຽດ​ຕໍ່​ການຊຸ​ກຍູ້ບັນຫາ​ການ​ພົວພັນ​ສາກົນຂະ​ຫຍາ​ຍຕົວຢ່າງ​ແຂງ​ແຮງ​ແລະ​ກົມກຽວ​ກັນ ​ເພີ່ມ​ທະວີ​ບົດບາດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ແລະ​ບັນຫາ​ປະຕິ​ຮູບ​ອົງກາ​ນສະຫະ​ປະຊາ​ຊາດ, ​ແລະ​ປະກາດ​ມາດ​ຕະການ​ສຳຄັນ​ທີ່​ຈີນ​ຈະ​ປະຕິບັດ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ເສດຖະກິດ​ກັບປະ​ເທດ​ພວມ​ພັດທະນາ.