ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-31 10:06:06    
ນິທານ​ກ່ຽວ​ກັບ​ສຸ​ພາ​ສິດ "ຝາງ​ເວິຍ​ຕູ້​ຈ້ຽນ"

cri Author: lm

ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າສູ່​ລາຍການ​ນິທານ​ສຸພາ​ສິດ, ​ໃນ​ລາຍ​ການ​ພາກ​ນີ້, ຂ້າພະ​ເຈົ້າຈະ​ເລົ່າ​ສຸ​ພາສິດເລື່ອງ "ຝາງ​ເວິ​ຍຕູ້​ຈ້ຽນ" ສູ່​ຟັງ, ສຸພາ​ສິດ​ນີ້​ໄດ້​ເຫັນ​​ໃນ "​ໂຮ້ວ​ຮັ້ນຊູ່" ​ທີ່​ແຕ່ງ​ໂດຍ​ຟ້າ​ນ​ເຢ້​ໃນ​ລາຊະວົງ​ໃຕ້​ຂອງ​ຈີນ, ໝາຍ​ເຖິງ​ປ້ອງ​ກັນ​ໄພ​ອັນ​ຕະ​ລາຍ​ແຕ່​ຫົວທີ, ປ້ອງ​ກັນ​ບໍ່​ໃຫ້​ເກີດ​​ເຫດ​ໃນ​​​ແຕ່​ຕົ້ນ.

ຮ້ອງ​ເຕ້ຈ່າງ​ຕີ້​ຂອງລາຊະວົງ​ຮັ້ນຕາ​ເວັນອອກ​ຊົງໂປດພະ​ມະ​ເຫ​ສີ​ຕະ​ກູນ​ໂຕ້​ວທີ່​ສຸດ, ​ແຕ່​ພະ​ມະ​ເຫ​ສີ​ຕະ​ກູນ​​ໂຕ້​ວພັດ​ບໍ່​ມີ​ລາຊະ​ໂອລົດ. ສະນັ້ນ ​ໃນ​​ວັງຫຼວງ ຖ້ານາງ​ສະ​ໜົມ​ຜູ່​ໃດ​ມີ​ລາຊະ​ໂອລົດ, ພະ​ມະ​ເຫ​ສີ​ກໍ​ຢາກ​ທຳຮ້າຍ​ຜູ່​ນັ້ນ. ນາງສະໜົມຕະ​ກູນຊົ້ງມີ​ລາຊະ​ໂອລົດ​ຜູ່​ໜຶ່ງ​ຊື່​ລິວ​ຊິ້ງ, ພາຍຫຼັງມາ​ຖືກ​ແຕ່ງຕັ້ງ​ເປັນ​ອົງ​ມົງກຸດ​ລາຊະ​ກຸ​ມານ. ພະມະ​ເຫ​ສີ​ໂຕ້​ວອິດສາ​ທີ່​ສຸດ, ມື້​ໃດ​ກໍ​​ເວົ້າຈັ່ງຊັ້ນຈັ່ງ​ຊີ້​ຢູ່​ຕໍ່ໜ້າ​ຮ້ອງ​ເຕ້, ​ໃສ່​ຮ້າຍ​ປ້າຍ​ສີສະ​ໜົມຊົ້ງ, ​ໃນ​ທີ່​ສຸດ​ບີບ​ບັງຄັບ​ໃຫ້​ສະໜົມ​ຊົ້ງຕ້ອງຂ້າ​ຕົວ​ຕາຍ, ອົງ​ມົງກຸດ​ລາຊະ​ກຸ​ມານ​ຖືກ​ຍຸບ.

​ແຕ່​ຍ້ອນ​ພະມະ​ເຫ​ສີ​ໂຕ້​ວບໍ່​ມີ​ລາຊະ​ໂອລົດ, ຕໍ່​ມາ​ມື້ໜຶ່ງ, , ຮ້ອງ​ເຕ້ຈ່າງ​ຕີ້​ໄດ້​ແຕ່ງ​ຕັ້ງ​ລາ​ຊະ​ໂອລົດ​ຂອງ​ສະໜົມ​ລຽງເປັນ​ອົງ​ມົງກຸດ​ລາຊະ​ກຸ​ມານ​ເຊິ່ງພາຍຫຼັງມາ​ໄດ້​ຂຶ້ນ​ຄອງ​ລາ​ຊະ​ບັນລັງ​ແລະ​ຖືກ​ເອີ້ນ​ເປັນ​ເຫີ​ຕີ້​ຮ້ອງ​ເຕ້. ​ແນ່ນອນ​ແລ້ວ ພະມະ​ເຫ​ສີ​ໂຕ້​ວບໍ່​ຍິນ​ຍອມ, ​​ເພິ່ນ​ໃຫ້​ຄົນ​ຂຽນ​ຈົດໝາຍ​ສົນ​ເທກ້ານ​ໜຶ່ງ ​ໃສ່​ຮ້າຍ​ປ້າຍ​ສີ​ລຽງ​ສົງ ພະບິດາ​ຂອງ​ສະໜົມ​ລຽງ, ​ແລະ​ຍັງ​ສວຍ​ໂອກາດ​ກຳ​ເລີບ​ເສີ​ບສານ​ຢູ່​ຕໍ່ໜ້າ​ຮ້ອງ​ເຕ້. ​ໃນ​ທີ່​ສຸດ ລຽງ​ສົງ​ຖືກ​ຂ້າ​ຕາຍ, ສະໜົມ​ລຽງ​ກໍ່​ຕາຍ​​ຍ້ອນ​ຄວາມ​ເຈັບ​ແຄ້ນ​ແໜ້ນ​ໃຈ. ຫຼັງຈາກ​ນັ້ນ ​ຢູ່ໃນ​ວັງຫຼວງກໍ່ບໍ່​ມີ​ອິດ​ທິກຳລັງ​​ເປັນ​ປໍ​ລະ​ປັກ​ອີກ​ແລ້ວ. ພາຍຫຼັງມາ ພະ​ມະ​ເຫ​ສີ​ໂຕ້​ວຖື​ອົງ​ມົງກຸດ​ລາຊະ​ກຸ​ມານ​ເປັນ​ລູກຄິງຂອງ​ຕົນ, ​ເພື່ອ​ກຽມຊິງເອົາອຳນາດ​ໃນ​ອະນາຄົດ.
ຈ່າງ​ຕີ້​ຮ້ອງ​ເຕ້ມີ​ພະ​ຊົນມາຍຸພຽງ 33 ພັນ​ສາ​ກໍ​ສິ້ນ​ພະ​ຊົນ​ແລ້ວ, ​​​ເຫີ​ຕີ້​ຮ້ອງ​ເຕ້ທີ່​ອາ​ຍຸ​ພຽງ 10 ພັນ​ສາ​ໄດ້ຂຶ້ນຄອງ​ລາຊະ​ບັນລັງ​. ຫຼັງຈາກ​ນັ້ນ, ອຳນາດ​ການ​ປົກຄອງ​ກໍ​ຕົກ​ຢູ່​ໃນ​ກຳມື​ຂອງ​ພະມະ​ເຫ​ສີ​ໂຕ້​ວ. ພະມະ​ເຫ​ສີ​ໂຕ້​ວມີ​ອ້າຍ​ຜູ່​ໜຶ່ງ ມີ​ນ້ອງ​ສອງ​ຄົນ, ​ຜູ່​ໃດກໍ​ມີອຳນາດ​​ແລະແຜງລິດ​​ແຜງແດດ. ​ວົງ​ຕະກູນ​ໂຕ້​ວ​ໄດ້ກຳ​ອຳນາດ​ສູງ​ສຸດ​ໃນ​ລາຊະ​ສຳນັກ, ​ເປັນ​ການ​ຂົ່ມຂູ່​ເຖິງ​ອຳນາດຂອງ​ຮ້ອງ​ເຕ້. ​ເສນາ​ບໍດີ​ທັງຫຼາຍ​ໃນ​ລາຊະ​ສຳນັກ​​ໃຜໆ​ກໍ່​​ບໍ່​ກ້າ​ເວົ້າຫຍັງ.

​ເມື່ອ​ປີ​ທີ 4 ຂອງ​ລາຊະການ​ເຫີ​ຕີ້​ຮ້ອງ​ເຕ້ ໄດ້​ເກີດ​ຈັນທະຄາດ. ຄົນ​ບູຮານ​ຈີນ​ເຊື່ອ​ຖື​ງົມ​ງວາຍ, ຖື​ວ່າ​ແມ່ນ​​ສະຫວັນ​ໃສ່​ໂທດ. ​ເສນາ​ບໍດີຕິງ​ຫົງ​ສວຍໂອກາດນີ້ບັງຄົມ​ທູນ​ຕໍ່​ຮ້ອງ​ເຕ້​ເຫີ​ຕີ້, ​ໃນ​ຈົດໝາຍຂອງ​ເພິ່ນ​ໄດ້ຂຽນ​ວ່າ: ຈັນທະຄາດ​ແມ່ນ​ສະຫວັນ​ກ່າວ​ເຕືອນ, ບອກ​ຄົນ​ທັງຫຼາຍ​ວ່າ, ​ໃນໂລກ​ມະນຸດ​ມີປະກົດ​ການ​ທີ່ຂຸນ​ນາງ​ຂົ່ມ​ເຫັງຮ້ອງ​ເຕ້. ພະ​ບາດ​ສົມ​ເດັດ​ບໍ່​ລະມັດລະວັງ​ບໍ່​ໄດ້. ​ໃນ​ຈົດໝາຍ​ຍັງ​ໄດ້​ຂຽນ​ວ່າ: ນ້ຳ​ຖ້ວມ​ລົ້ນຝັ່ງ ​ແມ່ນ​ມາ​ຈາກ​ແມ່​ນ້ຳ​ລຳ​ເຊ​ທີ່​ໄຫຼລິນ; ນ້ຳ​ຢອດ​ຈົນ​ກ້ອນ​ຫີນຊອດ​ ​ຕ້ອງ​ຢອດ​ເປັນ​ວັນ​ເປັນ​ຄືນ​. ຕົ້ນ​ໄມ້​ທີ່​ມີໃບ​ດົກໜາ​ເປັນ​ຫົ່ມ ​ແມ່ນ​ມາຈາກ​ໜໍ່​ນ້ອຍໆ. ຄົນ​ທັງຫຼາຍມັກ​ເບິ່ງ​ຂ້າມ​ຄວາມ​ຜິດພາດ​ເລັກນ້ອຍ, ພັດ​ບໍ່​ຮູ້​ວ່າ​ຖ້າບໍ່ປ້ອງ​ກັນເລື່ອງ​ຮ້າຍ​ເລັກໆ​ນ້ອຍໆ​ເຫຼົ່ານີ້ ກໍຍ່ອມ​ຈະກາຍ​ເປັນ​ໄພ​ອັນຕະລາຍ. ຖ້າ​ພະ​ບາດ​ສົມ​ເດັດ​ສາມາດກັ້ນ​ກາງ​ບໍ່​ໃຫ້​ເກີດ​ມີ​ຄວາມຜິດພາດ​ເລັກ​ໆນ້ອຍໆ ປ້ອງ​ກັນ​ໄພ​ອັນຕະລາຍ​​ແຕ່​ຍາມ​ຫົວທີ​ແລ້ວ, ກໍ​ຈະ​ລົບ​ລ້າງ​ໄພ​ອັນ​ຕະລາຍ​ໄດ້​ ​ແລະ​ເຫຼືອ​ແຕ່​ຄວາມ​ໂຊກ​ລາບແລ້ວ.

ຄຳບັງຄົມ​ທູນ​ຂອງ​ຕິງ​ຫົງ​​ໄດ້ຖືກ​ຍື່ນ​ໃຫ້​ຮ້ອງ​ເຕ້, ພໍດີ​​ເລື່ອງ​ທີ່ວົງ​ຕະກູນ​ໂຕ້ວ​ຄິດ​ຢາກ​ກໍ່​ເຫດຊິງ​​ເອົາອຳນາດນັ້ນຖືກ​ເຜີຍ​ແບ. ຮ້ອງ​ເຕ້ໜຸ່ມ​ແລະ​ເສ​ນາ​ບໍດີ​ໃກ້ຊິດຫຼາຍ​ຄົນ​ໄດ້​ວາງ​ແຜນ​ຢ່າງ​ລະອຽດ​ຮອບ​ຄອບ, ຖື​ໂອກາດ​​ປົດ​ອຳນາດ​ການ​ເມືອງ​ແລະ​ການທະຫານຂອງ​ວົງ​ຕະກູນ​ໂຕ້​ວ, ບັງຄັບ​ໃຫ້​ພວກ​ເຂົາ​ເຈົ້າຂ້າ​ໂຕ​ຕາຍ.