ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-31 15:49:13    
ເຈົ້າ​ໜ້າ​ທີ່​ກະຊວງ​ການ​ຕ່າ​ງປະ​ເທດ​ຈີນ​ເວົ້າວ່າ ການຈຳກັດ​ຂາ​ອອກ​ແຕ່​ຝ່າຍ​ດຽວບໍ່​ມີ​ຜົນ​ດີ​ຕໍ່​ການ​ແກ້​ໄຂການ​ເສຍປຽບ​ດຸນການ​ຄ້າ​ຈີນ​ອາ​ເມລິ​ກາ

cri Author: cai
ຕາມຂ່າວສານ​ຊີ​ນຮວາ:ວັນທີ 30 ສິງຫາ,​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ກະຊວງ​ການ​ຕ່າງປະ​ເທດ​ຈີນຈັດ​ຂຶ້ນ,ທ່ານ​ເຮີ​ຢາ​ເຝີ​ຍ ຫົວໜ້າ​ພະ​ແນ​ກວຽກ​ງານ​ທະວີບອາ​ເມ​ລິ​ກາ​ແລະ​​ໂອ​ຊຽນນີຂອງ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ເວົ້າວ່າ,ການ​ຈຳກັດ​ຂາ​ອອກ​ສິນຄ້າ​ຈີນ​ແຕ່​ຝ່າຍ​ດຽວບໍ່​ສາມາດ​ແກ້​ໄຂ​ບັນ​ຫາ​ການ​ເສຍ​ປຽບ​ດຸນ​ການ​ຄ້າ​ຈີນ​ອາ​ເມລິ​ກາຈາກ​ດ້ານ​ກົກ​ຮາກ,​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ລະ​ຫວ່າງ​ຈີນ​ອາ​​ເມ​ລິ​ກາຈຶ່ງ​ແມ່ນ​ຊ່ອງ​ທາງ​ແກ້​ໄຂ​ບັນຫາ​ຈາກ​ດ້ານກົກ​ຮາກ.

ທ່ານ​ຫູ​ຈີນ​ທາວ ປະທານ​ປະ​ເທດ​ຈີນ​ຈະ​ໄປ​ຢ້ຽມຢາມ​ອາ​ເມ​ລິ​ກາ ກາ​ນາ​ດາ​ແລະ​ເມັກ​ຊິກທາງ​ລັດຖະກິດ​ຕາມ​ຄຳ​ເຊີນ​ແຕ່​ວັນ​ທີ 5 ຫາ ວັນ​ທີ17 ກັນຍາ,​ແລະ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດລະ​ລຶກສະຫະ​ປະຊາ​ຊາດ​ສ້າງ​ຕັ້ງ​ຂຶ້ນ​ຄົບຮອບ 60 ປີທີ່ຈັດ​ຂຶ້ນ​ຢູ່​ນີວຢອກ.

ໃນ​ເວລາ​ທ່ານ​ເຮີ​ຢາ​​ເຝີ​ຍຕອບ​ຄຳ​ຖາມ​ກ່ຽວ​ກັບບັນຫາ​ການເສຍ​ປຽບດຸນການ​ຄ້າ​ຈີນ​ອາ​​ເມ​ລິ​ກາ,ທ່ານ​ເວົ້າວ່າ,ຈີນ​ບໍ່​​ໄດ້ສະ​ແຫວ​ງຫາ​ການໄດ້​ປຽບ​ດຸນການ​ຄ້າ​ຕໍ່​ອາ​ເມ​ລິ​ກາ​ເປັນ​ເວລາ​ຍາວ​ນານ,ຫາກ​ແມ່ນ​ຫວັງ​ໃຫ້​ລະດັບ​ການ​ຄ້າ​ດຸນ​ດຽງ​ກັນ.ຈີນ​ຍິນ​ດີ​ເພີ່ມການ​ນຳ​ເຂົ້າ​ສິນຄ້າ​ຈາກອາ​ເມ​ລິ​ກາ,ຍັງ​ຫວັງ​ໃຫ້​ອາ​ເມ​ລິ​ກາຜ່ອນ​ຍານ​ການ​ຈຳກັດສິນຄ້າ​ຂາ​ອອກ​ຂອງ​ຈີນ ​ໂດຍ​ສະ​ເພາະ​ແມ່ນ​ສິນຄ້າ​ທີ່​ມີ​ອັດຕາ​ເຕັກນິກ​ສູງ.