ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-31 16:20:08    
ອົງການ​ການ​ເມືອງນິກາຍ​ຊຸນນິດ​ອີຣັກ​ຍຶດໝັ້ນ​ຢັບຢັ້ງ​ຮ່າງ​ລັດຖະທຳ​ມະນູນ

cri


ຕາມ​ຂ່າວCRI: ວັນ​ທີ 30 ສິງຫາ, ອົງການ​ການ​ເມືອງນິກາຍ​ຊຸນນິດອີ ຣັກ​ໄດ້​ກ່າວ​ເນັ້ນ​ອີກ​ເທື່ອ​ໜຶ່ງ​ວ່າ, ພວກ​ເຂົາ​ເຈົ້າ​ຈະ​ຢັບຢັ້ງ​ຮ່າງ​ລັດຖະທຳ​ມະນູນ​ໃນການ​ເອົາປະຊາ​ມະຕິ​ທົ່ວປວງ​ຊົນກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູນ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 15 ​​ຕຸລາ.

​ໃນ​ມື້​ດຽວ​ກັນ, ​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ນຳ​ກັນກັບ​ທ່ານ​ຮາ​ລີ​ວຊາດ ​​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ, ທ່ານ​ດູລາຍ​ມີ ​ໂຄສົກ​ກອງ​ປະຊຸມ​ມະຫາຊົນ​ນິກາຍ​ຊຸນ​ນິດ​ອີຣັກທີ່​​ມີຫຼາຍອົງ​ການ​ການ​ເມືອງ​ນິກາຍ​ຊຸນ​ນິດ​ເຂົ້າ​ຮ່ວມ​ເວົ້າ​ວ່າ, ຮ່າງ​ລັດຖະທຳ​ມະນູນ​ສະ​ບັບ​ໃໝ່, ​ບໍ່​ໄດ້ສ່ອງ​ແສງຄວາມ​ປາຖະ​ໜາຂອງ​ປະຊາຊົນ​ອີຣັກ, ນິກາຍ​ຊຸນ​ນິດຈະ​ທຳ​ຄວາມ​ພະຍາຍາມ​ສຸດ​ຂີດ, ຢັບຢັ້ງ​ຮ່າງ​ລັດ​ຖະທຳ​ມະນູນ​ສະບັບ​ນີ້​ໃນການ​ເອົາ​ປະຊາ​ມະຕິ​ທົ່ວ​ປວງ​ຊົນ.