ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-31 17:39:38    
ປະ​ທານ​ສະ​ຫະ​ພັນ​ແມ່​ຍິງ​ລາວ​ກ່າວ​ວ່າ​ຍ່ອມ​ຈະ​ຖື​ເອົາ​ຫມາກ​ຜົນ​ຕົວ​ຈິງ​ຂອງ​ກອງ​ປະ​ຊຸມ​ແມ່​ຍິງ​ໂລກ​ຄັ້ງ​ທີ 4​ນຳ​ການ​ປະ​ຕິ​ບັດ​(ສຽງ)

cri

ເວລາ 10 ​ໂມງ​ຕອນ​ເຊົ້າ​ວັນ​ທີ 29 ສິງຫາ,ຢູ່​ທີ່​ຫໍ​ສະພາ​ປະຊາຊົນ​ປັກ​ກິ່ງ ນະຄອນຫຼວງ​ຈີນ,ໄດ້​ຈັດ​ພິທີ​​ໄຂ​ກອງປະຊຸມ​​ລະ​ລຶກກອງ​ປະຊຸມ​ແມ່ຍິງ​ໂລກ​ຄັ້ງ​ທີ 4 ຄົບຮອບ 10 ປີ,ທ່າ​ນາງ​ອູ​ອີ ຮອງ​ນາຍົກລັດຖະມົນຕີຈີນ​ໄດ້​ຈັດ​ພິທີ​ໄຂ​ກອງ​ປະຊຸມ.ທທານ​ຫູ​ຈີນ​ທາວ ປະທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳປາ​ໄສ​ສຳຄັນ​ໃນ​ກອງ​ປະຊຸມ​ເທື່ອ​ນີ້.
​ກອງ​ປະຊຸມ​​ແມ່ຍິງ​ໂລກ​ຄັ້ງ​ທີ່ 4 ​ໄດ້​ຈັດ​ຂຶ້ນຢູ່​ທີ່ປັກ​ກິ່ງ​ເມື່ອປີ 1995 ,ມີ​ຜູ່​ແທນ​ແມ່ຍິງ189 ປະ​ເທດ​ສະມາຊິກ​ຂອງ​ອົງການ​ສະຫະ​ປະຊາ​ຊາດມາ​ເຕົ້​າ​ໂຮມ​ກັນ​ຢູ່​ປັກ​ກິ່ງ​​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​​ເທື່ອ​ນັ້ນ.​ໃນ​ກອງ​ປະຊຸມ​ເທື່ອ​ນັ້ນໄດ້​ຜ່ານ​ຮັບຮອງ ໂຄງການ​ດຳ​ເນີນ​ງານ​ປັກ​ກິ່ງ​ແລະ​ຄຳ​ຖະ​ແຫຼ​ງການ​ປັກກິ່ງ,​ແລະ​ໄດ້​ກ່າວ​ລຶ້ມວ່າ​ສິດທິ​ແມ່ຍິງ​ກໍ​ແມ່ນ​ສິດທິ​ມະນຸດ.ການ​ໃຫ້​ແມ່ຍິງ​ມີ​ສິດທິ​ແລະ​ບັນລຸ​ໃຫ້​ຍິງ​ຊາຍ​ສະ​ເຫມີ​ພາບ​ກັນ​ແມ່ນຫນຶ່ງ​ໃນ 8 ​ເປົ້າ​ຫມາຍ​ແຫ່ງການ​ພັດທະນາ​ສະຫັດ​ສະ​ວັດທີ່​ກອງ​ປະຊຸມ​ສຸດ​ຍອດ​ປີ 2000 ຂອງ​ອົງການ​ສະຫະ​ປະຊາ​ຊາດ​ກຳ​ນົດ,ການ​ຊຸກຍູ້​ແລະ​ຮັກສາ​ສິດທິ​ຂອງ​ແມ່ຍິງ​ບໍ່​ພຽງ​ແຕ່​ແມ່ນ​ເປົ້າ​ຫມາຍ​ສຳຄັນ​ທໍ່​ນັ້ນ,ຫາກ​ຍັງ​ແມ່ນ​ເງື່ອນ​ໄຂ​ກ່ອນຫມູ່​ໃນ​ການ​ບັນລຸ​ການ​ພັດທະນາ​ແບບ​ຍືນ​ຍົງ.ມີ​ແຕ່​ແມ່ຍິງ​ມີ​ສິດທິ​ຢ່າງ​ເຕັມ​ສ່ວນ​ທໍ່​ນັ້ນ,ຈຶ່ງ​ສາມາດ​ບັນລຸ​ເປົ້າ​ຫມາຍ​​ແຫ່ງ​ການ​ພັດທະນາ​ສະຫັດ​ສະ​ວັດ​ທັງ​ຫມົດ.
ຜູ່​ຕາງຫນ້າຈີນ​ແລະ​ບັນດາ​ປະ​ເທດ​ລວມທັງຜູ່​ຕາງຫນ້າປະ​ເທດອາ​ຊຽນພ້ອມ​ດ້ວຍ​ນັກ​ຂ່າວ​ຈີນ​ແລະ​ປະ​ເທດ​ຕ່າງໆ​ລວມ 800 ກວ່າ​ຄົນ​​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​​ມື້​ນີ້.
ຄະນະ​ຜູ່​ແທນ​ລາວ​ເຊິ່ງ​ນຳ​ໂດຍ​ທ່ານ​ນາງ​ອ່ອນ​ຈັນ ທຳ​ມະ​ວົງ ປະທານ​ສະຫະພັນ​ແມ່ຍິງ​ລາວໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ,ຫຼັງ​ຈາກ​ພິທີ​​ໄຂກອງ​ປະຊຸມ​ແລ້ວ,ນັກ​ຊ່າວ​ໄດ້​ສຳພາດທ່ານ​ນາງ​ອ່ອນ​ຈັນ ທຳ​ມະ​ວົງ ປະທານ​ສະຫະພັນ​ແມ່ຍິງ​ລາວ ຂໍ​ເຊີນ​ໃຫ້​ເພິ່ນ​ກ່າວຄວາມ​ຮູ້ສຶກ​ໃນ​ການ​ເຂົ້າ​ຮ່ວມພິທີ​ໄຂກອງ​ປະຊຸມ​ມື້​ນີ້.
  ຄວາມ​ເວົ້າ​ຂອງທ່ານ​ນາງ​ອ່ອນ​ຈັນ ທຳ​ມະ​ວົງ