ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-31 18:21:10    
ໃຊ້​ໂທລະສັບ​ມື​ຖື​ເບິ່ງ​ລາຍການ​​ໂທລະພາບ​ພວມ​ກາຍ​ເປັນ​ຄວາມ​ນິຍົມ​ໃໝ່

cri

ປັດຈຸບັນ ​ໂທລະສັບ​ມື​ຖື​ໄດ້​ກາຍ​ເປັນ​​ເຄື່ອງມື​ອັນ​ສຳຄັນ​ທີ່​ຂາ​ດບໍ່​ໄດ້​ໃນ​ຊີວິດ​ການ​ເປັນ​ຢູ່​ຂອງ​ຄົນ​ທັງຫຼາຍ,ຄົນ​ເຮົາ​ໃຊ້​ມັນ​ມາໂທລະສັບ,ຝາກ​ຂໍ້ຄວາມ​ສັ້ນ,ຖ່າຍຮູບ,ສະ​ສົມ​ເບີ​ໂທລະສັບ​ແລະ​ອື່ນໆ,ຄຽງ​ຄູ່​ກັບ​ການ​ພັດທະນາ​ຂອງວິທະຍາສາດ​ເຕັກນິກ,ປັດຈຸບັນ,​ເວົ້າສຳລັບ​ຄົນ​ຈີນ​ແລ້ວ,​ໂທລະສັບ​ມື​ຖື​ໄດ້​ມີ​ສັບພະ​ຄຸນ​ໃໝ່ອີກ​ລາຍ​ໜຶ່ງ,ນັ້ນກໍ​ຄື​ໃຊ້​ມັນ​ເບິ່ງ​ລາ​ຍການ​​ໂທລະພາບ​ໄດ້​ແລ້ວ.

ທີ່​ຟັງ​ມານັ້ນ​ແມ່ນ​ສຽງ​ຂອງ​ລາຍການ​ໂທລະພາບ​ເລື່ອງ​ໜຶ່ງ​ທີ່​ພວມ​​ແຜ່​ພາບ​ໃນ​ໂທລະສັບ​ມື​ຖື​ຈຳນວນ​ໜຶ່ງ​ຂອງ​ຈີນ​ໃນ​ສະ​ເພາະ​ໜ້າ​ນີ້,​ເລື່ອງ​ນີ້​ຊື່ວ່າ"ນັດ​ກັນ",​ແມ່ນ​ຖ່າຍທຳ​ເພື່ອ​​ແຜ່​ພາບ​ໃນ​ໂທລະສັບ​ມື​ຖື​ໂດຍ​ຈຳ​ເພາະ,​ເລື່ອງ​ນີ້​ຍາວປະມານ 25 ນາທີ,ລວມມີ 5 ​ເລື່ອງ,​ແຕ່ລະ​ເລື່ອງ​ຍາວ​ປະມານ 5 ນາທີ.

ຜູ້​ລົງທຶນ​ສ້າງ​ລາຍການ​ໂທລະພາບ​ເລື່ອງ"ນັດ​ກັນ"​ແມ່ນ​ບໍລິສັດ​ສື່​ມວນ​ຊົນ​ເລີ້​ຊື້​ປັກ​ກິ່ງ​ທີ່​ພັດທະນາ​ລາຍການ​ໂທລະພາບ​ສຳລັບ​ໂທລະສັບ​ມື​ຖື​ໂດຍ​ຈຳ​ເພາະ,ທ່ານ​ລິວ​ຮົງ ຜູ້ອຳນວຍການ​ໃຫຍ່​ບໍລິສັດ​ດັ່ງກ່າວ​ແນະນຳ​ວ່າ:

ເລື່ອງ​ນັດ​ກັນ​ແຕ່ລະ​ເລື່ອງຍາ​ວ 5 ນາທີ​ແມ່ນ​ກຳນົດ​ຕາມ​ສະພາບ​ຕົວ​ຈິງ​ໃນ​ການ​ເບິ່ງ​ລາຍການ​ໂດຍ​ຜ່ານ​ຈາກໂທລະສັບ​ມື​ຖື. ຍ້ອນ​ວ່າ​ໜ້າ​ຈໍ​ຂອງ​ໂທລະສັບ​ມື​ຖື​ຂ້ອນ​ຂ້າງນ້ອຍ​,ຖ້າ​​ເບິ່ງໜ້າ​ຈໍ​ຂອງ​ໂທລະສັບ​ມື​ຖື​ດົນ​ເກີນ​ໄປ,ຕາຈະ​ເມື່ອຍ,ສະນັ້ນ ພວກ​ຂ້າພະ​ເຈົ້າຄິດ​ວ່າ​ແຕ່ລະ​ເລື່ອງ​ຍາວປະມານ 5 ນາທີ​ແມ່ນ​ເໝາະ​ສຳລັບ​ຜູ້​ໃຊ້​ໂທລະສັບ​ມື​ຖື​ໃນ​ການ​ຊົມ​ເບິ່ງ."

ນາງ​ຢາງ​ຊ່ານ​ທີ່​ເຮັດ​ວຽກ​ຢູ່​ວິ​ສາ​ຫະກິດ​ທຶນ​ຕ່າງປະ​ເທດຫຼັງໜຶ່ງ​ຂອງ​ປັກ​ກິ່ງ​ໄດ້​ໃຊ້​ໂທລະສັບ​ມື​ຖື​ຂອງ​ຕົນ​ເບິ່ງ​ເລື່ອງ"ນັດ​ກັນ​"​ແລ້ວ. ນາງ​ເວົ້າວ່າ,​ເມື່ອ​ທຽບ​ກັບ​ລາຍການ​ໂທລະພາບ​ດັ້ງ​ເດີມ​ແລ້ວ,​​​ເວລາ​ຂອງ​ເລື່ອງ"ນັດ​ກັນ"ອ່າວສັ້ນ,​ໂຄງ​ເລື່ອງກໍ​ງ່າຍ​ແດ່,​ແຕ່​ພາບ​ງາມຫຼາຍ,ນັກສະ​ແດງ​ກໍ​ທັນ​ສະ​ໄໝ​ທີ່​ສຸດ,ສະນັ້ນ ຫຼັງຈາກ​ເບິ່ງ​ແລ້ວໆ​ຮູ້ສຶກ​ວ່າ​ດີ​ຢູ່. ນອກ​ນີ້ ນາງ​ບອກ​ນັກ​ຂ່າວ​ວ່າ:

"ຂ້າພະ​ເຈົ້າ​ຮູ້ສຶກ​ວ່າ,​ເວົ້າສຳລັບຂ້າພະ​ເຈົ້າ​ແລ້ວ,ສິ່ງ​ສຳຄັນ​ກວ່າ​ໝູ່​ຂອງ​ການ​ໃຊ້​ໂທລະສັບ​ມື​ຖື​ເບິ່ງ​ລາຍການ​ໂທລະພາບແມ່ນ​ສາມາດ​ເບິ່ງ​ໃນ​ເວລາ​ຫວ່າງ​​ໄດ້​ທຸກ​ເວລາ​ເຊັ່ນ​ຖ້າ​ລົດ​ແລະ​ຖ້າ​ຍົນ​ເປັນຕົ້ນ. ​ເຮັດເປັນ​ແນວ​ນີ້ ສາມາດ​ຂ້າ​ເວລາ,​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ອຸດົມສົມບູນ​ກວ່າ​ເກົ່າ."

ຢູ່​ຈີນ,ການ​ໃຊ້​ໂທລະສັບ​ມື​ຖື​ເບິ່ງ​ລາຍ​ການ​​ໂທລະພາບ​ແມ່ນ​ເລີ່​ມປະກົດ​ມີແຕ່​ທ້າຍ​ປີ​ກາຍມາ​ນີ້,ປັດຈຸບັນ,ຍັງ​ແມ່ນ​ເລື່ອງ​ໃໝ່ຢູ່​ຈີນ,ຜູ້​ໃຊ້​ຕົ້ນຕໍ​ແມ່ນ​ຊາວ​ໜຸ່ມ​ທີ່​ລ້ຳຍຸກ​ລ້ຳສະ​ໄໝໃນ​ຕົວ​ເມືອງ​ໃຫຍ່​ຕ່າງໆ​ເຊັ່ນ​ປັກ​ກິ່ງ,ຊຽງ​ໄຮ້​ແລະ​ກວາງ​ໂຈ​ວ​ເປັນຕົ້ນ,ນອກຈາກ​ສາມາດ​ເບິ່ງ​ລະຄອນໂທລະສັບ​ມື​ຖື​ແລ້ວ,ຍັງ​​ເບິ່ງ​ຂ່າວ,ການ​ພະຍາກອນ​ອາກາດ​ແລະ MTV ​ເປັນ​ຕົ້ນ​ໄດ້​ຄື​ກັນ,ລາຍການ​ເຫຼົ່ານີ້​ລ້ວນ​ແຕ່​ແມ່ນ​ວິ​ສາ​ຫະກິດ​ທີ່​ພັດທະນາ​​ລາຍການໂທລະພາບ​ສຳລັບໂທລະສັບ​ມື​ຖືຫຼືບໍລິສັດ​ສ້າ​ງລາຍການ​ສະໜອງ​ໃຫ້,ບາງລາຍການແມ່ນ​ສ້າງ​ເພື່ອ​​ແຜ່​ພາບ​ໃນ​ໂທລະສັບ​ມື​ຖື,ບາງລາຍການແມ່ນ​ຕັດ​ຕໍ່ມາ​ຈາກ​ລາຍການ​ໂທລະພາບ.

ນາງ​ຊ່ຽວລີ້​ມັກ​ໃຊ້​ໂທລະສັບ​ມື​ຖື​ເບິ່ງ MTV ທີ່​ສຸດ,ນາງ​ເວົ້າວ່າ:

"ຖ້າ​ຢາກ​ໃຊ້​ໂທລະສັບ​ມື​ຖື​ເບິ່ງ MTV ຂອງ​ເພງ​ໃດ​ເພງ​ໜຶ່ງ,ສາມາດ​ເຂົ້າ​​ເວ​ບ​ໄຊ​ຈຳ​​ເພາະ,​ເບິ່ງ​ຊ່ອງ MTV ຈຳ​ເພາະ,​ເຂົ້າ​ໄປ​ແລ້ວ​ກໍ​ສາມາດ​ເຫັນ​ເພງ MTV ຈຳນວນຫຼວງຫຼາຍ,​ແລ້ວ​ໄປ​ເລືອກ, ມັກ​​ເພງ​ໃດແລ້ວ​ຈຶ່ງ​ດາວ​ໂຣດ,​ເຮັດ​ແນວ​ນີ້​ສາມາດ​ປະຢັດ​ຊ່ອງ​ຫວ່າງ​ຂອງ​ໂທລະສັບ​ມື​ຖື​ຢ່າງຫຼວງຫຼາຍ."
ນາງ​ຊ່ຽວລີ້​ຍັງ​ເວົ້າວ່າ,​ເຖິງ​ວ່າ​ພາບ​ແລະຄຸນ​ນະພາ​ບສຽງ​ໃນ​ໂທລະສັບ​ມື​ຖື​ບໍ່​ດີ​ຄື​​ໃນຄອມ​ພິວ​ເຕີຫຼື​ໂທລະພາບກໍ​ຕາມ,​ແຕ່​ຍ້ອນ​ວ່າ​ໂທລະ​ສັບ​ມື​ຖື​ແມ່ນ​ຕິດ​ຕົວ​ໄດ້,ສະນັ້ນ ຈຶ່ງ​ເບິ່ງ​ໃນ​ທຸກ​ເວລາ​ໄດ້,ທັງ​ນີ້​ມີ​ຄວາມ​ໝາຍຫຼາຍຕໍ່​ນາງ​ທີ່​ມັກ​ຮ້ອງ​ເພງ.

ຕາມ​ຊາບ​ວ່າ,​ໃນ​ອະນາຄົດ,ຄຽງ​ຄູ່​ກັບ​ການ​ນຳ​ໃຊ້​ເຕັກນິກ​ໂທລະ​ຄົມ​ເຄື່ອນ​ທີ່​ຮຸ້ນ​ທີ​ສາ​ມຢູ່​ຈີນ,ຄວາມ​ໄວ​ສົ່ງ​ຕໍ່​ຂອງ​ເຄືອ​ຂ່າຍ​ໂທລະ​ຄົມ​ຈະ​​ໄວ​ເຂົ້າຢ່າງຫຼວງຫຼາຍ,ຄຸນ​ນະພາ​ບຂອງ​ລາຍການ​ໃນ​ໂທລະສັບ​ມື​ຖື​ກໍ​ຈະ​​ດີ​ຂຶ້ນຢ່າງ​ເດັ່ນ​ຊັດ,ນີ້​ຈະ​ຊຸກ​ຍູ້​ການ​ພັດທະນາ​ທຸລະ​ກິດ​ລາຍການ​​ໂທລະພາບ​ສຳລັບໂທລະສັບ​ມື​ຖື​ຕື່ມ​ອີກ.

ນອກ​ນີ້ ບຸກຄົນ​​ໃນ​ວົງການ​ຍັງ​ຊີ້​ອອກ​ວ່າ,​ໃນ​ພາຍ​ໜ້າ,ລາຄາ​ໂທລະສັບ​ມື​ຖື​ກໍ​ຈະ​ບໍ່​ແມ່ນ​ປັດ​ໄຈ​ທີ່​ຜູກ​ມັດ​ການ​ພັດທະນາ​ທຸລະ​ກິດ​ລາຍການ​ໂທລະພາບ​ສຳລັບໂທລະສັບ​ມື​ຖື​ຢູ່​ຈີນ​ອີກ,ທ່ານ​ລິວ​ຮົງ ຜູ້ອຳນວຍການ​ໃຫຍ່​ຂອງ​ບໍລິສັດ​ສື່​ມວນ​ຊົນ​ເລີ້​ຊື້​ປັກ​ກິ່ງ​ໄດ້​ວິ​ເຄາະ​ຊີ້​ອອກ​ວ່າ:

"ຄົນ​ຈີນ​ປ່ຽນ​ໂທລະສັບ​ມື​ຖື​ໄວຫຼາຍ. ​ເມື່ອ​ສອງ​ປີ​ກ່ອນ,ຢູ່​ຈີນ,​ໂທລະສັບ​ມື​ຖື​​ຈໍ​ສີຍັງ​ເຫັນ​ໜ້ອຍ,ລາຄາ​ກໍ​ແພງ. ​ແຕ່​ຫຼັງຈາກ​ນັ້ນ 2 ປີ,ອັດຕາ​ກວມ​ໂກ​ຕາ​ຕະຫຼາດຂອງ​ໂທລະສັບ​ມື​ຖື​ທີ່​ມີ​ຈໍ​ສີ​ແລະ​ກ້ອງຖ່າຍ​ຮູບ​ນັ້ນ​ໄດ້​​ເພີ່ມຂຶ້ນຫຼາຍ,ລາຄາ​ກໍ​ປະມານ 2 ພັນ​ຢວນທໍ່​ນັ້ນ. ສະນັ້ນ ຂ້າພະ​ເຈົ້າ​ເຊື່ອ​ວ່າ,​ໂທລະສັບ​ມື​ຖື​ຮຸ້ນ​ໃໝ່​ສ່ວນຫຼາຍທີ່​ຂາຍ​ໃນ​ພາຍ​ໜ້າ​ລ້ວນ​ແຕ່​ເບິ່ງ​ລາຍການ​​ໂທລະພາບ​ໄດ້,​ລາຄາ​ກໍ​ຈະຕ່ຳລົງ​ຢ່າງຫຼວງຫຼາຍ. ຫຼັງຈາກ​ນັ້ນບໍ່​ດົນ,ການ​ເບິ່ງ​ລາຍການ​ໂທລະພາບຕ່າງໆ​ໃນ​ໂທລະສັບ​ມື​ຖື​ຈະ​ກາຍ​ເປັນຄວາມ​ຊິນ​ເຄີຍ​ແບບ​ໜຶ່ງໃນ​ຊີວິດ​ປະຈຳ​ວັນຂອງ​ຄົນ​ຈີນ.