ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-01 09:50:39    
[ຊິນ​ສີ​ຮົງ​​ເຕ]

cri Author: li
ກ່ອນ​ຄ.ສ.ປີ 221 ລາຊະວົງ​ຊິນ ​ເຊິ່ງ​ເປັນ​ລາຊະວົງ​ສັກດິນາ​ທີ່​ສູນ​ກາງ​ໂຮມ​ສູນ​ອຳນາດ​​ທຳ​ອິດ​ໃນ​ປະຫວັດສາດ​ຈີນ​ໄດ້​ກຳ​ເນີ​ດ​ເກີດ​ຂຶ້ນ. ຜູ້​ສ້າງ​ພາລະກິດ​ທີ່​ຍິ່ງ​ໃຫຍ່​ດັ່ງກ່າວ​ກໍ​ແມ່ນ​ເຈົ້າຊີວິດ​ຊິນ​ສີ​ຮົງ​ເຕທີ່​ພວກ​ເຮົາ​ຈະ​ແນະນຳ​ໃຫ້​ທ່ານ​ຮູ້​​ໃນ​ຕໍ່​ໄປ​ນີ້.

​ເຈົ້າຊີວິດ​ຊິນ​ສີ​ຮົງ​ກົງ​ແປວ່າ​ເຈົ້າຊີວິດ​ອົງ​ທຳ​ອິດ​ຂອງ​ລາຊະວົງ​ຊິນ. ນາມ​ສະກຸນ​ຂອງພະ​ອົງ​ແມ່ນ​ອິງ,ຊື່​ເຈີ້​ງ,​ກ່ອນນີ້​ແມ່ນ​ເຈົ້າຊີວິດ​ຂອງ​ລັດ​ຊິນ. ​ໃນ​ເວລາ​ພະ​ອົງ​ສືບ​ລາຊະບັນ​ລັງ​ກ່ອນ​ຄ.ສ.ປີ 246 ນັ້ນມີ​ແຕ່ 13 ພັນ​ສາ,​ເວລາ​ນັ້ນພວມ​ຢູ່​ໃນ​​ໄລຍະ​ທ້າຍ​ຂອງ​ສະ​ໄໝ​ຍຸດທະ​ຈັກ​ໃນ​ປະ​ຫວັດ​ສາດ​ຈີນ,​ມີ​ຫຼາຍລັດ​ທີ່​ເປັນ​ເອກະລາດ,​ບັນດາ​ລັດ​ໄດ້​ກໍ່​ສົງຄາມ​ກວມ​ເອົາກັນ​ເລື້ອຍ​ໆ. ລັດ​ຊິນ​ຕັ້ງຢູ່​ແຖບ​ເມືອງ​ຊຽນຢາງ​ແລະ​​ເມືອງຊີ່​ອ່ານ​ຂອງ​ຈີນ​ໃນ​ປັດຈຸບັນ​,​ແມ່ນ​ລັດ​ໜຶ່ງ​ທີ່​ມີ​ກຳລັງ​ຂ້ອນ​​ຂ້າງ​ເຂັ້ມແຂງ​ໃນ​ຄາວ​ນັ້ນ. ຫຼັງຈາກ​ສົມ​ເດັດ​ອິງ​ເຈີ້​ງ​​ເປັນ​ຜູ້ໃຫຍ່​​ແລ້ວ,​ໄດ້​​ໃຊ້​ຜູ້​ສະຫຼາດ​ສະຫຼຽວ,ອອກ​ແຮງ​ພັດທະນາ​ການ​ທະຫານ,​ພະ​ອົງ​ມີອຸດົມ​ການ​ເປັນ​ເຈົ້າ​ອຳນາດ. ​ໃນ 10 ກວ່າປີ​ຫຼັງຈາກ​ນັ້ນ,ລັດ​ຊິນ​ໄດ້​ກໍ່​ສົງຄາມ,​ໃນ​ທີ່​ສຸດ​ໄດ້​ໂຮມ​ທົ່ວ​ປະ​ເທດ​ເປັນ​ເອກະ​ພາບ​ກັນ. ສົມ​ເດັດ​ອິງ​ເຈີ້ງ​ກໍ​ໄດ້​ຈາກ​ເຈົ້າຊີວິດ​ລັດ​ອິງ​ກາຍ​ເປັນ​ເຈົ້າຊີວິດ​ຊີນສີ​ຮົງ​ເຕ.

ລັດ​ຊິນ​ໂຮມ​ປະ​ເທດ​ເປັນ​ເອກະ​ພາບ​ກັນ​ໄດ້​ປະກອບ​ສ່ວນ​ແລະ​ມີ​ຄວາມ​ໝາຍ​ຫຼາຍທີ່​ສຸດ. ກ່ອນ​ອື່ນ,​ໃນ​ດ້ານ​ການ​ເມືອງ,​ເຈົ້າຊີວິດ​ຊິນ​ສີ​ຮົງ​ເຕ​ຊົງ​ໄດ້​ຍົກ​ເລີກ​ລະບອບ​ພະ​ລາຊະທານ​ດິນ​ນາ,ປະຕິບັດ​ລະບອບ​ແຄວ້ນ,​ແບ່ງ​ທົ່ວ​ປະ​ເທດ​ເປັນ 36 ​ແຄວ້ນ,​ຖັດຈາກ​ແຄວ້ນ​ຕັ້ງ​ເມືອງ; ​ເຈົ້າໜ້າ​ທີ່​ຂອງ​ສູນ​ກາງ​ແລະ​ທ້ອງ​ຖິ່ນ​ລ້ວນ​ແຕ່​ແມ່ນ​ເຈົ້າ​ຊີວິດ​ຊົງ​ເລືອກ​​ແລະ​ແຕ່ງ​ຕັ້ງ,​ລູກຫຼານ​ບໍ່​ສືບ​ທອດ. ລະບອບ​ແຄວ້ນ​ທີ່​ລິ​ເລີ່ມ​ໃນ​ລາຊະວົງ​ຊິນ​ໄດ້​ກາຍ​ເປັນ​ລະບອບ​ຖາວອນໃນ​ປະຫວັດ​ສອງ​ພັນ​ກວ່າ​ປີ​ຂອງ​ຈີນ,ຊື່​ຂອງ​ຫຼາຍ​ເມືອງ​ຫຼາຍ​ນະຄອນ​ຂອງ​ຈີນ​ໃນ​ປັດຈຸບັນ​ລ້ວນ​ແຕ່​ແມ່ນ​ຕົກລົງ​ໃນ​ລາຊະວົງ​ຊິນ.

ການ​ປະກອບສ່ວນ​ອັນ​ສຳຄັນ​ອີກ​ຢ່າງ​ໜຶ່ງ​ຂອງ​ລາຊະວົງ​ຊິນ​ໃນ​ການ​ໂຮມຈີນ​ເຂົ້າ​ເປັນ​ເອກະ​ພາບ​ກັນ​ແມ່ນ​ໄດ້​​ໃຊ້ຕົວ​ໜັງສື​ຢ່າງ​ດຽວ. ກ່ອນ​ລາຊະວົງ​ຊິນ,​ແຕ່​ລະ​ລັດ​ມີ​​ໜັງສື​ຂອງ​ຕົນ​,​ເຖິງ​ວ່າ​​ໜັງສື​ເຫຼົ່ານີ້​ມີ​ແຫຼ່ງດຽວ​,​ແລະ​ບໍ່​ຕ່າງ​ຫຼາຍ​ໃນ​ການຂີດ​ຂຽນ​,​ແຕ່​ການ​​ເຜີຍ​ແຜ່​ແລະ​ແລກປ່ຽນ​ວັດທະນະທຳ​ແມ່ນ​ບໍ່​ສະດວກ​ທີ່​ສຸດ. ​ຫຼັງຈາກ​ລາຊະວົງ​ຊິນ​ໂຮມ​ທົ່ວ​ປະ​ເທດ​ເປັນ​ເອກະ​ພາບ​ກັນ​ແລ້ວ,​ໄດ້​ກຳນົດ​ໜັງສື​ສຽວ​ຈ້ວນ​ຂອງ​ລັດ​ຊິນ​ເປັນ​ໜັງສື​ທີ່​ໃຊ້​ໃນ​ທົ່ວ​ປະ​ເທດ. ຈາກ​ນັ້ນ​ໄປ,ການ​ປ່ຽນ​ແປງ​ຂອງ​​ໜັງສື​ຈີນຈຶ່ງ​ມີ​ຫຼັກ​ລະບຽບ,ທັງ​ນີ້​ມີ​ຄວາມ​ໝາຍ​ທີ່​ຄາດ​ຄະ​ເນ​ບໍ່​ໄດ້​ຕໍ່​ການ​ຈໍ່​ຕົວ​ຂອງ​ປະ​ຫວັດ​ສາດ​ແລະ​ການ​ສືບ​ທອດ​ວັດທະນະທຳ​ຂອງ​ຈີນ.

ນອກ​ນີ້ ​ເຈົ້າຊີວິດ​ຊິນ​ສີ​ຮົງ​ເຕຍັງ​ໄດ້​​ໃຊ້ລະບອບ​ຊັ່ງ​ແທກ​ຜອງ​ຕວງຢ່າງ​ດຽວ​ໃນ​ທົ່ວ​ປະ​ເທດ​. ກໍ​ເຊັ່ນ​ດຽວ​ກັບ​ໜັງສື,​ກ່ອນ​ໂຮມ​ເຂົ້າ​ເປັນ​ເອກະ​ພາບ​ກັນ,​ຫົວໜ່ວຍ​ຄວາມ​ຍາວ,ບໍລິ​ມາດ​ແລະ​ນ້ຳໜັກ​ຂອງ​ບັນດາ​ລັດ​​ແມ່ນຕ່າງ​ກັນ,​ອັນ​ໄດ້​ເປັນ​ສິ່ງ​ກົດ​ໜ່ວງ​ການ​ພັດທະນາ​ເສດຖະກິດ​ຢ່າງ​ໜັກ​ໜ່ວງ. ພ້ອມ​ກັນນັ້ນ ​ເຈົ້າຊີວິດ​ຊິນ​ສີ​ຮົງ​ເຕຍັງ​ໄດ້​​ໃຊ້​ເງິນຕາ​ແລະ​ກົດໝາຍ​ຢ່າງ​ເອກະ​ພາບ​,​ອັນ​ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ທົ່ວ​ປະ​ເທດ,ກໍ​ໄດ້​ເພີ່ມ​ທະວີ​ຖານະ​ຂອງ​ອຳນາດ​ສູນ​ກາງ​​ໃຫ້​ເຂັ້ມ​ແຂງ​.

​ເຈົ້າຊີວິດ​ຊິນ​ສີ​​ຮົງ​ເຕສົມ​ຊື່​ເປັນ​ຜູ້​ຍິ່ງ​ໃຫຍ່​ໃນ​ປະຫວັດສາດ​ຈີນ,​ແຕ່​ວ່າ,ທາລຸນ​ກຳ​ຂອງ​ພະ​ອົງ​ກໍ​ຄື​ກັນກັບ​ຄຸນງາມ​ຄວາມດີ​​ໄດ້​ບັນທຶກ​ໄວ້​ໃນ​ປຶ້ມປະຫວັດສາດ​ຈີນ​.

ຫຼັງຈາກ​ຊິນ​ສີ​ຮົງ​ເຕຊົງ​ໂຮມ​​ຈີນ​​ເຂົ້າເປັນ​ເອກະ​ພາບ​ກັນ​ແລ້ວ,​ເພື່ອ​ປ້ອງ​ກັນ​ການ​ຮຸກ​ຮານລົບ​ກວນ​ຂອງ​ຊົນ​ເຜົ່າ​ທ່ຽວ​ລ້ຽງສັດ​ຢູ່ພາກ​​ເໜືອ,​​​ເລີຍໄດ້​ໃຊ້​ນະ​ໂຍບາຍ​ກົດ​ໜີບ​ຢ່າງ​ແຂງ​ແຮງ​ບັງ​ຄັບ​​ແຮງ​ງານ​ຈຳນວນ​ຫຼວງຫຼາຍ​ກໍ່ສ້າງ​ກຳ​ແພງ​​ເມືອງ​ຈີນ​ຍາວ​ຫຼາຍພັນ​ຫຼັກ. ​ກຳ​ແພງ​ເມືອງ​ຈີນ​ທິດຕາ​ເວັນ​ຕົກ​ເລີ່​ມຈາກ​ທະ​ເລ​ຊາຍ,​ທິດຕາ​ເວັນ​ອອກ​ຮອດ​ທະ​ເລ,​ໄດ້​ຜ່ານ​ພູ​​ເຂົາ​ທີ່​ກັນດານ. ຍ້ອນ​ແຮງ​ງານ,ກຳລັງ​ວັດຖຸ​ແລະ​ລະດັບ​ວິທະຍາ​ສາດ​ເຕັກນິກ​ໃນ​ຄາວ​ນັ້ນມີ​ຈຳກັດ,​ແຮງ​ງານ​ທີ່​ເປັນ​ສາມັນ​ຊົນ​​ໄດ້ຕາຍ​ແລະ​ບາດ​ເຈັບ​ຢ່າງ​ຫຼວງຫຼາຍ. ​ນອກ​ນີ້ ​ເຈົ້າຊີວິດ​ຊີນສີ​ຮົງ​ເຕຍັງ​ໄດ້​​ແຕ່ງ​ຄົນ​ສ້າງ​ພະ​ລາຊະ​ວັງ​ເອີ​ພາງ​ທີ່​ຫຼູຫຼາ​ແລະ​ສຸສານ​ຂອງ​ຕົນ​ຢູ່​ພູ​ລີຊ່ານ. ​ແຕ່​ວ່າກຳ​ແພງ​ເມືອງ​ຈີນ​ແລະ​ຮູບ​ປັ້ນ​ທະຫານ​ແລະ​ມ້າ​ໃນ​ສຸສານ​ຊິນ​ສີ​ຮົງ​ເຕ​ໃນ​ປັດຈຸບັນ​ລ້ວນ​ແຕ່​ແມ່ນ​ມໍລະດົກ​ວັດ​ທະ​ນະ​ທຳ​ຂອງ​ໂລກ​ທີ່​ຊື່​ດັງ​,​ແຕ່​ລະ​ມື້​ມີ​ຄົນ​ທ່ຽວຈົນ​ນັບ​ບໍ່​ຖ້ວນ; ​ແຕ່​ເມື່ອ​ສອງ​ພັນ​ປີ​ກ່ອນ,ພວກ​ມັນ​ພັດ​ເຕັມ​ໄປ​ດ້ວຍ​ເລືອດ​ແລະ​ນ້ຳຕາ​,​ໄດ້​ບັນທຶກ​ຄວາມ​ອາ​ຄາດ​ບາດໝາງ​ທີ່​ບໍ່​ສ້ຽງ​ສຸດ​ຂອງ​ປະຊາຊົນ​ຕໍ່​ທາລຸນ​ກຳ​ຂອງ​ເຈົ້າຊີວິດ​ຊີນສີ​ຮົງ​​ເຕ,​ແລະ​ໃນ​ທີ່​ສຸດ,ພາ​ໃຫ້​ລາຊະວົງ​ຊິນໄດ້​ຖືກ​ໂຄ່ນ​ລົ້ມ​ຫຼັງຈາກ​ປົກຄອງ​ປະ​ເທດ​ພຽງ 15 ປີ​ທໍ່ນັ້ນ​.

​ເຫດການ​ອີກ​ເລື່ອງໜຶ່ງ​ທີ່​ພາ​ໃຫ້​ເຈົ້າຊີວິດ​ຊິນ​ສີ​ຮົງ​ເຕບໍ່​ມີ​ຊື່​ງາມ​ນັ້ນ​ແມ່ນ​ການ​ເຜົາ​ປຶ້ມ​ໜັງສື​ຝັງ​ນັກຮຽນ​ຮູ້. ​ເພື່ອ​ເພີ່ມ​ທະວີ​ການ​ປົກຄອງ​ຜະ​ເດັດ​ການ​ໃນ​ດ້ານ​ແນວ​ຄິດ,ກ່ອນ​ຄ.ສ.ປີ 213,​ເຈົ້າຊີວິດ​ຊິນ​ສີ​ຮົງ​ເຕ​ຊົງ​ໄດ້​ສັ່ງ​ໃຫ້​ເຜົາ​ປຶ້ມ​ປະຫວັດສາດ​ລັດ​ອື່ນ​​ເວັ້ນ​ແຕ່"​ປະຫວັດສາດ​ລາຊະວົງ​ຊິນ"ທີ່ຝ່າຍ​ທາງ​ການ​ເກັບ​ຮັກສາ​ໄວ້ແລະ​ປຶ້ມບູຮານ​ຂອງ​ແນວ​ຄິດ​ປັດ​ຊະ​ຍາ​ຂົງຈື,ຈົນກະທັ້ງ​ຂ້າ​ຄົນ​ທີ່​​ເກັບ​ມ້ຽນ​ແລະ​ເຜີຍ​ແຜ່​ປຶ້ມ​ບູຮານ​ເຫຼົ່ານີ້. ​ເຫດການ​ທຳລາຍ​ວັດທະນະທຳ​ຢ່າງ​ປ່າ​ເຖື່ອນ​ດັ່ງກ່າວ​ໄດ້​ພາ​ໃຫ້​ເກີດ​ຫຼາຍ​ເລື່ອງ​ທີ່​ບໍ່​ທັນ​ໄດ້​ແກ້​ຕົກ​ຢ່າງ​ຫຼວງຫຼາຍ​ໃນ​ການ​ຄົ້ນຄວ້າ​ປະຫວັດ​ສາດ​ໃນ​ຊູ່​ມື້​ນີ້.

​ເຈົ້າຊີວິດ​ຊິນ​ສີ​ຮົງ​ເຕຊົງ​ໂຮມ​ທົ່ວ​ປະ​ເທດ​ເຂົ້າ​ເປັນ​ເອກະ​ພາບ​ກັນ​ໄດ້​ເຮັດ​​ໃຫ້​ສະພາບ​​ແຕກ​ແຍກ​ເປັນ​ເວລາ​ຍາວ​ນານ​ໃນ​ປະຫວັດສາດ​ຈີນ​ນັ້ນ​ສິ້ນສຸດ​ລົງ,​ໄດ້​ສ້າງ​ປະ​ເທດ​ຈັກກະພັດ​ສັກດິນາ​ທີ່​ມີ​ຫຼາຍຊົນ​ເຜົ່າ​ທີ່​ຖື​ຊົນ​ເຜົ່າ​ຮັ້ນ​ເປັນຫຼັກ​ແຫຼ່ງ​ທີ່​ເຂັ້ມ​ແຂງ,​ປະຫວັດສາດ​ຈີນຈຶ່ງ​ໄດ້​ເປີດ​ໜ້າ​ໃໝ່.