ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-01 10:48:20    
ຈຳນວນຄົນ​ຕາຍ​ໃນ​ອຸບປະຕິ​​ເຫດຈົມ​ນ້ຳ​ແລະ​ຢຽບ​ກັນ​ທີ່​ເກີດຂຶ້ນ​ຢູ່​ແບກ​ແດດ​​ໄດ້ເພີ່ມ​ຂຶ້ນ ປະຊາ​ຄົມ​ໂລກ​ສະ​ແດງ​ຄວາມ​ໄວ້ອາ​ໄລ

cri Author: cai
ຕາມ​ຂ່າວCRI:ຈຳນວນ​ຄົນ​ຕາຍ​ໃນ​ອຸບ​ປະຕິ​ເຫດ​ຈົມ​ນ້ຳ​ແລະ​ຢຽບ​ກັນ​ທີ່​​ເກີດ​ຂຶ້ນ​ຢູ່​ແບກ​ແດດ​ໃນ​ຕອນ​ເຊົ້າ​ວັນ​ທີ 31 ສິງຫາ​​ໄດ້​ເພີ່ມ​ຂຶ້ນ​ຕື່ມ​ອີກ.ພ້ອມ​ກັນ​ນັ້ນ,ປະຊາ​ຄົມ​ໂລກ​ທະຍອຍ​ກັນ​ສະ​ແດງ​ຄວາ​ມ​ໄວ້ອາ​ໄລ​ຕໍ່​ເລື່ອງ​ເສົ້າ​ໂສກ​ດັ່ງກ່າວ.

ຕາມ​ສະຖິຕິ​ຫຼ້າ​ສຸດ​ຂອງ​ກະຊວງ​​ພາຍ​ໃນ​ອີຣັກ,​ເຫດການ​ຈົມ​ນ້ຳ​ແລະ​ຢຽບກັນ​ທີ່​​​ເກີດ​ຂຶ້ນ​ໃນ​ຕອນ​​ເຊົ້າ​ວັນ​ທີ 31 ສິງຫາ​ໄດ້​ພາ​ໃຫ້ 965 ຄົນ​ຕາຍ,ອີກ 465 ຄົນ​ບາດ​ເຈັບ.

ຕໍ່​ເລື່ອງ​ໂສກ​ເສົ້າ​ດັ່ງກ່າວ,ວັນ​ທີ 31 ສິງຫາ,ທ່ານ​ອານ​ນານ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ໄດ້​ອອກ​ຖະ​ແຫຼ​ງການ,ສະ​ແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຕໍ່​ຄອບຄົວ​ຂອງ​ຜູ້​ຕາຍ​ພ້ອມ​ດ້ວຍ​ລັດຖະບານ​ແລະ​ປະຊາຊົນ​ອີຣັກ.ທ່ານ​ເວົ້າວ່າ,ສະຫະ​ປະຊາ​ຊາດ​ຍິນ​ດີ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ທີ່​ຈຳ​ເປັນ​ທັງ​ໝົດ​ແກ່​ອີຣັກ.

ທ່ານ​ມູຊາ ​ເລຂາທິການ​ໃຫຍ່​ສັນນິບາດ​ປະ​ເທດ​ອາ​ລາບ​​ໄດ້ອອກ​ຖະ​ແຫຼ​ງການ,ສະ​ແດງ​ຄວາມ​ໄວ້ອາ​ໄລ​ຕໍ່​ລັດຖະບານ​ແລະ​ປະຊາຊົນ​ອີຣັກ.

ມື້​ດຽວ​ກັນ,ເຈົ້າຊີວິດ​ຊອກ​ດາ​ນີ​ແລະປະທານາທິບໍດີ​ອີຣານກໍ່ຕ່າງ​ໄດ້​ສະ​ແດງ​ຄວາມ​ໄວ້ອາ​ໄລ​ຕໍ່​ປະທານາທິບໍດີ​ແລະ​ລັດຖະບານ​ອີຣັກ,​ແລະ​ກ່າວ​ວ່າ​ຍິນ​ດີ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ແກ່​ອີຣັກ.

ມື້​ດຽວ​ກັນ,​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ເວົ້າ​ວ່າ,ອາ​ເມ​ລິ​ກາ​ຮູ້ສຶກ​ເສຍດາຍ​ຢ່າງສຸດ​ເຊິ່ງຕໍ່​ເຫດການ​ຢຽບກັນ​ທີ່​ເກີດຂຶ້ນ​ຢູ່​ແບກ​ແດດ.ອາ​ເມ​ລິ​ກາ​ຍິນ​ດີ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ແກ່​ລັດຖະບານ​ອີຣັກກ່ຽວ​ກັບ​ເລື່ອງ​ນີ້.