ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-01 10:50:50    
ຈີນ​ມີ​ເຈດ​ຈຳນົງ​ຕະຫລອດ​ມາ​ໃຫ້​ແກ້​ໄຂ​ບັນຫາ​ຊາຍ​ແດນກັບປະ​ເທດທີ່​ກ່ຽວຂ້ອງ​ໂດຍ​ຜ່ານການເປິກສາຫາ​ລື​ກັນ​ຢ່າງສະ​ເຫມີພາບ​

cri

ຕາມ​ຂ່າວ​ສານ​ຊິນ​ຮວາ:ຫວ່າງ​ມໍ່ໆ​ນີ້,​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ກັກ​ຂ່າວ,ທ່ານ​ລິວ​​ເຈີ​ນມິນ ​ຫົວ​ຫນ້າ​ພະ​ແນ​ກສົນທິສັນ​ຍາ​ແລະ​ກົດ​ຫມາຍ​ກະຊວງການ​ຕ່າງປະ​ເທດ​ຈີ​ນກ່າວ​ໃນ​ໄດ້​ຮັບ​ການ​ສຳພາດ​ຂ່າວ​ຂອງ​ນັກ​ຂ່າວ​ວ່າ,ນະ​ໂຍບາຍ​​ແລະ​ຫລັກ​ຫມັ້ນຂອງ​ຈີນ​ໃນ​ບັນຫາ​ຊາຍ​ແດນ​ແມ່ນ​ສະ​ເຫ​ມີຕົ້ນ​ສະ​ເຫ​ນີປາຍ,ຄື​ຜ່ານ​ເປິກສາ​ຫາລືກັນ​ຢ່າງສະ​ເຫມີ​ພາບ,​​ເຫັນ​ໃຈ​ແລະ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ເຊິ່ງກັນ​ແລ​ະກັນ,​ແກ້​ໄຂ​ບັນຫາ​ຊາຍ​ແດນ​ກັບ​ປະ​ເທດ​ທີ່ກ່ຽວຂ້ອງ​ຢ່າງ​ທ່ຽງ​ທຳ​ແລະ​ສົມ​ເຫດ​ສົມ​ຜົນ.

ທ່ານ​ລິວ​ເຈີ​ນມິນ​ກ່າວ​ວ່າ,​ຕັ້ງ​ແຕ່​ສ້າງ​ຕັ້ງປະ​ເທດ​ຈີນ​ໃຫມ່​,​50 ປີ​ມາ​ນີ້,ພາຍ​ໃຕ້​ການຊື້​ນຳ​ຂອງ​ຫັລກ 5 ປະການຢູ່​ຮ່ວມ​ກັນ​ໂດຍ​ສັນຕິ​ແລະທິດ​ທາງ​ການ​ຕ່າງປະ​ເທດ​​ທີ່​ດີ​ຕໍ່ກັນກັບ​ບ້ານ​ໃກ້​ເຮືອນ​ຄຽງ,ຜ່ານ​ຈາກ​ຄວາມ​ພະຍາຍາມ​ຢ່າງ​ບໍ່​ລົດ​ລະ,ລັດຖະບານ​ຈີນ​ໄດ້​ແກ້​ໄຂ​ບັນຫາ​ຊາຍ​ແດນ​ທີ່​ຕົກ​ຄ້າງມາ​ແຕ່​ປະຫວັດສາດ​ກັບປະ​ເທດ​ສ່ວນ​ຫລາຍ​ເທື່ອ​ລະ​ກ້າວ​ແລະ​ໜັກ​ແໜັ້ນ.ນັບ​ມາ​ຮອດ​ທ້າຍ​ປີ​ກາຍ​ນີ້,ຈີນ​ໄດ້​ເຊັນ​ສົນທິສັນຍາ​ຫລື​ສັນຍາ​ຊາຍ​ແດນ​ກັບ 12 ປະ​ເທດ​ແລ້ວ,ຊາຍ​ແດນ​ທີ່​ຂີດ​ແຍ່ງ​ແລ້ວນັ້ນກວມ​ຄວາມ​ຍາວ​ທັງ​ໝົດ​ຂອງຊາຍ​ແດນ​ເທີ​ງບົກ​ຂອງ​ຈີນ 90%.