ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-02 16:35:46    
ງານ​ວັດທະນະທຳ​ຈີນ​ຈະ​ໄປ​ຈັດ​ຢູ່​ອາ​ເມ​ລິ​ກາ​ໃນ​ເດືອນ​ຕຸລາປີ​ນີ້

cri
ຕາມ​ຂ່າວສານ​ຊິນ​ຮວາ: "ງານ​ວັດທະນະທຳ​ຈີນ"ທີ່​ຈີນ​ກັບ​ອາ​ເມ​ລິ​ກາ​ຮ່ວມ​ມື​ກັນ​ຈັດເທື່ອ​ທຳ​ອິດ​ນັ້ນ ຈະ​ໄຂ​ຂຶ້ນ​ຢູ່​ສູນ​ສິລະ​ປະການ​ສະ​ແດງ​​​​ເກນ​ເນ​ດີ​ ອາ​ເມ​ລິ​ກາ ​ໃນ​ເດືອນ​ຕຸລາ​ປີ​ນີ້, ນີ້​ຈະ​ເປັນ​ການ​ເຄືອ​ນ​ໄຫວ​ວັດທະນະທຳ​ຈີນທີ່​ມີ​​ຂະໜາດໃຫຍ່​ກວ່າ​ໝູ່ໃນ​ປະ​ຫວັດ​ສາດ​ອ​າ​ເມ​ລິ​ກາ.

ງານ​ວັດທະນະທຳ​ຈີນ​ຈະຈັດພິທີ​​ໄຂ​ງານໃນວັນ​ທີ 1 ຕຸລາ. ຕາມ​ແນະນຳ​ວ່າ, ງານ​ວັດ​ທະ​ນະ​ທຳ​​ແບບ​ສັງ​ລວມ​ເທື່ອ​ນີ້ ​ມີ​ 19 ລາຍ​ການ, ​ລວມ​ທັງ​ທ່ານ​ຊຸ່ນ​ເຈ່ຍ​ເຈິ້ງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ວັດ​ທະ​ນະ​ທຳ​ຈີນ​ກ່າວ​ປາ​ຖະກະຖາ​ຫົວຂໍ້​ສະ​ເພາະ​ຕໍ່​ບຸກຄົນ​ຊັ້ນ​ສູງ​ຂອງ​ວົງ​ການ​ວັດ​ທະນະ​ທຳ ​ແລະຊື່​ມວນ​ຊົນ​ອາ​ເມ​ລິ​ກາ, ສັບ​ປະດາ​ວັດທະນະທຳ​ນະຄອນ​ປັກ​ກິ່ງ, ​ແລະ​ລາຍ​ການ​ສະ​ແດງ​ຂອງ 13 ຄະນະສິລະ​ປະ ຄື ​ໂຮງ​ລະຄອນ​ງິ້ວປັກ​ກິ່ງ​, ຄະນະ​ລະບຳ​ບານ​ເລ​ສູນ​ກາງ​​ແລະອົງການ​ອື່ນໆ, ການວາງສະ​ແດງ​ເຄື່ອງ​ແທ້​ຮູບ​ປັ້ນ​ທະຫານ​ແລະ​ມ້າ​ເປັນ​ຕົ້ນ.