ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-02 17:37:03    
ຈີນ​ສະ​ໜອງ​ກ່ຳ​ປັ່ນ​ລາດ​ຕະ​ເວນ​ເທິງ​ທະ​ເລ​6​ລຳ​ທີ່​ຊ່ອຍ​ເຫຼືອ​ລ້າ​ແກ່​ກຳ​ປູ​ເຈຍ

cri Author: q
ຕາມ​ຂ່າວCRI,ວັນ​ທີ2​ກັນຍາ,ນັກ​ຂ່າວ​ໄດ້​ຊາບ​ຈາກ​ຝ່າຍ​ທີ່​ກ່ຽວຂ້ອງ​ຂອງ​ປັກ​ກິ່ງ​ວ່າ,​ຫວ່າງ​ມໍ່ໆ​ນີ້,ລັດ​ຖະ​ບານ​ຈີນ​ໄດ້​ສະ​ໜອງ​ກ່ຳ​ປັ່ນ​ລາດ​ຕະ​ເວນ​​ເທິງ​ທະ​ເລ​6​ລຳ​ທີ່​ຊ່ອຍ​ເຫຼືອ​ລ້າ​ແກ່​ລັດ​ຖະ​ບານ​ກຳ​ປູ​ເຈຍ.

ກ່ຳ​ປັ່ນ​ທີ່ຈີນ​ຊ່ອຍ​ເຫຼືອ​ລ້າ​ເຫຼົ່າ​ນີ້​ຈະ​ເສີມ​ຂະຫຍາຍ​ບົດບາດ​ອັນ​ຕັ້ງໜ້າ​​ໃນ​ການ​ຊ່ອຍ​ກຳ​ປູ​ເຈ​ຍ​ເພີ່ມ​ທະວີການ​ປາບ​ການ​ຄ້າຂາຍ​ເຖື່ອນ​ເທິງ​ທະ​ເລ,ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ນ່ານທະ​ເລ,​ຮັກ​ສາ​ຄວາມ​ລະບຽບ​ຮຽບຮ້ອຍ​ຂອງສັງ​ຄົມ,ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ປະ​ເທດ.

ກ່ອນ​ໜ້າ​ນີ້,ຈີນ​ໄດ້​ຊ່ອຍ​ເຫຼືອ​ລ້າ​ກຳປູ​ເຈຍ​ໃນ​ດ້ານ​ອຸປະກອນ​ສື່ສານ,ລົດ​ຍົນ,​ລົດ​ຈັກ,​ລົດ​ດັບ​ເພິ​ງ​ເປັນ​ຕົ້ນ​ເປັນ​ຈຳນວນ​ຫຼວງ​ຫຼາຍ,ອັນ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ໃນ​ການ​ຊ່ອຍ​ກຳປູ​ເຈຍ​ຮັກ​ສາ​ຄວາມ​ລະບຽບ​ຮຽບຮ້ອຍ​ຂອງສັງຄົມ,ປົກ​ປັກ​ຮັກສາ​ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ​ແລະ​ຊັບ​ສິນ​ຂອງ​ປະ​ຊາ​ຊົນ.