ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-02 18:09:38    
ງານ​ເອັກ​ສ​ໂປ​ການ​ລົງ​ທຶນ​ແລະ​ການ​ຄ້າ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ເໜືອ​ຈີ​ລິນ​ຈີນ​ຄັ້ງ​ປະ​ຖົມ​ມະ​ເລີກ​ໄດ້​ເປີດ​ສາກ

cri
ຕາມ​ຂ່າວCRI,ງານ​ເອັກສ​ໂປ​ການ​ລົງທຶນ​ແລະ​ການ​ຄ້າ​ອາຊີ​ຕາ​ເວັນ​ອອກສຽງ​ເໜືອ​ຈີ​ລິນ​ຈີນຄັ້ງ​ປະຖົມມະ​ເລີກ​ໄດ້​ເປີດ​ສາກຢູ່​ສາງ​ຊຸນ ​ເທດສະບານ​ແຂວງ​ຈີ​ລິນ​ຈີນ​ໃນ​ວັນ​ທີ2​ກັນຍາ.

ໃນ​ພິທີ​ໄຂ​ງານ,ທ່ານ​ວາງ​ຢຸນຄຸນ ​ເລຂາພັກ ​ແຂວງ​ຈີ​ລິນ​ກ່າວ​ວ່າ,​ໃນ​ຫຼາຍ​ປີ​ມາ​ນີ້,​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງຈີນ​ກັບ​ລັດຖະບານ​ແລະ​ວິ​ສາ​ຫະກິດ​ຂອງ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສຽງ​ເໜືອ​ເຊັ່ນ​ສ.ປ.ປ.​ເກົາຫຼີ,ສ.​ເກົາຫຼີ,ຍີ່​ປຸ່ນ,ຣັດ​ເຊຍ,ມົງ​ໂກ​ລີ​ເປັນ​ຕົ້ນ​ໄດ້​ລົງ​ສູ່​ລວງ​ເລິກ​ເລື້ອຍໆ,​ການ​ຮ່ວມ​ມື​ໄດ້​ເປີດ​ກວ້າງ​ອອກ​ຢ່າງ​ບໍ່​ຢຸດ​ຢັ້ງ,ອັນ​ໄດ້​ສ້າງ​ພື້ນຖານ​ອັນ​ດີງາມ​ໃຫ້​ແກ່​ງານ​ເອັກສ​ໂປ​ອາຊີ​ຕາ​ເວັນ​ອອກສຽງ​ເໜືອ​ເຊິ່ງ​ເປັນ​ແທ່ນ​ຮ່ວມ​ມື​ໄລຍະ​ຍາວ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ,​ການ​ແລກປ່ຽນ​ແລະ​ການຮ່ວມ​ມື​ກັນ,ການ​ແກ່ງ​ແຍ່ງ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ.​ຄຽງ​ຄູ່​ກັບ​ແຂວງ​ຈີ​ລິນ​ໄດ້​ເປີດ​ກວ້າງ​ຂົງ​ເຂດ​ການ​ໄຂ​ປະຕູ​ສູ່​ພາຍ​ນອກ,​ແຂວງ​ຈີ່​ລິນ​ຈະ​ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ດີງາມ​ກວ່າ​ເກົ່າ​ໃຫ້​ແກ່​​ທຶນຮອນ,​ເຕັກ​ນິກ,​ໂຄງ​ການ​ທຸກ​ຊະ​ນິດ​ຂອງ​ຕ່າງ​ປະ​ເທດ​​ເຂົ້າ​ສູ່​ຈີນ.