ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-02 18:31:32    
ເອຢິບ​ເຕືອນ​ອີສຣາ​ແອນ​ຢ່າ​ສືບ​ຕໍ່ສ້າງ​ຈຸດ​ຕັ້ງ​ຖິ່ນ​ຖານຊາວ​ຢິວ​ຢູ່ຝັ່ງຕາ​ເວັນ​ຕົກ​​ແມ່​ນ້ຳ​ຈໍ​​ແດນ

cri
ຕາມ​ຂ່າວCRI ວັນ​ທີ1 ກັນ​ຍາ ​ໃນ​​ເວລາທ່ານ​ເກ​ອິ​ດ ລັດ​ຖະມົນ​ຕີ​ການ​ຕ່າງປະ​ເທ​ດ​ເອຢິບ​ສົ່ງ​ຈົດໝາຍ​​ໄປ​ຍັງ​ສີ່​ຝ່າ​ຍທີ່​ກ່ຽວຂ້ອງ​ກັບບັນ​ຫາ​ຕາເວັນ ອອກກາງ ຄື ສະຫະ​ປະຊາ​ຊາດ ສະຫະພາບ​ເອີ​ລົບ ອາ​ເມ​ລິ​ກາ​ແລະ​ລັດ​ເຊຍ, ທ່ານ​ກ່າວ​ວ່າ​ ຖ້າວ່າອີສຣາ​ແອນ​ສືບ​ຕໍ່ສ້າງ​ຈຸດ​ຕັ້ງ​ຖິ່ນ​ຖານຊາວ​ຢິວ​ແລະກຳ​ແພງ​ຂັ້ນຢູ່​ຝັ່ງຕາ​ເວັນ​ຕົກ​​ແມ່ນ​ນ້ຳ​ຈໍ​​ແດນ​ແລ້ວ ຍ່ອມຈະ​ພາ​ໃຫ້​ເກີດ​ການ​ປະທະກັນ​ຢ່າງ​ຮຸນ​ແຮງ​ຄັ້ງ​ໃໝ່​ລະຫວ່າງ​ປາ​ເລັສຕີນ​ກັບ​ອີສຣາ​​ແອ​ນ,ກີດ​ຂວາງ​ການ​ເຈລະຈາ​ສັນຕິ​ພາບ​ລະຫວ່າງ​ປາ​ເລັສຕີນ​ກັບ​ອີສຣາ​​ແອ​ນພ້ອມ​ດ້ວຍຂະ​ບວນວິ​ວັດສັນ​ຕິພາບ​ຕາ​ເວັນ​ອອກ​ກາງ.

​ໃນຈົ​ໝາ​ຍ​ສະບັບ​ນັ້ນ ທ່ານ​ເກ​ອິດຍັງ​ຮຽກຮ້ອງ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ສວຍໂອກາດ​ດີ​ທີ່​ອີສຣາແອນ​​ຖອນອອກ​ແຕ່​ຝ່າຍ​ດຽວ​ນັ້ນ​ຢ່າງ​ເຕັມ​ສ່ວນ ຊຸກຍູ້​ປາ​ເລັສຕີນ​ກັບ​ອີສຣາ​​ແອນຟຶ້ນຟູ​ການ​ເຈລະຈາ​ສັນຕິພາບ​ທາງ​ການ​ເມືອງ.

ນອກ​ນັ້ນ​ຂ່າວ​ລາຍ​ງານ​ວ່າ ​ວັນທີ1 ກັນຍາ ເຈົ້າ​ໜ້າ​ທີ່ຜູ່​ໜຶ່ງຂອງ​ລັດຖະ​ບານ​ເອຢິບ​ກ່າວ​ວ່າ ​ມື້​ດຽວ​ກັນ ຢູ່ນະຄອນ​ຫຼວງ​ເລີ​ແກ ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ຝ່າຍ​​ທະ​ຫານ​ຂອງອີສ​ຣາແອນ​ແລະ​ເອ​ຢິບ​​ໄດ້ ຕົກ​ລົງກັນ ເອຢິບຈະ​ຈັດວາງ​ທະຫານ​ຢູ່ ເຂດຊາຍ​ແດນລະ​ຫວ່າງເອ​ຢິບກັບ​ແຖບ​ກາຊາ ມີອຳ​ນາດ​ເຕັມ​ຮັບຜິດ​ຊອບ ກັ້ນ​ກາງການ​ເຄື່ອນ​ໄຫວ​ຄ້າຂາຍ​ອາວຸດ​ເຖື່ອນ ຈາກເອຢິບ​ໄປແຖບ​ກາຊາ.