ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-02 18:31:40    
ຫໍ​ວິ​ຈິດ​ຕະ​ກຳ​ຈີນ​ຈັດ​ງານ​ວາງ​ສະ​ແດງ​​ເຄື່ອງ​ວິ​ຈິດ​ຕະ​ກຳ​ສາ​ກົນ​ຂະ​ໜາດ​ໃຫຍ່​ເພື່ອ​ລະ​ລຶກ​ສົງ​ຄາມ​ຕ້ານ​ຟັດ​ຊິດ​ໄດ້​ຮັບ​ໄຊ​ຊະ​ນະ​ຄົບ​ຮອບ​60​ປີ

cri
ຕາມ​ຂ່າວCRI,ງານ​ວາງສະ​ແດງ​ເຄື່ອງ​ວິຈິດ​ຕະກຳ​ສາກົນ​ເພື່ອ​ລະ​ລຶກສົງຄາມ​ຕ້ານ​ຟັດ​ຊິດ​ໄດ້​ຮັບ​ໄຊຊະນະ​ຄົບຮອບ60​ປີ​ໄດ້​ຈັດ​ຂຶ້ນ​ຢູ່​ຫໍ​ວິຈິດ​ຕະກຳ​ຈີນ​ໃນ​ວັນ​ທີ2​ກັນຍາ.

ງານ​ວາງສະ​ແດງ​ໄດ້​ວາງສະ​ແດງ​ເຄື່ອງ​ວິຈິດ​ຕະກຳ500​ກວ່າ​ເຄື່ອງ​ຂອງ​ຫຼາຍ​ປະ​ເທດ​ແລະ​ເຂດ​ແຄວ້ນ​ເຊັ່ນ​ຈີນ,ອາ​ເມ​ລິ​ກາ,ສ.​ເກົາຫຼີ,​ເຢຍລະ​ມັນ,ຍີ່​ປຸ່ນ,​ເຊັກ,ບຸນ​ກາລີ​ເປັນ​ຕົ້ນ.​ໃນ​ນັ້ນ,​ໄດ້​ມີຮູບ​ແຕ້ມ​ທີ່​ພິມ​ຈາກ​ແມ່ພິມ​ທີ່​ຄວັດ​ໃສ່​ແປ້ນ​ເຊິ່ງປະດິດ​ແຕ່ງ​ໃນ​ໄລຍະ​ສົງຄາມ​ປະຊາຊົນ​ຈີນ​ຕໍ່​ຕ້ານ​ຍີ່​ປຸ່ນ,ຮູບ​ແຕ້ມ​ດ້ວຍ​ສີ​ນ້ຳມັນ​ທີ່​ພາດ​ຫົວ​ເລື່ອງ​ວ່າການ​ຖີ້ມລະ​ເບີດ​​ໃສ່​ນະຄອນ​ຈຸ່ງ​ກິ່ງ​ຢ່າງ​ຂະ​ໜາດ​ໃຫຍ່​ທີ່​ບັນທຶກ​ຍີ່​ປຸ່ນຖີ້ມລະ​ເບີດ​ໃສ່​ປະຊາຊົນ​ຈີນ​ເຊິ່ງ​ແຕ້ມ​ໂດຍ​ທ່ານ​ອູ​​ໂຈ​ເຢິນ ນັກ​ວິ​ຈິດ​ຕະ​ກຳ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ,ຮູບ​ແຕ້ມ​ເປັນ​ຊຸດ​ທີ່​ພາດ​ຫົວ​ເລື່ອງ​ວ່າ,​ຢວນ​ປ້າວ​ທູ​ເຊິ່ງ​​ແມ່ນ​​ທ່ານ​ມາ​ລູຄິອີ​ລິ ​ແລະນາງອາ​ຄາ​ມາ​ຊູ ​ໂທ​ຊິ​ໂຄ ຄູ່​ຜົວ​ເມຍຍີ່​ປຸ່ນ​ໃຊ້​ເວ​ລາ​32​ປີ​ຈິ່ງ​ແຕ່ງ​ສຳ​ເລັດ.

ເຈົ້າພາບຈັດ​ງານ​ວາງສະ​ແດງ​ເຫັນ​ວ່າ,ງານ​ວາງສະ​ແດງ​ເທື່ອ​ນີ້​ແມ່ນ​ການ​ຫວນ​ຄືນ​ແລະ​ການ​ລະ​ລຶກ​ຊະນິດ​ໜຶ່ງ,ທັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ປາ​ຖະ​ໜາ​ທີ່​ປະ​ຊາ​ຊົນ​ໂລກ​ຖະ​ໜອມ​ຮັກ​ສັນ​ຕິ​ພາບ.