ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-02 20:34:53    
ກົ​ມ​ໃຫຍ່​ການ​ບິນ​ພົນ​ລະ​ເຮືອນ​ຈີນ​ອະ​ນຸ​ມັດ​ການ​ຮ້ອງ​ຂໍ​ບິນ​ຂ້າມ​ເຂດ​ທ້ອງ​ຟ້າ​ແຜ່ນ​ດິນ​ໃຫຍ່​ຈີນ​ຂອງ​4​ບໍ​ລິ​ສັດ​ການ​ບິນ​ໄຕ້​ຫວັນ

cri Author: q
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ2​ກັນ​ຍາ,ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ກົມ​ໃຫຍ່​ການບິນ​ພົນ​ລະ​ເຮືອນ​ຈີນ​ໄດ້​ອະນຸມັດ​ການ​ຮ້ອງ​ຂໍ​ບິນ​ຂ້າມ​​ເຂດ​ທ້ອງຟ້າ​ແຜ່ນດິນ​​ໃຫຍ່​ຂອງ4​ບໍລິສັດ​ການ​ບິນ​ໄຕ້​ຫວັນ.​ຄື,​ແຕ່​ສູນ​ໂມງ​ຂອງ​ວັນ​ທີ5​ກັນຍາ​ເປັນ​ຕົ້ນ​ໄປ,ອະນຸຍາດ​ໃຫ້​ຖ້ຽວ​ບິນ​ທີ່​ກ່ຽວ​ຂ້ອງ​ຂອງ​ບໍ​ລິ​ສັດ​ດັ່ງ​ກ່າວ​ບິນ​ຂ້າມ​ເຂດ​ທ້ອງຟ້າ​ແຜ່ນດິນ​ໃຫຍ່​ຈີນ​ຕາມ​​​ທາງ​ການ​ບິນ​ທີ່​ແຜ່ນ​ດິນ​​ໃຫຍ່​ຈີນ​ອະ​ນຸ​ຍາດ​ຕໍ່​ພາຍ​ນອກໃນ​ສະ​ເພາະ​ໜ້າ​ນີ້.

ພາກສ່ວນທີ່​ຮັບຜິດຊອບ​ຂອງ​ກົມ​​ໃຫຍ່​ການບິນ​ພົນ​ລະ​ເຮືອນ​ຈີນ​ກ່າວ​ວ່າ,ນີ້​ຈະ​ມີ​ຜົນ​ດີ​ຕໍ່​ການ​ປະ​ຍັດ​ເວລາ​ການບິນ,ຫຼຸດ​ຕົ້ນ​ທຶນ​ທຸລະ​ກິດ,ຍົກ​ສູງ​ປະສິດທິພາບ​ການ​ໝູນ​ເດີນ,​ເພີ່ມ​ທະ​ວີ​ຄວາມ​ແກ່ງ​ແຍ່ງ.