ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-02 20:48:22    
ລັດ​ເຊຍ​ແລະ​ສິງກະ​ໂປລະ​ລຶກສົງ​ຄາມ​ໂລກຄັ້ງທີ​ສອງ​ໄດ້​ຮັບ​ໄຊຊະນະ​ຄົບຮອບ 60 ປີ

cri Author: da
ຕາມ​ຂ່າວCRI: ຫວ່າງ​ມໍ່ໆ​ນີ້ ລັດ​ເຊຍ​ແລະ​ສິງກະ​ໂປ​ຕ່າງ​ໄດ້​ຈັດ​ການ​ເຄື່ອນ​ໄຫວ​ ລະ​ລຶກສົງ​ຄາມ​ໂລກ​ຄັ້ງທີ​ສອງ​ໄດ້​ຮັບ​ໄຊຊະນະ​ຄົບ​ຮອບ 60 ປີ.

ວັນ​ທີ 2 ກັນຍາ ຢູ່ວະ​ລາ​ດີ​ວົສຕົກ ຜູ້ຮັບຜິດ​ຊອບ​ກອງ​ກ່ຳ​ປັ່ນ​ລົບຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ​ໄກ​ແລະ​ມະຫາ​ສະໝຸດ​ປາ​ຊິ​ຟິກ​ຂອງ​ລັດ​ເຊຍ​ໄດ້ວາງ​ດອກ​ໄມ້​ແລະ​ກະຕ່າ​ດອກ​ໄມ້​ໃສ່​ອະນຸ​ສາວ​ະລີ​ກຽດຕິ​ຍົດ​ສູ້​ລົບ​ຂອງ​ກອງ​ກ່ຳ​ປັ່ນ​ລົບມະຫາ​ສະໝຸດ​ປາຊິ​ຟິກ.ປະ​ຊາຊົນ ນາຍ​ແລະ​ພົນທະ​ຫານ​ຂອງ​ກອງທະ​ຫານ​ຮັກສາ​​ເມືອງ​ໄດ້​ຈັດ​ງານ​ຊຸມນຸມ​​ແລະ​ສວນສະ​ໜາມ​ຢູ່​ສະໜາມ​ຫຼວງ​ໃຈ​ກາງ​ເມືອງ​ດັ່ງ​ກ່າວ.​

ເລີ່​ມ​ແຕ່​ວັນ​ທີ 1 ກັນຍາ ຫໍ​​ເກັບ​ສະ​ແຕມ​ສິງກະ​ໂປ​ໄດ້​ເປີດ​ເຜີຍ​ການ​ອັດ​ສຽງ​ສຳພາດ​ຫຼັງ​ສົງຄາມ​ທີ່​ລ້ຳຄ່າ​ແລະ​ສາຍ​ຮູບ​ເງົາ​ບັນ​ທຶກ​.ກົມ​ທ່ອງ​ທ່ຽວ​ສິງກະ​ໂປ​ໄດ້​ຈັດ​ຕັ້ງ​ປວງ​ຊົນ​ຊົມ​ທ່ຽວ​ຮ່ອງ​ຮອຍ​ສະຖານ​ທີ່​​ເກົ່າ​ຂອງ​ສົງ​ຄາມ​ໂລກ​ຄັ້ງທີ 2 ​ແລະ​ຫໍພິ​ພິທະ​ພັນ.ຫໍພິ​ພິທະ​ພັນ​ປະຫວັດ​ສາດ​ສິງກະ​ໂປ​ຈະ​ຈັດ​ງາຍ​ລາຍ​ງານໃນ​ວັນ​ທີ 4 ກັນຍາ,​ນັກ​ລົບ​ທີ່​ເຄີຍ​​ເຂົ້າ​ຮ່ວມ​ສົງ​ຄາມ​ໂລກ​ຄັ້ງທີ​ສອງ​ຈະ​ລາຍ​ງານ​ປະສົບ​ການ​ຂອງ​ຕົນ.ນັກປາດ​ປະຫວັດ​ສາດ 70 ກວ່າ​ທ່ານ​ທີ່​ມາ​ຈາກ 20 ປະ​ເທດ​ຍັງ​ຈະ​ເຂົ້າ​ຮ່ວມ"ງານ​ສຳ​ມະ​ນາໄລຍະ​ຍີ່ປຸ່ນ​ປົກ​ຄອງ"ທີ່​ຈະ​ໄຂ​ຂຶ້ນ​ຢູ່​ສິງກະ​ໂປ​ສອງ​ມື້​ໃນ​ວັນ​ທີ 5 ກັນຍາ