ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-03 18:34:33    
ຈີນ​ກັບ​ສີ​ລັງກາ​ອອກ​ປະກາດ​ແຈ້ງ​ການ​ຮ່ວມ

cri

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 2 ກັນຍາຢູ່​ທີ່​ປັກ​ກິ່ງ, ຈີນກັບ​ສີ​ລັງກາ​​ໄດ້​ອອກ"ປະກາດ​ແຈ້ງ​ການ​ຮ່ວມ"

ປະກາດ​ແຈ້ງ​ການ​ຊີ້​ອອກ​ວ່າ, ສອງ​ຝ່າຍ​ກ່າວ​ປະນາ​ມຢ່າງ​ຮຸນ​ແຮງຕໍ່​ການ​ກະທຳ​ຂອງລັດທິ​ກໍ່​ການ​ຮ້າຍ, ຕັດສິນ​ໃຈ​ຕໍ່​ສູ້​ກັບ​ອິດ​ທິກຳລັງ​ຊົ່ວ​ຮ້າຍ 3 ປະ​ເພດ​ຄື: ​ລັດທິ​ກໍ່​ການ​ຮ້າຍ ລັດທິ​​ແບ່ງ​ແຍກ​ແລະ​ລັດທິ​ຫົວ​ຈັດຢ່າງ​ບໍ່​ລົດ​ລະ, ​ແລະ​ເພີ່ມ​ທະວີ​ການ​ປຶກສາຫາລື​ແລະ​ປະສານ​ສົມທົບ​ໃນ​ການ​ເຄື່ອນ​ໄຫວຕ້ານ​ການ​ກໍ່​ການ​ຮ້າຍ​ພາກ​ພື້ນແລະ​ສາກົນ.

ປະກາ​ດ​ແຈ້ງ​ການຂຽນ​ວ່າ, ສີ​ລັງກາ​ປະຕິບັດ​ຕາມ​ນະ​ໂຍບາຍ​ຈີນ​ດຽວ​ຢ່າງ​ເດັດດ່ຽວ, ຄັດຄ້ານການ"​ແຍກ​ໄຕ້​ຫວັນ​ເປັນ​ເອກະ​ລາດ"ດ້ວຍ​ທຸກ​ຮູບ​ທຸກ​ແບບ, ສະໜັບສະໜູນ​ຄວາມ​ພະຍາຍາມ​ທຸກ​ຢ່າງ​ຂອງ​ລັດຖະບານ​ຈີນ​​ເພື່ອ​ປົກ​ປັກ​ຮັກສາ​ອະທິປະ​​ໄຕ​ແຫ່ງ​ຊາດ​ແລະ​ຜືນ​ແຜ່ນ​ດີ​ນອັນ​ຄົບ​ຖ້ວນ​, ສະໜັບສະໜູ​ນມາດ​ຕະການ​ຂອງ​ຈີນ​ເພື່ອ​ຄັດຄ້ານ​ອິດ​ທິກຳລັງ"​ແຍກ​ໄຕ້​ຫວັນ​ເປັນ​ເອກະລາດ"​ແບ່ງ​ແຍກ​ປະ​ເທດຊາດ.