ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-03 21:01:34    
ຈີນ​ຈັດ​ກອງ​ປະ​ຊຸມ​​ລະ​ລຶກ​ສົງ​ຄາມ​ຕໍ່​ຕ້ານ​ຍີ່​ປຸ່ນ​ແລະ​ສົງ​ຄາມ​ໂລກ​ຕ້ານ​ຟັດ​ຊິດ​ໄດ້​ຮັບ​ໄຊ​ຊະ​ນະ​ຄົບ​ຮອບ 60 ປີ​ຢູ່​ປັກ​ກິ່ງ

cri Author: da


ຕາມ​ຂ່າວCRI: ກອງ​ປະຊຸມ​​ລະ​ລຶກສົງຄາມ​ປະຊາຊົນ​ຈີນ​ຕໍ່ຕ້ານ​ຍີ່ປຸ່ນ​ແລະ​ສົງຄາມ​ໂລກ​ຕ້ານ​ຟັດ​ຊິດຮັບ​ໄຊ​ຊະນະ​ຄົບຮອບ 60 ປີ​ໄດ້ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ຕອນ​​ເຊົ້າວັນ​ທີ 3 ກັນຍາ.ທ່ານ​ຫູ​ຈິນ​ທາວ ປະທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ຢູ່​ທີ່ປະຊຸມ​ວ່າ,​ແຕ່​ໃດ​ມາ ​ຊາດ​ຈີນກໍ​ໂຄລົບ​ຄວາມ​ເປັນ​ທຳ ຮັກຫອມ​ສັນຕິພາບ,ບໍ່​ຢ້ານ​ຄວາມ​​ໂຫດຮ້າຍ​ປ່າ​ເຖື່ອນ ບໍ່​ອ່ອນ​ຍອມ​ຕໍ່​ກຳລັງ​ໜີບໃດ​​ໆ​ຂອງພາຍ​ນອກ​.ຈີນ​ຈະ​ເດີນ​ຕາມ​ເສັ້ນທາງ​ພັດທະນາ​ໂດຍ​ສັນຕິ​ຢ່າງ​ໝັ້ນໜຽວ​ບໍ່​ປ່ຽນ​ແປງ.


ທ່ານ​ຫູ​ຈິນທາວ​​ເວົ້າວ່າ,​ປະຊາຊົນ​ຈີນໄດ້​ຮັບ​ໄຊ​ຊະນະ​ອັນ​ຍິ່ງ​ໃຫຍ່​ໃນ​ສົງຄາມ​ຕໍ່ຕ້ານ​ຍີ່​ປຸ່ນນັ້ນ,​ແມ່ນ​ຜົນ​ທີ່ພີ່ນ້ອງ​ຮ່ວມ​ຊາດທົ່ວ​ປະ​ເທດ​ຈີນ​ສາມັກຄີ​ກັນສູ້​ລົບ,ກໍ​ແມ່ນ​ຜົນ​ທີ່​ປະຊາຊົນ​ຈີນ​ພ້ອມ​ກັບ​ປະຊາຊົນບັນດາ​ປະ​ເທດ​ສະຫະພັນຕ້ານຟັດ​ຊິດ​ຄຽງ​ບ່າ​ຄຽງ​ໄຫຼ່​ກັນສູ້​ລົບ​.


ນັກ​ລົບ​ເກົ່າ​ຕໍ່ຕ້ານ ຜູ້​ຮັກ​ຊາດ​ຢູ່​ພົ້ນທະ​ເລ ​ເພື່ອນ​ມິດສາ​ກົນ​ຫຼື​ຍາດ​ພີ່ນ້ອງ​ຂອງ​ຜູ້​ເສຍ​ຊີວິດ​ທີ່​ມາ​ຈາກ 20 ກວ່າ​ປະ​ເທດ​ຄື​ອາ​ເມ​ລິ​ກາ ຍີ່​ປຸ່ນ ສ.​ເກົາ​ຫຼິ ສປປ​ເກົາຫຼີ ອິນ​ເດຍ​ແລະ​ອັງກິດ​ເປັນຕົ້ນ ພ້ອມ​ກັບບຸກຄົນ​ວົງ​ກາ​ນຕ່າງໆ​ໃນ​ສັງຄົມ​ຈີນປະມານ 6 ພັນ​ຄົນ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ລະ​ລຶກ.


1  2