ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-04 17:25:19    
ສື່​ມວນ​ຊົນ​ສ.​ເກົາຫຼີ​ລາຍ​ງານຂ່າວ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ລະ​ລຶກສົງຄາມ​ຈີນຕໍ່ຕ້ານ​ຍີ່ປຸ່ນ​ຮັບ​ໄຊຊະນະ​ຄົບຮອບ 60 ປີ

cri Author: da
ຕາມ​ຂ່າວCRI: "ກອງ​ປ​ະຊຸມ​ລະ​ລຶກສົງຄາມ​ປະຊາຊົນ​ຈີນ​ຕໍ່ຕ້ານ​ຍີ່ປຸ່ນ​ແລະ​ສົງຄາມ​ໂລກ​ຕ້ານ​ຟັດ​ຊິດ​ຮັບ​ໄຊຊະນະ​ຄົບຮອບ 60 ປີ"​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ຈີນ​ໃນ​ວັນ​ທີ 3 ກັນຍາ,ມື້​ດຽວ​ກັນ ສື່​ມວນ​ຊົນ​ສ.​ເກົາຫຼີ​​ໄດ້ລາຍ​ງານຄຳ​ປາ​ໄສ​ຂອງ​ທ່ານ​ຫູ​ຈິ​ນທາວ​ປະທານ​ປະ​ເທດ​ຈີນ​ທີ່​ກ່າວ​ຕໍ່ກອງ​ປະຊຸມ​ດັ່ງກ່າວ.

ຂ່າວສານ​ຢອງ​ຮັບ​ສ.​ເກົາຫຼີ​ລາຍ​ງານ​ວ່າ,ຄຳ​ປາ​ໄສ​ຂອງ​ທ່ານ​ຫູ​ຈິນທາວ​ໄດ້​ກ່າວ​ເຖິງປະຫວັດ"​ພັກ​ກົກ​ມິນ​ຕັງ​ຈີນ​ກັບ​ພັກ​ກອມ​ມູນິດ​ຈີນຮ່ມວມື​ກັນ​ເປັນອັນ​ໜຶ່ງ​ອັນ​ດຽວຕໍ່ຕ້ານ​ຍີ່​ປຸ່ນ"​,ທັງ​ກ່າວ​ເນັ້ນ​ເຖິງ​ຫຼັກ​ໝັ້ນຫຼັກການ​"ຈີນ​ດຽວ"​ ​ຄັດຄ້ານ"​ການ​ແຍກ​ໄຕ້​ຫວັນ​ເປັນ​ເອກະລາດ".

​ໂທລະພາບKBS​ໄດ້​ແນະນຳ​ເນື້ອ​ໃນ​ກ່ຽວ​ກັບ​ຈີນ​ສະ​ແຫວ​ງຫາ​ຢູ່​ຮ່ວມ​ກັນ​ໂດຍ​ສັນຕິ​ກັບ​ໂລກ​ທີ່​ທ່ານ​ຫູ​ຈິນທາວກ່າວ​ໃນ​ຄຳ​ປາ​ໄສ​.ສື່​ມວນ​ຊົນ​ສ.​ເກົາຫຼີ​ຍັງ​ລາຍ​ງານ​ວ່າ,​ໃນ​ຄຳ​ປາ​ໄສ ທ່ານ​ຫູ​ຈິນທາວ​ໄດ້​ທວງ​ໃຫ້​ຍີ່​ປຸ່ນປະຕິບັດ​ຕໍ່​ບັນຫາ​ປະຫວັດສາດ​ດຢ່າງ​​ເຄັ່ງ​ຂືມ,ຕ້ອງ​ຂໍອະ​ໄພ​ໂທດ​ແລະ​ສຳ​ຫຼວດຕົນ​ເອງດ້ວຍ​ການ​ກະທຳ.

ນອກ​ນີ້ ​ໂທລະພາບ​ຕົ້ນຕໍ​ແລະ​ສື່​ມວນ​ຊົນ​ແວບ​ໄຊ​ຂອງ​ສ.​ເກົາ​ຫຼີຄື ວິທະຍຸ​ກະຈາຍສຽງ​ວັດທະນະທຳ​ສ.​ເກົາຫຼີ​ເປັນຕົ້ນກໍ​ໄດ້​ລາຍ​ງານກອງ​ປະຊຸມ​ລະ​ລຶກ​ແລະ​ຄຳ​ປາ​ໄສ​ຂອງ​ທ່ານ​ຫູ​ຈິນທາວ.