ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-04 17:29:58    
ໜັງສື​ເລື່ອງ "ກອງ​ທະຫານ​ອາ​ກາດ​ອາ​ເມ​ລິ​ກາ​ຊ່ອຍ​ເຫຼືອ​ຈີນ​ໃນ​ໄລ​ຍະ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ" ​ໄດ້​ພິມ​ຈຳ​ໜ່າຍ​ຢູ່​ປັກ​ກິ່ງ​​ເປັນ​ຄັ້ງ​ທຳ​ອິດ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ພິທີ​​ຈຳໜ່າຍເປັນຄັ້ງທຳ​ອິດຂອງໜັງ​ສື​ເລື່ອງ ""ກອງ​ທະ​ຫານ​ອາ​ກາດ​ອາ​ເມ​ລິ​ກາ​ຊ່ອຍ​ເຫຼືອຈີນ​ໃນ​ໄລຍະ​ສົງຄາມ​ໂລກ​ຄັ້ງທີ​ສອງ" ທີ່​ສະ​ເໜີ​ສະມາ​ຊິກ​ກອງ​ທະ​ຫານ​ອາກາດ​ອາ​ເມ​ລິ​ກາ​ຊ່ອຍ​ເຫຼືອຈີນ​ແລະ​ຄວາມ​ປະສົບ​ຂອງ​ພວກ​ເຂົາ​ເຈົ້າ​ໃນ​ສົງ​ຄາມ​​ໄດ້​ຈັດ​ຂຶ້ນຢູ່​ທີ່​ປັກ​ກິ່ງ​ໃນ​ວັນ​ທີ 4 ກັນຍາ.

​ໃນ​ພິທີ​ດັ່ງກ່າວ, ທ່ານ​ຊິ​ຄວາ​ງຕີ ຮອງ​ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ນຳ​ເພື່ອນ​ມິດ​ອາ​ເມ​ລິ​ກາ​ທີ່​ໄດ້​ຊ່ອຍ​ເຫຼືອ​ຈີນ​ໃນ​​ໄລ​ຍະ​ສົງຄາມ, ​ແລະ​ກ່າວ​ເນັ້ນວ່າ ປະຊາຊົນ​ຈີນ​ອາ​ເມ​ລິ​ກາ​ຈະ​ຂະຫຍາຍ​ການ​ພົວ​ພັນ​ໄມຕີ​ຈິດ​ແລະ​ຮ່ວມ​ມື​ທີ່​ແໜ້ນ​ແຟ້ນກວ່າ​ເກົ່າ​ໃນ​ສະຕະວັດ​ໃໝ່.

​ໃນ​ຄຳ​ປາ​ໄສ, ທ່ານ​ເສິນ​ຮາວ​ຊູ ປະທານ​ສະມາຄົມ​ໄມຕີ​ຈິດ​ກັບ​ຕ່າງປະ​ເທດ​ຂອງ​ປະ​ຊາ​ຊົນ​ຈີນ​ໄດ້​ສະ​ແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຢ່າງ​ເລິກ​ເຊິ່ງຕໍ່​ອາ​ເມ​ລິ​ກາ​ຍ້ອນ​ຖືກ​ລົມ​ພາຍຸ​​ "ຄາ​ທຼີນາ" ໂຈມ​ຕີ​ໃນ​ຫວ່າງ​ມໍ່ໆ​ນີ້ ​ແລະ​ປະສົບ​ຄວາມ​ເສຍ​ຫາຍ​ທາງ​ຄົນ​ແລະ​ຊັບ​ສິນ​ຢ່າງ​ໜັກ​ໜ່ວງ, ​ແລະ​ປະກາດ​ບໍລິຈາກ 1 ໝື່ນ​ໂດ​ລາ​ສະຫະລັດ​ໃຫ້​ອົງການ​ຈັດຕັ້ງ​ໄມຕີ​ຈິດ​ອາ​ເມ​ລິ​ກາ​ໂດຍຕາງໜ້າ​ໃຫ້​ແກ່​ອົງການ​ຈັດຕັ້ງມະຫາຊົນ​ຂອງ​ຈີນ.