ສະບາຍດີທ່ານຜູ່ຟັງທີ່ໂຄລົບ, ຊົມເຊີຍທ່ານຮັບຟັງລາຍການເສັງຄວາມຮູ້ທີ່ພາດຫົວເລື່ອງວ່າ: ໄຕ້ຫວັນ-ເກາະປະເສີດຂອງຈີນ. ໃນລາຍການພາກກ່ອນ, ພວກເຮົາໄດ້ສະເໜີທິດທາງພື້ນຖານແລະຄວາມພະຍາຍາມຂອງລັດຖະບານຈີນໃນການແກ້ໄຂບັນຫາໄຕ້ຫວັນ, ໃນລາຍການພາກນີ້, ພວກເຮົາຈະສະເໜີສະພາບທີ່ລັດຖະບານຈີນຕັ້ງໜ້າຊຸກຍູ້ການໄປມາຫາສູ່ກັນທາງເສດຖະກິດການຄ້າລະຫວ່າງສອງຝັ່ງ ເຮັດໃຫ້ປະຊາຊົນສອງຝັ່ງໄດ້ຮັບຜົນປະໂຫຍດພ້ອມກັນ.
ຫຼັງຈາກລະຫວ່າງສອງຝັ່ງຕົກຢູ່ໃນສະພາບບໍ່ໄປມາຫາສູ່ກັນເມື່ອປີ 1949, ການໄປມາຫາສູ່ກັນທາງເສດຖະກິດການຄ້າລະຫວ່າງໄຕ້ຫວັນກັບແຜ່ນດິນໃຫຍ່ຈີນກໍ່ຂາດສະບັ້ນໄປ. ປີ 1979, ຝ່າຍແຜ່ນດິນໃຫຍ່ໄດ້ສະເໜີຂໍ້ລິເລີ່ມກ່ອນ ຄືໃຫ້ສອງຝັ່ງໄປມາຫາສູ່ກັນທາງການຄ້າ ໄປສະນີແລະການເດີນທະເລເດີນອາກາດໂດຍກົງ. ພາຍຫຼັງມາ, ສະຖານະການການເມືອງລະຫວ່າງສອງຝັ່ງໄດ້ຜ່ອນຄາຍລົງ ນີ້ກໍໄດ້ສ້າງສະພາບແວດລ້ອມແລະບັນຍາກາດອັນເໝາະສົມໃຫ້ແກ່ການຟື້ນຟູແລະພັດທະນາການພົວພັນເສດຖະກິດການຄ້າລະຫວ່າງສອງຝັ່ງ.
ປີ 1987, ຝ່າຍໄຕ້ຫວັນເລີ່ມອະນຸຍາດໃຫ້ມວນຊົນໄຕ້ຫວັນມາຢ້ຽມຢາມຍາດພີ່ນ້ອງຢູ່ແຜ່ນດິນໃຫຍ່, ພາຍຫຼັງມາ, ບໍລິສັດແລະນັກທຸລະກິດໄຕ້ຫວັນຈຳນວນຫຼວງຫຼາຍກໍທະຍອຍກັນໄປສຳຫຼວດສະພາບຕະຫຼາດແລະຊັບພະຍາກອນຢູ່ແຜ່ນດິນໃຫຍ່. ໃນຄາວນັ້ນ, ຍ້ອນຄ່າແຮງງານຢູ່ເກາະໄຕ້ຫວັນໄດ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ, ອຸດສາຫະກຳແຮງງານສຸມຂອງໄຕ້ຫວັນຕ້ອງການສະແຫວງຫາສະພາບແວດລ້ອມພັດທະນາທີ່ສາມາດຫຼຸດຕົ້ນທຶນການຜະລິດຢ່າງຮີບດ່ວນ, ແລະກໍແມ່ນໃນຄາວນັ້ນ ແຜ່ນດິນໃຫຍ່ຈີນພວມຢູ່ໃນໄລຍະທີ່ຫວັງຢ່າງແຮງກ້າພັດທະນາເສດຖະກິດ ແຕ່ລັດຖະບານແລະເອກະຊົນຂາດທຶນຮອນຫຼາຍ, ສະນັ້ນ ແຜ່ນດິນໃຫຍ່ຈີນທີ່ມີແຮງງານລາຄາຖືກຢ່າງຫຼວງຫຼາຍແລະມີຕະຫຼາດກວ້າງໃຫຍ່ ເລີຍໄດ້ກາຍເປັນບ່ອນລົງທຶນໃໝ່ຂອງວິສາຫະກິດໄຕ້ຫວັນ, ໃນນັ້ນ ຄວາມຮັກແພງອັນພິເສດລະຫວ່າງປະຊາຊົນສອງຝັ່ງຍິ່ງໄດ້ກາຍເປັນກຳລັງດັນອັນໃຫຍ່ຫຼວງທີ່ຊຸກຍູ້ໃຫ້ການຮ່ວມມືທາງເສດຖະກິດການຄ້າລະຫວ່າງສອງຝັ່ງພັດທະນາຢ່າງວ່ອງໄວ. ທ່ານລິນເຢນຫົງ ນັກທຸລະກິດໄຕ້ຫວັນກໍແມ່ນມາສຳຫຼວດຢູ່ແຜ່ນດິນໃຫຍ່ເປັນຄັ້ງທຳອິດແລະເລີ່ມເຮັດທຸລະກິດຢູ່ແຜ່ນດິນໃຫຍ່ໃນໄລຍະນັ້ນ. ເມື່ອຫວນຄືນສະພາບການເຮັດທຸລະກິດກັບແຜ່ນດິນໃຫຍ່ຄັ້ງທຳອິດ, ທ່ານລິນເຢນຫົງເວົ້າວ່າ: ຂ້າພະເຈົ້າມາແຜ່ນດິນໃຫຍ່ຄັ້ງທຳອິດເມື່ອປີ 1989, ເຮັດທຸລະກິດເຫຼັກກ້າ, ການທຸລະກິດເຮັດໄດ້ດີສົມຄວນ. ຂ້າພະເຈົ້າຮັບໃບສັ່ງຈອງຢູ່ໄຕ້ຫວັນ, ຜະລິດຢູ່ແຜ່ນດິນໃຫຍ່, ແລ້ວສົ່ງອອກຂາຍໃຫ້ອາເມລິກາ.
ເພື່ອຊຸກຍູ້ການແລກປ່ຽນທາງເສດຖະກິດເຕັກນິກລະຫວ່າງສອງຝັ່ງ, ຝ່າຍແຜ່ນດິນໃຫຍ່ໄດ້ປະກາດໃຊ້ກົດບັນຍັດແລະມາດຕະການຕ່າງໆ ເຊັ່ນ "ກົດຂໍ້ກຳນົດການປົກປ້ອງການລົງທຶນຂອງນັກທຸລະກິດໄຕ້ຫວັນ" ເປັນຕົ້ນ. ໃຕ້ການສົ່ງເສີມຂອງນະໂຍບາຍແລະມາດຕະການເຫຼົ່ານີ້, ແລະໃຕ້ການດຶງດູດຈາກພະລັງຊີວິດທີ່ສະແດງອອກໃນການພັດທະນາຂອງເສດຖະກິດແຜ່ນດິນໃຫຍ່, ນັກທຸລະກິດໄຕ້ຫວັນນັບມື້ນັບຫຼາຍໄດ້ດຳເນີນການຮ່ວມມືທາງເສດຖະກິດການຄ້າທີ່ມີຫຼາຍຮູບຫຼາຍແບບກັບແຜ່ນດິນໃຫຍ່, ນັກທຸລະກິດໄຕ້ຫວັນເປັນຈຳນວນຫຼວງຫຼາຍໄດ້ເພີ່ມການລົງທຶນຢູ່ແຜ່ນດິນໃຫຍ່, ແລະເປີດກວ້າງຂົງເຂດທຸລະກິດ, ທ່ານລິນເຢນຫົງ ນັກທຸລະກິດໄຕ້ຫວັນທີ່ພວກເຮົາຫາກໍ່ກ່າວເຖິງນັ້ນ ກໍ່ແມ່ນຜູ່ໜຶ່ງ. ນອກຈາກເຮັດທຸລະກິດເຫຼັກກ້າແລ້ວ, ທ່ານຍັງເກັບຊື້ທັນຍາຫານຈຳພວກກິນຕາງເຂົ້າ ເຊັ່ນ ເຂົ້າຝ້າງ ຖົ່ວຂຽວ ຖົ່ວແດງແລະຖົ່ວລັນເຕົາເປັນຕົ້ນ, ເມື່ອໄດ້ປູງແຕ່ງໃນເບື້ອງຕົ້ນແລ້ວ ຂາຍໄປໃຫ້ໄຕ້ຫວັນແລະຫວຽດນາມເປັນຕົ້ນ.
ໃນຫຼາຍປີມໍ່ໆມານີ້, ຂົງເຂດແລະອົງປະກອບຂອງການລົງທຶນຢູ່ແຜ່ນດິນໃຫຍ່ຂອງວິສາຫະກິດໄຕ້ຫວັນໄດ້ມີການປ່ຽນແປງ. ໃນເມື່ອກ່ອນ, ນັກທຸລະກິດໄຕ້ຫວັນມັກລົງທຶນຢູ່ແຂວງຝູຈ້ຽນ ທາງພາກຕາເວັນອອກສຽງໃຕ້ແລະແຂວງກວາງຕຸ້ງ ທາງພາກໃຕ້ຂອງແຜ່ນດິນໃຫຍ່, ເພາະວ່າສອງແຂວງດັ່ງກ່າວມໍ່ໄຕ້ຫວັນ, ມີທ່າແຮງທາງພູມີພາກເປັນພິເສດ. ຄຽງຄູ່ກັບເສດຖະກິດແຜ່ນດິນໃຫຍ່ໄດ້ພັດທະນາຢ່າງໄວພະລັນ, ເພື່ອເພີ່ມຄວາມສາມາດແກ່ງແຍ່ງຢູ່ຕະຫຼາດແຜ່ນດິນໃຫຍ່, ວິສາຫະກິດໄຕ້ຫວັນເປັນຈຳນວນຫຼວງຫຼາຍໄດ້ເຂົ້າສູ່ພາກກາງແລະພາກຕາເວັນຕົກຂອງແຜ່ນດິນໃຫຍ່ເປັນກ້າວໆ, ຂົງເຂດການລົງທຶນກໍ່ຫັນຈາກອຸດສາຫະກຳແຮງງານສຸມໄປສູ່ອຸດສາຫະກຳເຕັກນິກສຸມເປັນກ້າວໆ, ວິສາຫະກິດຂະໜາດໃຫຍ່ບາງແຫ່ງກໍເລັ່ງບາດກ້າວລົງທຶນຢູ່ແຜ່ນດິນໃຫຍ່. ເມື່ອເວົ້າເຖິງສະພາບດັ່ງກ່າວ, ທ່ານຈາງກ້ວນຮວາ ນັກຄົ້ນຄວ້າສະຖາບັນຄົ້ນຄວ້າໄຕ້ຫວັນສະພາບັນດິດວິທະຍາສາດສັງຄົມຈີນແນະນຳວ່າ: ຫຼັກຈາກກາງຊຸມປີ 90 ສະຕະວັດທີ່ແລ້ວ, ວິສາຫະກິດກົນຈັກ ວິສາຫະກິດນ້ຳມັນເຊື້ອໄຟເຄມີຂອງໄຕ້ຫວັນກໍມາລົງທຶນຢູ່ແຜ່ນດິນໃຫຍ່ຕາມວິສາຫະກິດແຮງງານສຸມ, ອຸດສາຫະກຳໄຮເທັກ ເຊັ່ນ ຈໍເອເລັກໂຕຼນິກເປັນຕົ້ນຂອງໄຕ້ຫວັນກໍ່ເລີ່ມມາລົງທຶນຢູ່ແຜ່ນດິນໃຫຍ່ຢ່າງຂະໜາດໃຫຍ່, ແລະໄດ້ເຂົ້າແທນອຸດສາຫະກຳດັ້ງເດີມຢ່າງວ່ອງໄວ, ກາຍເປັນກຳລັງຕົ້ນຕໍແງ່ໜຶ່ງທີ່ມາລົງທຶນຢູ່ແຜ່ນດິນໃຫຍ່.
ເມື່ອວິເຄາະມູນເຫດທີ່ພາໃຫ້ເກີດມີສະພາບການດັ່ງກ່າວ, ທ່ານຈາງກ້ວນຮວາຊີ້ອອກວ່າ, ອຸດສາຫະກຳບາງຢ່າງຂອງໄຕ້ຫວັນໄດ້ພັດທະນາກ່ອນແຜ່ນດິນໃຫຍ່, ແຕ່ແຜ່ນດິນໃຫຍ່ມີທ່າແຮງກວ່າໄຕ້ຫວັນໃນດ້ານຕະຫຼາດແລະວັດຖຸດິບ. ການຕາບຈູນກັນດ້ານອົງປະກອບອຸດສາຫະກຳນີ້, ເຮັດໃຫ້ສອງຝັ່ງຈໍ່ຕົວເປັນສະພາບທີ່ຊະນະທັງສອງຝ່າຍ.
ກ່ຽວກັບສະພາບກວມລວມຂອງການຮ່ວມມືທາງເສດຖະກິດການຄ້າລະຫວ່າງສອງຝັ່ງໃນ 10 ກວ່າປີມານີ້,ໃນງານຖະແຫຼງຂ່າວເທື່ອໜຶ່ງ,ທ່ານເຫີຊືຈົງ ຫົວໜ້າກົມເສດຖະກິດຫ້ອງການວຽກງານໄຕ້ຫວັນຂອງລັດຖະບານຈີນແນະນຳວ່າ: ນັບມາຮອດທ້າຍເດືອນພຶດສະພາປີນີ້, ນັບລວມແລ້ວ, ມູນຄ່າການຄ້າໂດຍທາງອ້ອມລະຫວ່າງສອງຝັ່ງໄດ້ບັນລຸ 430 ຕື້ກວ່າໂດລາສະຫະລັດ, ໃນນັ້ນ ແຜ່ນດິນໃຫຍ່ນຳເຂົ້າຈາກໄຕ້ຫວັນ 360 ຕື້ກວ່າໂດລາສະຫະລັດ. ປະຈຸບັນ, ແຜ່ນດິນໃຫຍ່ໄດ້ກາຍເປັນຕະຫຼາດຈຳໜ່າຍໃຫຍ່ທີໜຶ່ງແລະເປັນແຫຼ່ງເກີນດຸນການຄ້າຕົ້ນຕໍຂອງເກາະໄຕ້ຫວັນແລ້ວ.
ເຖິງວ່າຂະໜາດການຮ່ວມມືທາງເສດຖະກິດການຄ້າລະຫວ່າງສອງຝັ່ງຂ້ອນຂ້າງໃຫຍ່ກໍຕາມ, ແຕ່ກໍຄືກັນກັບຄຳເວົ້າດັ່ງກ່າວຂອງທ່ານເຫີຊືຈົງ, ຈົນຮອດປະຈຸບັນ ການຄ້າລະຫວ່າງສອງຝ່າຍຍັງເປັນການຄ້າທາງອ້ອມ. ສ່ວນມູນເຫດທີ່ພາໃຫ້ລະຫວ່າງສອງຝັ່ງຍັງບໍ່ສາມາດດຳເນີນການຄ້າໂດຍກົງ, ກໍແມ່ນເຈົ້າໜ້າທີ່ບໍລິຫານໄຕ້ຫວັນບໍ່ຕອບສະໜອງໂດຍຕະຫຼອດຕໍ່ຄຳຮຽກຮ້ອງຂອງແຜ່ນດິນໃຫຍ່ແລະປະຊາຊົນໄຕ້ຫວັນອັນໄພສານທີ່ໃຫ້ສອງຝັ່ງບັນລຸໄປມາຫາສູ່ກັນທາງການຄ້າ ໄປສະນີແລະການເດີນເຮືອເດີນອາກາດໂດຍກົງ, ແລະຍັງຄິດຫາທຸກວິທີກີດຂວາງຊ້ຳ. ຕໍ່ການກະທຳດັ່ງກ່າວຂອງເຈົ້າໜ້າທີ່ໄຕ້ຫວັນ, ນັກທຸລະກິດໄຕ້ຫວັນອັນໄພສານແມ່ນບໍ່ພໍໃຈທີ່ສຸດ.
ເປັນອັນທຽບຢ່າງແຈ່ມແຈ້ງກັບການກະທຳອັນຫຍໍ້ທໍ້ຂອງເຈົ້າໜ້າທີ່ໄຕ້ຫວັນນັ້ນແມ່ນຝ່າຍແຜ່ນດິນໃຫຍ່ໄດ້ພະຍາຍາມໂດຍຕະຫຼອດ ເພື່ອສະແຫວງຫາການຊຸກຍູ້ການແລກປ່ຽນແລະການຮ່ວມມືໃນທຸກດ້ານລະຫວ່າງສອງຝັ່ງ. ເພື່ອຊ່ອຍເຫຼືອຊາວກະສິກອນໄຕ້ຫວັນແກ້ໄຂຄວາມຫຍຸ້ງຍາກ, ໃນຫວ່າງມໍ່ໆນີ້, ຝ່າຍແຜ່ນດິນໃຫຍ່ໄດ້ໃຊ້ມາດຕະການຫຼາຍລາຍ, ຊຸກຍູ້ຜະລິດຕະພັນກະສິກຳໄຕ້ຫວັນມາຂາຍຢູ່ແຜ່ນດິນໃຫຍ່. ຕາມສະຖິຕິ, ໃນ 6 ເດືອນຕົ້ນປີນີ້, ໝາກໄມ້ທີ່ໄຕ້ຫວັນຂາຍມາຢູ່ແຜ່ນດິນໃຫຍ່ໄດ້ເພີ່ມຂຶ້ນກວ່າ 40% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ. ວັນທີ 1 ສິງຫາ, ແຜ່ນດິນໃຫຍ່ຈີນໄດ້ເລີ່ມໃຊ້ມາດຕະການໃໝ່ລາຍໜຶ່ງອີກ ນັ້ນກໍຄື ມາດຕະການຍົກເວັ້ນພາສີຕໍ່ໝາກໄມ້ 15 ຊະນິດຂອງໄຕ້ຫວັນທີ່ໄດ້ຮັບອະນຸຍາດໃຫ້ເຂົ້າຕະຫຼາດແຜ່ນດິນໃຫຍ່, ບຸກຄົນທີ່ກ່ຽວຂ້ອງຄາດຄະເນວ່າ, ໝາກໄມ້ໄຕ້ຫວັນຈຳໜ່າຍຢູ່ແຜ່ນດິນໃຫຍ່ຍັງຈະເພີ່ມຂຶ້ນອີກ.
ທ່ານຜູ່ຟັງທີ່ໂຄລົບ, ໃນຕອນມ້ວນທ້າຍລາຍການພາກນີ້, ພວກເຮົາໄດ້ຕັ້ງສອງຄຳຖາມຄືດັ່ງລຸ່ມນີ້: ຄຳຖາມທີໜຶ່ງ ປະຈຸບັນ ຕະຫຼາດຈຳໜ່າຍໃຫຍ່ທີໜຶ່ງແລະແຫຼ່ງເກີນດຸນການຄ້າຕົ້ນຕໍຂອງເກາະໄຕ້ຫວັນຢູ່ໃສ? ຄຳຖາມທີສອງ ຄຳຮຽກຮ້ອງໃຫ້ແຜ່ນດິນໃຫຍ່ແລະໄຕ້ຫວັນດຳເນີນການໄປມາຫາສູ່ກັນທາງການຄ້າ ໄປສະນີແລະການເດີນເຮືອເດີນອາກາດໂດຍກົງນັ້ນ ແມ່ນຝ່າຍໃດເປັນຜູ່ສະເໜີອອກມາ? ມູນເຫດທີ່ພາໃຫ້ລະຫວ່າງສອງຝັ່ງຍັງບໍ່ສາມາດ ໄປມາຫາສູ່ກັນທາງການຄ້າ ໄປສະນີແລະການເດີນເຮືອເດີນອາກາດໂດຍກົງຈົນຮອດປະຈຸບັນນັ້ນແມ່ນຫຍັງ? ຕໍ່ໄປຂໍອ່ານສອງຄຳຖາມດັ່ງກ່າວອີກເທື່ອໜຶ່ງ: ຄຳຖາມທີໜຶ່ງ ປະຈຸບັນ ຕະຫຼາດຈຳໜ່າຍໃຫຍ່ທີໜຶ່ງແລະແຫຼ່ງເກີນດຸນການຄ້າຕົ້ນຕໍຂອງເກາະໄຕ້ຫວັນຢູ່ໃສ? ຄຳຖາມທີສອງ ຄຳຮຽກຮ້ອງໃຫ້ແຜ່ນດິນໃຫຍ່ແລະໄຕ້ຫວັນດຳເນີນການໄປມາຫາສູ່ກັນທາງການຄ້າ ໄປສະນີແລະການເດີນເຮືອເດີນອາກາດໂດຍກົງນັ້ນ ແມ່ນຝ່າຍໃດເປັນຜູ່ສະເໜີອອກມາ? ມູນເຫດທີ່ພາໃຫ້ລະຫວ່າງສອງຝັ່ງຍັງບໍ່ສາມາດບັນລຸການໄປມາຫາສູ່ກັນທາງການຄ້າ ໄປສະນີແລະການເດີນເຮືອເດີນອາກາດໂດຍກົງຈົນຮອດປະຈຸບັນນັ້ນແມ່ນຫຍັງ?
|