ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-06 11:25:09    
ສະ​ມາ​ຄົມ​ຜູ້​ບໍ​ລິ​ໂພກ​ຂອງ​ຈີນ​ແລະ​ສິງ​ກະ​ໂປ​ເຊັນ​ບົດ​ບັນ​ທຶກ​ຊ່ອຍ​ຈຳ​ຄວາມ​ເຂົ້າ​ໃຈ

cri Author: zhangshuo
ຕາມ​ຂ່າວCRI:ວັນ​ທີ5​ກັນຍາ,ສະມາຄົມ​ຜູ້​ບໍລິ​ໂພ​ກຂອງ​ຈີນ​ແລະ​ສິງກະ​ໂປ​ໄດ້​ເຊັນ​ບົດ​ບັນທຶກ​ຊ່ອຍ​ຈຳ​ຄວາມ​ເຂົ້າ​ໃຈ​ສະບັບ​ໜຶ່ງ​ຢູ່​ສິງກະ​ໂປ,​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໃນ​ດ້ານ​ຕ່າງໆ​ເຊັ່ນ​ການ​ປົກ​ປັກ​ຮັກສາ​ສິດ​ແລະ​ຜົນປະ​​ໂຫຍດ​ຂອງ​ຜູ້​ບໍລິ​ໂພກ​ພ້ອມ​ດ້ວຍ​ການ​ກວດກາ​ຜະລິດ​ຕະພັນ​ເປັນຕົ້ນ.

ຕາມ​ບົດ​ບັນທຶກ​ຊ່ອຍ​ຈຳ​ຄວາມ​ເຂົ້າ​ໃຈ​ສະບັບ​ນີ້,ສະມາຄົມ​ຜູ້​ບໍລິ​ໂພ​ກສອງ​ຝ່າຍ​ຈີນ​ສິງກະ​ໂປ​ເຫັນ​ດີ​ແກ້​ໄຂ​ການ​ຮ້ອງ​ຟ້ອງ​ຂອງ​ຜູ້​ບໍລິ​ໂພ​ກສອງ​ປະ​ເທດ​ເຊິ່ງກັນ​ແລະ​ກັນ​ໂດຍ​ຜ່ານ​ຊ່ອງ​ທາງ​​ໃດ​ໜຶ່ງ.​ໃນ​ຕໍ່​ໄປ​ພາຍ​ໜ້າ,ຜູ້​ບໍລິ​ໂພ​ກບໍ່​ຕ້ອງການ​ອອກ​ຈາກ​ປະ​ເທດ​ຂອງ​ຕົນ,ກໍ່​ສາມາດ​ແກ້​ໄຂ​ການ​ວິວາດ​ກັນດ້ານ​ການ​ຄ້າ​ທີ່​ເກີດ​ຂຶ້ນກັບ​ພໍ່ຄ້າ​ປະ​ເທດ​ຝ່າຍ​ກົງກັນຂ້າມ.

ການ​ກວດກາ​ຜະລິດ​ຕະພັນ​ກໍ​ແມ່ນ​ຂົງ​ເຂດ​ການ​ຮ່ວມ​ມື​ອັນ​ສຳຄັນ​ລະຫວ່າງ​ສະມາ​ຄົມ​ຜູ້​ບໍລິ​ໂພ​ກຈີນ​ກັບ​ສິງກະ​ໂປ,ລາຍການ​ກວດກາ​ພົວພັນ​ເຖິງ​​ຂອງ​ກິນກາຍ​​ເວລາ​ກຳນົດ ບໍລິ​ມາດ​ບາ​ໃນຖ່ານ​ແລະ​ການ​​ແຜ່​ລັງ​ສີ​ຂອງ​ໂທລະສັບ​ມື​ຖື​ເປັນຕົ້ນ. ນອກ​ນີ້,ສະມາຄົມ​ຜູ້​ບໍລິ​ໂພກ​ຂອງ​ຈີນ​ແລະ​ສິງກະ​ໂປ​ຍັງ​ຈະ​ເພີ່ມ​ທະວີ​ການ​ແລກ​ປ່ຽນ​​ແລະ​ຮ່ວມ​ມື​ກັນ​ລະຫວ່າງ​ສອງ​ຝ່າຍ​ໂດຍ​ຜ່ານ​ຊ່ອງ​ທາງ​ຕ່າງໆ ​ເຊັ່ນ​ການ​ຢ້ຽມ​ຢາມ​ເຊິ່ງກັນ​ແລະ​ກັນ​ເປັນ​ປະຈຳ​ການ​ແລກປ່ຽນ​ວາລະສານ​ແລະ​ໜັງສືພິມ ການ​ນຳ​ໃຊ້​ຂໍ້​ມູນ​ຂ່າວສານ​ພ້ອມ​ກັນ​ເປັນຕົ້ນ.