ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-06 14:01:19    
ຈີນ​ສະຫະພາບ​ເອີ​ລົບ​ກ້າວ​ເຖິງ​ຂັ້ນ​ຕົກ​ລົງ​ກັນ​​ກ່ຽວ​ກັບ​ການ​ແກ້​ໄຂ​ບັນ​ຫາ​ສິ່ງ​ປັ່ນ​ທໍ​ທີ່​ຈີນ​ສົ່ງ​ອອກ​ເອີ​ລົບ​ຄ້າງ​ຢູ່​ໃນ​ດ່ານ​ພາ​ສີ​

cri Author: lm

ຕາມ​ຂ່າວCRI: ຕອນ​ຄ່ຳ​ວັນ​ທີ 5 ກັນຍາ​ຢູ່ທີ່​ປັກ​ກິ່ງ, ທ່ານ​ປໍ​ຊີ​ລາຍ ລັດຖະມົນຕີ​ກະ​ຊວງ​ການ​ຄ້າ​ຈີນ​ກັບ​ທ່ານ​ມານ​ແດນ​ຊັນ ກຳມະການ​ການ​ຄ້າ​ສະຫະພາບ​ເອີ​ລົບ​​ໄດ້​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຂໍ້ຄວາມ​ສຳຄັນ, ສອງ​ຝ່າຍ​ໄດ້​ກ້າວ​ເຖິງ​ຂັ້ນຕົກລົງ​ກັນ​ກ່ຽວ​ກັບ​ການ​ແກ້​ໄຂ​ບັນ​ຫາ​ສິ່ງ​ປັ່ນ​ທໍ​ທີ່​ຈີນສົ່ງ​ອອກ​ເອີ​ລົບຄ້າງ​ຢູ່​ດ່ານ​ພາສີ​ສະຫະພາບ​ເອີ​ລົບ.

ວັນ​ທີ 5 ກັນຍາ, ທ່ານ​ປໍ​ຊີ​ລາຍ ລັດຖະມົນຕີ​ກະຊວງ​ການ​ຄ້າ​ຈີນ​ກັບ​ທ່ານ​ມານ​ແດນ​ຊັນ ກຳມະການ​ການ​ຄ້າ​ສະຫະພາບ​ເອີ​ລົບ​ລົງ​ລາມ​ໃນ​ເອກະສານ​ພາຍຫຼັງການ​ເຈລະຈາ​ກ່ຽວ​ກັບ​ບັນຫາ​ການ​ຄ້າສິ່ງ​ປັ່ນ​ທໍ​ລະຫວ່າງຈີນ​ກັບສະຫະພາບ​ເອີ​ລົບ​ສິ້ນ​ສຸດ​ລົງ​ແລ້ວ.

ທ່ານ​ປໍ​ຊີ​ລາຍ​​ເຜີຍ​ໃຫ້​ຮູ້​ວ່າ, ​ໃນ​ບົດ​ບັນທຶກ​ຂໍ້ຄວາມ​ສຳຄັນ, ສະຫະພາບ​ເອີ​ລົບ​ໄດ້​ໃຫ້​ຄຳ​ໝັ້ນສັນຍາ​ວ່າ, ຈະ​ອະນຸຍາດ​ໃຫ້​ສິ່ງ​ປັ່ນ​ທໍ​ຈີນ​ຈຳນວນ 800 ກວ່າລ້ານ​ຊຸດ​ທີ່​ຄ້າງ​ຢູ່​ບັນ​ດາ​ທ່າ​ກຳ​ປັ່ນ​ເອີ​ລົບ​ຍ້ອນ​ບໍ່​ມີ​ໂກ​ຕາ​ເຂົ້າຕະຫຼາດສະ​ຫະ​ພາບ​ເອີ​ລົບ​. ຈີນ​ສະ​ຫະ​ພາບ​ເອີ​ລົບ​ຈະ​ເພີ່ມ​ໂກ​ຕາ​ປີ​ນີ້ ນຳ​ໃຊ້​​ໂກ​ຕາ​ປີໜ້າ ​ແລະ​ນຳ​ໃຊ້​ໂກ​ຕາ​ຂອງ​ສິ່ງ​ປັ່ນ​ຊະ​ນິດ​ອື່ນ​ເປັນ​ຕົ້ນ, ​ເພື່ອ​ໃຫ້​ສິ່ງ​ປັ່ນ​ທໍ​ເຫຼົ່ານີ້​ເຂົ້າ​ຕະ​ຫຼາດ​ສະ​ຫະ​ພາບ​ເອີ​ລົບ​.

ວັນ​ທີ 5 ກັນຍາ, ທ່ານ​ປໍ​ຊີ​ລາຍ ລັດຖະມົນຕີ​ກະຊວງ​ການ​ຄ້າ​ຈີນ​ກັບ​ທ່ານ​ມານ​ແດນ​ຊັນ ກຳມະການ​ການ​ຄ້າ​ສະຫະພາບ​ເອີ​ລົບ​ຈັບ​ມື​ກັນ​ພາຍຫຼັງການ​ເຈລະຈາ​ກ່ຽວ​ກັບ​ບັນຫາ​ການ​ຄ້າສິ່ງປັ່ນ​ທໍ​ລະຫວ່າງ​ຈີນ​ສະຫະພາບ​ເອີ​ລົບ​ສິ້ນ​ສຸດ​ລົງ​ແລ້ວ. ​ໃນ​ມື້​ດຽວ​ກັນ, ຈີນ​ສະຫະພາບ​ເອີ​ລົບ​ໄດ້​ກ້າວ​ເຖິງ​ຂັ້ນຕົກລົງ​ກັນ​ກ່ຽວ​ກັບ​ບັນຫາ​ການ​ຄ້າ​ສິ່ງ​ປັ່ນ​ທໍ.


1  2  3