ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-06 16:57:32    
ທ່ານ​ຊາ​ຣອນ​ເວົ້າ​ວ່າ ຈະ​​ເປີດ​ກວ້າງສ້າງ​ຈຸດ​ຕັ້ງ​ຖິ່ນ​ຖານ​ຊາວ​ອິວຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ

cri Author: cai
ຕາມ​ຂ່າວCRI:ວັນ​ທີ 5 ກັນຍາ,ວິທະຍຸ​ອິດ​ສະລະ​ແອນ​ລາຍ​ງານ​ວ່າ,​ໃນ​ເວລາ​ທ່ານ​ຊາ​ຣອນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິດ​ສະ​ລະ​ແອນ​ພົບ​ປະ​ສະມາຊິກ​ສ່ວນ​ໜຶ່ງ​ຂອງ​ກຸ່ມ​ລິ​ຄຸດ​ຢູ່​ເຢລຸ​ຊາ​ເລັມ​ໃນ​ຕອນ​ຄ່ຳ​ວັນ​ທີ 5 ກັນຍາ,ທ່ານ​ເວົ້າວ່າ,ອິດ​ສະລະ​ແອນ​ຈະ​ເປີດ​ກວ້າງ​ສ້າງ​ຈຸດ​ຕັ້ງ​ຖິ່ນ​ຖານ​ຊາວ​ອິວທີ່​ສຳຄັນ​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳຈໍ​ແດນ​ຕໍ່​ໄປ.

ທ່ານ​ຊາ​ຣອນ​ເວົ້າ​ວ່າ,ອິດສະລ​ະ​ແອນ​ຈະ​ສືບ​ຕໍ່​ສ້າງ​ຈຸດ​ຕັ້ງ​ຖິ່ນ​ຖານ​ຊາວ​ອິວ​ທີ່ມີ​ຂະໜາດ​ໃຫຍ່​ຢູ່​ຝັ່ງ​ຕາ​​ເວັນ​ຕົກ​ແມ່​ນ້ຳ​ຈໍ​​ແດນຫຼາຍ​ແຫ່ງ​ເຊິ່ງ​ລວມ​ທັງ​ມາ​ ອານ ອາ​ຕູ​ມິມ​ແລະ​ອາລີ​​ເອນ.ທ່ານ​ຍັງ​ເວົ້າວ່າ,ຕໍ່​​ໄປ​ພາຍ​ໜ້າ,ອິດ​ສະລະ​ແອນຈະ​ບໍ່ມີ​ການ​ເຄື່ອນ​ໄຫວ​ຖອນ​ຕົວ​ທີ່​ມີ​ຂະໜາດ​ໃຫຍ່​ຄື​ການ​ຖອນ​ອອກ​ຈາກ​ກາຊາ​ອີກ​ແລ້ວ.