ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-06 17:03:33    
ລັດ​ຖະບານ​ຈີນ​ຈະ​ນຳ​​​ໃຊ້​ມາດ​ຕະການ​ຊ່ອຍ​ຊົນ​ເຜົ່າ​ທີ່​ມີ​ປະຊາກອນ​ຫນ້ອຍ​ເລັ່ງລັດ​ພັດທະນາ

cri

ຕາມ​ຂ່າວcri:ວັນ​ທີ6 ກັນ​ຍາ,ທ່ານ​ຢາງ​ຈ້ຽນຊຽງ ຮອງ​​ຫົວຫນ້າ​ຄະນະ​ກຳມະການ​ກິດ​ຈະ​ການ​ວຽກ​ງານ​ແຫ່ງ​ລັດ​ຈີນກ່າວຢູ່​ປັກ​ກິ່ງ​ວ່າ,ລັດຖະບານ​ຈີນ​ຈະ​ລົງທຶນ​ຫລາຍ​ກວ່າ​​ເກົ່າໃນ​ການ​ສ້າງ​ສາ​ພື້ນຖານ​​ໂຄງ​ລ່າງແລະ​ການ​ບຳລຸງສ້າງ​ຊັບພະຍາກອນ​​ມະນຸດ,​​ເພື່ອ​ເລັ່ງລັດ​ການ​ພັດ​ທະນາ​ຊົນ​ເຜົ່າ​ທີ່ມີ​ປະຊາກອນ​ຫນ້ອຍ.

ທ່ານ​ຢາງ​ຈ້ຽນຊຽງ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ງານ​ຖະ​ແຫລ​ງຂ່າວ​ທີ່​ຫ້ອງການ​ຖະ​ແຫລ​ງຂ່າ​ວ​ຄະນະ​ລັດຖະບານ​ຈີນຈັດຂຶ້ນ​​ໃນ​ມື້​ດຽວ​ກັນ.ທ່ານ​ກ່າວ​ວ່າ,ຊົນ​ເຜົ່າ​ທີ່​ມີ​ປະຊາກອນ​ຫນ້ອຍພວມ​ປະ​ເຊີນ​ບັນຫາເງື່ອນ​ໄຂ​ດຳລົງ​ຊີວິດ​ຂີ້ຮ້າຍຫລາຍ,ລະດັບ​ການ​ສຶກສາ​ຕ່ຳ​ເປັນ​ຕົ້ນ.ສະ​ນັ້ນ,​ໃນ5ປີ​ອະນາຄົດ​,ຈີ​ນຈະລົງທຶນ1ຕື້​ຢວນຊ່ອຍ​ສ້າງສາພື້ນຖານ​​ໂຄງ​ລ່າງຄືນ້ຳ​ປະປາ,​ໄຟຟ້າ,ຖະຫນົນ​ເປັນ​ຕົ້ນ​​ເຂດ​ຊົນ​​ເຜົ່າ​ທີ່​ມີ​ປະ​ຊາກ​ອນຫນ້ອຍ.ນອກ​ນີ້,ລັດຖະບານ​ຈີນ​ຍັງ​ຈະ​​ເພີ່ມການ​ລົງທຶນ​ເຂົ້າ​ໃນ​ດ້ານວິ​ທະ​ຍາ​ສາດ​ເຕັກ​ນິກ,ການ​ສຶກສາ,ອະນາ​ໄມຂອງຊົນ​ເຜົ່າ​ທີ່​ມີ​ປະຊາກອນ​ຫນ້ອຍ.