ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-06 19:15:33    
ງານ​ວາງ​ສະ​ແດງ​ເລື່ອງ​ຈິງ​​ໃນ​ປະ​ຫວັດ​ສາດ​ທີ່​ທະ​ຫານ​ຍີ່ປຸ່ນ​ຜູ້​ຮຸກ​ຮານ​​ເຂັ່ນ​ຂ້າ​ປະ​ຊາ​ຊົນ ​ຢູ່​ນະ​ຄອນ​ນານ​ກິ່ງ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເສີນ​ຢາງ

cri
ຕາມ​ຂ່າວສານ​ຊີ​ນຮວາ ວັນ​ທີ6​ກັນຍາ ງານ​ວາງ​ສະ​ແດງ​ເລື່ອງ​ຈິງ​​ໃນປະ​ຫວັດ​ສາດ​ທີ່​ທະຫານ​ຍີ່ປຸ່ນ​ຜູ້​ຮຸ​ກຮານ​ສັງຫານ​​ໂຫດ​ຢູ່​ນະຄອນ​ນານ​ກິ່ງ​ໄດ້ຈັດ​ຂຶ້ນ​ຢູ່​ນະຄອນ​ເສີນ​ຢາງ ​ເມືອງ​ເອກ​ຂອງ​ແຂວງ​ລຽວນີງຈີນ.

ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ ,​ໄດ້​ຄັດ​ເອົາຮູບ​ພາບ​ປະຫວັດ​ສາດ​ 600 ກວ່າ​ແຜ່ນ,ພ້ອມ​ກັບ​ຂໍ້​ມູນ​ຕ່າງໆ​ທີ່​ເປັນ​ລາຍ​ລັກ​ອັກສອນ ຮູບ​ເງົາ ​ແລະ​ຂອງ​ແທ້​ເປັນ​ຈຳນວນ​ຫຼວງ​ຫຼາຍ.​ເນື້ອ​ໃນ​​ວາງສະ​ແດງ​ລວມມີ7​ພາກສ່ວນ​ ຄື ນານ​ກິ່ງຖືກ​ສັດຕູ​ຍຶດຄອງ ​ເຫດ​ການ​ສັງຫານ​ໂຫດທີ່​ເມືອງ​ນານ​ກິ່ງ ການ​ຕັດສິນ​ຂອງ​ປະຫວັດ​ສາດ​​ແລະ​ອື່ນໆ.

ທ່ານ​ຈູ​ເສີງຊ່ານ ຫົວໜ້າ​ຫໍລະ​ລຶກພີ່ນ້ອງ​ຮ່ວມ​ຊາດ​ທີ່​ຖືກ​ທະຫານ​ຍີ່ປຸ່ນ ​ສັງຫານ​ໂຫດຢູ່​ນານ​ກິ່ງ ກ່າວ​ວ່າ ການ​ເຂັ່ນຂ້າ​ຂະໜາດ​ໃຫຍ່​ຢູ່​ນານ​ກິ່ງ​​​ເປັນ​ຄະດີ​ສັງ​ຫານ​ໂຫດ​ອັນ​ສະຫຍົດ​ສະ​ຫຍອງໃນ​ປະ​ຫວັດ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ,ການຈັດ​ງານ​ວາງສະ​ແດງ​ຄັ້ງ​ນີ້​ ,ກໍ່​ແມ່ນ​ເພື່ອ​ໃຫ້​ຜູ້​ຮູ້​ເລື່ອງ​ຈີ​ງປະຫວັດ ສາດຫຼາຍ​ກວ່າ​ເກົ່າ,ຢ່າລື​ມປະ​ຫວັດ​ສາດ,ທະນຸ​ຖະ​ໜອມ​ສັນ​ຕິພາບ,​ບຸກ​ເບີກ​ອະນາຄົດ.