ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-06 21:08:11    
ຜູ້ນຳ​ຈີນ​​ອັງ​ກິດ​ກ່າວ​ວ່າ​ຄວນ​ສື​ບຕໍ່​ຊຸກ​ຍູ້​ການ​ພົວພັນ​ຄູ່​ຂາ​ຍຸ​ດທະ​ສາດ​ຮອບດ້ານລະຫວ່າ​ງສອງ​ຊາດຂະຫຍາຍຕົວ​ອອກ

cri

ຕາມ​ຂ່າວcri:ວັນ​ທີ6 ກັນຍາຢູ່​ທີ່​ປັກ​ກິ່ງ,ທ່ານ​ເວິນ​ເຈຍ​ປາວ ນາ​ຍົກ​ລັດຖະມົນຕີ​ຈີນ​ ​ເຈລະຈາ​ກັບ​ທ່ານ​ໂທ​ນີ ​ແບຼ ນາ​ຍົກ​ລັດຖະມົນ​ຕີອັງກິດ,ສອງ​ຝ່າຍ​ເປັນ​​ເອກະສັນ​ກັນສະ​​ແດງ​ວ່າ,ຄວນ​ສືບ​ຕໍ່​ຮັກສາ​​ແລະ​ຊຸກ​ຍູ້ທ່ວງທ່າ​ອັນ​ດີ​ງາມທີ່​ຂະຫຍາຍ​ການ​ພົວພັນ​ຄູ່​ຂາ​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຈີນ​ອັງກິດ.

ເພື່ອ​ເພີ່ມທະວີ​ການ​ພົວພັນ​ລະຫວ່າງ​ຈີນ​​ອັງກິດ,ທ່ານ​ເວິນ​ເຈຍ​ປາວ​ສະ​ເຫນີ​ໃຫ້ສອງ​ຊາດ​ຄວນ​ເພີ່ມ​ທະວີ​ການສົນທະນາ​ແລະ​ການ​ຮ່ວມ​ມື​ການ​ເມືອງ,ສື​ບຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື​ທີ່​ມີ​ລັກສະນະ​ທາດ​ແທ້​ໃນ​ບານ​ດາ​ຂົງ​ເຂດ,​ແລະພ້ອມ​ກັນ​ອອກ​ແຮງ​​ແກ້​ໄຂ​ບັນຫາກວມໂລກ​.ທ່ານ​ກ່າວ​ວ່າ,ສອງ​ຊາດ​ຄວນ​ເພີ່ມ​ທະວີ​ການ​ຄ້າ​ແລະ​ການລົງ ທຶນ,ສະຫນັບສະຫນຸນ​ການ​ຮ່ວມ​ມືຂອງ​ວິສາ​ຫະກິດ​ພະລັງງານ,​ແລ​ະດຳ​ເນີນ​ການ​ຮ່ວມ​ມື​ກ່ຽວຂ້ອງ​ກັບ​ວຽກ​ງານ​ກິລາ​​ໂອ​ແລມປິກ,​ພ້ອມ​ກັນ​ນັ້ນກໍກະກຽມ​ສ້າງ​ກົນ​ໄກ​ເຈ​ລະ​ຈາ​ກ່ຽວ​ກັບການ​ພັດທະນາ​ແບບຍືນ​ຍົງຂອງຈີນ​ກັບ​ອັງກິດ.

ທ່ານ​​​ແບຼ​​ເຫັນ​ດີນຳຂໍ້​ສະ​ເຫ​ນີຂອງ​ທ່າ​ນ​ເວິນ​ເຈຍ​ປາວ.