ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-07 10:24:18    
ນິທານ​ກ່ຽວ​ກັບ​ສຸພາ​ສິດ​ "ຈິ່ນ​ຢໍ້​ຫານ​ສານ"

cri Author: lm

ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າສູ່​ລາຍການ​ນິທານ​ສຸພາ​ສິດ. ​ໃນ​ລາຍ​ການ​ພາກ​ນີ້, ຂ້າພະ​ເຈົ້າຈະ​ເລົ່າ​ສຸພາສິດ​ເລື່ອງ "ຈິ່ນຢໍ້ຫານ​ສານ" ສູ່​ຟັງ, ຫວັງ​ວ່າ​ທ່ານ​ຄົງ​ຈະ​ມັກ.

ຕູ້​ມີ້​​ເກີດ​ຢູ່​ເມືອງ​ຢາງ​ເສີງ​ແຂວງ​ຢິງຊວນ ​(ປະຈຸ​ບັນ​ແມ່ນ​ເມືອງ​ເຕິ​ງ​ເຟິງ​ແຂວງ​ເຫີ​ໜານ) ​ໃນ​ສະ​ໄໝ​ລາຊະວົງຮັ້ນຕາ​ເວັນ​ອອກຂອງ​ຈີນ. ​ເພິ່ນ​ເຄີຍ​ເປັນ​ເຈົ້າ​ແຂວງ​ໄທ້​ຊານ​​ແລະ​ຕຳ​ແໜ່​ງສຳຄັນ​ອື່ນໆ. ​ໃນ​ໜ້າ​ທີ່​ຕຳ​ແໜ່​ງ, ​ຕູ້​ມີ້​ປະຕິບັດ​ກົດໝາຍ​ຢ່າງ​ເຂັ້ມງວດ​ແລະ​ທ່ຽງ​ທຳ, ຈັບ​ຕົວ​ແລະ​ລົງ​ໂທດ​ລູກຫຼານພວກ​ຂຸນ​ນາງ​ທີ່​ກໍ່​ກຳ​ທຳ​ເຂັນ​ຕາມ​ລຳພັງ​ໃຈ​ເຫຼົ່ານັ້ນຢ່າງ​ບໍ່​ລັ່ງ​ເລ​ໃຈ​ຈັກ​ເມັດ​.

ພາຍຫຼັງມາ ຕູ້​ມີ້​ຖືກ​ປົດ​ຕຳ​ແໜ່​ງ​ແລະ​ກັບ​ເມືອ​ບ້ານ. ລິວ​ເຊິ້ງທີ່​ດຳລົງ​ຕຳ​ແໜ່​ງ​ເຈົ້າ​ແຂວງ​ສູ​ຈິ້ນ​ໃນ​ຄາວ​ນັ້ນກໍ​ລາ​ອອກ​ຈາກ​ຕຳ​ແໜ່​ງ​ແລະກັບມາ​​ເກັບ​ເນື້ອ​ເກັບ​ຕົວ​ຢູ່ບ້ານ. ພາຍ​ຫຼັງ​ລິວ​ເຊິ້ງກັບ​​​ເມືອບ້ານ​ແລ້ວ ​​ເພິ່ນປິດ​ປະຕູບໍ່​​ຄົບ​ຄ້າສະມາຄົມກັບ​ຜູ່​ອື່ນ, ບໍ່​ສົນ​ໃຈ​ເລື່ອງ​ໃນ​ສັງຄົມ, ​ເສີຍ​​ເມີຍຕໍ່​ເລື່ອ​ງລາວ​ທີ່​ເກີດ​ຂຶ້ນຢູ່​ໃນ​ບ້ານ. ສ່ວນ​ຕູ້​ມີ້​ພັດ​ຕ່າງ​ກັນ. ​​ໃນ​ຍາມ​ທຳ​ມະ​ດາ ເພິ່ນມັກທ່ຽວ​ໄປມາ​ຢູ່​ໃນ​ບ້ານ​, ຊອກ​ຮູ້​ເລື່ອງ​ລາວ​ນ້ອຍ​ໃຫຍ່​ທີ່​ເກີດ​ຂຶ້ນ​ໃນ​ບ້ານ. ຕໍ່​ຜູ່ທີ່​ມີ​ມາລະຍາດ​ແລະ​​ໃຈ​ບຸນ​, ​ເພິ່ນກໍ​ຍ້ອງຍໍ​ສັນລະ​ເສີນ; ຕໍ່​ຄົນຮ້າຍ​ທີ່​ໂຫດ​ຫ້ຽມ​, ​ເພິ່ນ​ກໍ​ຕັກ​ເຕືອນ​ແລະ​ຕິຕຽນ; ຕໍ່​ຄອບຄົວ​ທີ່​ທຸກ​ຍາກ, ​ເພິ່ນ​ກໍ​ພະຍາຍາມ​ຊ່ອຍ​ເຫຼືອ. ຍ້ອນ​ຕູ້​ມີ້​ຈຳ​ແນ​ກຄວາມ​ດີ​ຄວາມ​ຊົ່ວ​ຢ່າງ​ຈະ​ແຈ້ງ ມີ​ໃຈ​​ເມດ​ຕາ​ຕໍ່​ຜູ່​ອື່ນ​, ຈຶ່ງ​ໄດ້​ຮັບ​ຄວາມ​ຍ້ອງ​ຍໍ​ຈາກຊາວບ້ານ, ​ເມື່ອ​ມີ​ບັນຫາ​ຫຍັງ, ຄົນ​ທັງຫຼາຍກໍມັກມາ​ຫາລື​ກັບ​ເພິ່ນ​.

ບາ​ຊົ່ວ​ໄລຍະ​ໜື່ງ ຕູ້​ມີ້​ກໍ​ໄປ​ຢາມ​​ເຈົ້າ​ແຂວງຫວັງ​ຢີ້, ​​​ເທື່ອ​ໃດ​ກໍ່​ເລົ່າ​​ເລື່ອງ​ດີ​ຄົນ​​ເດັ່ນ ​ເລື່ອງ​ຮ້າຍ​ຄົນ​ຮ້າຍ​ສູ່​ເຈົ້າ​ແຂວງ​ຟັງ, ​ແລະ​ປະກອບ​ຄວາມ​ເຫັນ​ຂອງ​ຕົນ​​ຢ່າງຈະ​ແຈ້ງ, ຫວັງ​ໃຫ້​ເຈົ້າ​ແຂວງ​ລົງ​ໂທດ​ຄົນ​ຮ້າຍສົ່ງ​ເສີມ​ຄົນ​ດີ. ​ເຈົ້າ​ແຂວງ​​ເຄົາລົບ​ຕູ້​ມີ້ທີ່​ສຸດ, ​ເຫັນ​ວ່າ​ຄຳ​ເວົ້າຂອງ​ເພິ່ນ​ມີ​ເຫດຜົນຫຼາຍ, ​ແລະມີ​ຜົນ​ດີຫຼາຍຕໍ່​ວຽກ​ງານ​ຂອງ​ຕົນ. ມີ​ເທື່ອໜຶ່ງ ​ເຈົ້າ​ແຂວງ​ລົມ​ກັບ​ຕູ້​ມີ້, ​ເມື່ອ​​ລົມເຖິງ​ລິວ​ເຊິ້ງທີ່​​ເກັບ​ຕົວ​ຢູ່​ບ້ານ, ​ເຈົ້າ​ແຂວງ​ຫວັງ​ຢີ້ອຸທານ​ວ່າ:"ທ່ານ​ລິວ​ເຊິ້ງກໍ​ແມ່ນ​ຜູ່​ເກັບ​ຕົວ​ທີ່​ສູ​ງສົ່ງຜູ່​ໜຶ່ງ​ແທ້." ຕູ້​ມີ້​ຟັງ​ແລ້ວ ກໍ​ເວົ້າຕໍ່​ເຈົ້າ​ແຂວງ​ວ່າ:"ຂ້າ​ພະ​ເຈົ້າບໍ່​ຊົມ​ເຊີຍ​ການ​ກະທຳ​ຂອງ​ລິວ​ເຊິ້ງ. ​ໃນ​ຖານະເພິ່ນ​​ເປັນ​ຂຸນນາງ, ຄົນ​ທັງຫຼາຍປະຕິ​ບັດ​ຕໍ່​ເພິ່ນ​ໃນ​ຖານະ​ເປັນ​ແຂກ​ຜູ່​ມີ​ກຽດ, ​ແຕ່​ເພິ່ນ​ພັດ​ບໍ່​ກ້າ​ສະ​ເໜີ​ເລື່ອງ​ດີ​ຄົນ​ເດັ່ນ, ບໍ່​ກ້າຕິຕຽນ​ເລື່ອງ​ຊົ່ວ​ຄົນຮ້າຍ. ​ເພື່ອ​ປົກ​ປ້ອງ​ຕົນ​ເອງ​, ​ເພິ່ນ​ເຮັດຕິ​ບໍ່​ຮູ້​ບໍ່ເຫັນຫຍັງ, ​ເໝືອນ​ຈັກ​ຈັ່ນ​ໃນ​ຍາມ​​ໜາວ, ​ຮ້ອງ​​ບໍ່ໄດ້​ອີກ. ດຽວ​ນີ້ ຂ້າພະ​ເຈົ້າມີ​ແຕ່​​​ແຈ້ງ​ຄົນ​ດີ​ຄົນຊົ່ວ​ໃຫ້​ທ່ານ​ຊາບ ​ເພື່ອໃຫ້​ທ່ານ​ລົງ​ໂທດ​ຄົນຊົ່ວສົ່ງ​ເສີມ​ຄົນ​ດີຢ່າງ​ຈະ​ແຈ້ງ." ​ເມື່ອຫວັງ​ຢີ້​​ຟັງ​ແລ້ວ​ຮູ້ສຶກ​ລະອາຍ​ໃຈ​ທີ່​ສຸດ ​ແລະ​ກໍ​ຍິ່ງ​​ເຄົາລົບ​ຕູ້​ມີ້​ກວ່າ​ເກົ່າ.

​ເມື່ອ​ໄດ້​​ຟັງ​ມາ​ຮອດນີ້ ຂ້າພະ​ເຈົ້າຄິດ​ວ່າ​ຜູ່​ຟັງ​ທັງຫຼາຍຄົງ​ຈະ​ເຂົ້າ​ໃຈຄວາມ​ໝາຍ​ຂອງ​ສຸ​ພາສິດ "ຈິ່ນຢໍ້ຫານ​ສານ" ​ນີ້ແລ້ວ, ນັ້ນກໍ່​ຄື ບໍ່​ປາກ​ບໍ່​ຕີງເໝືອນ​ຈັກ​ຈັ່ນ​ໃນ​ຍາມ​ອາກາດ​ໜາວ. ​ໃຊ້​ມາ​ອຸປະມາ​ຄົນ​ຂີ້​ຢ້ານ ບໍ່​ກ້າຕຳ​ນິສົ່ງ​ຂ່າວ​ຜູ່​ອື່ນ.