ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-07 11:55:45    
ຈີນ​ຈະ​ຮັບປະກັນ​ໃຫ້​ນັກ​ສຶກ​ສາ​ທີ່​ຄອບ​ຄົວ​ທຸກ​ຍາກ​ສຳ​ເລັດ​ການ​ຮຽນ​ຢ່າງ​ສະ​ດວກ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 6 ກັນຍາ​ຢູ່​ທີ່​ປັກ​ກິ່ງ, ທ່ານ​ນາງ​ເສິນ​ຈື້ລີ້ ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ກ່າວ​ວ່າ, ຈີນ​ຈະ​ໃຊ້​ມາດ​ຕະການ​ອັນ​ບັງ​ເກີດ​ຜົນ, ຮັບປະກັນ​ໃຫ້​ນັກ​ສຶກສາທີ່​ຄອບຄົວ​ທຸກ​ຍາກ​​​ສຳ​ເລັດ​ການ​ຮຽນ​ຢ່າງ​ສະດວກ.

ຕາມ​ແນະນຳ​ວ່າ, ​ແຕ່ລະ​ປີ ລັດຖະບານ​ຈີນ​ຈະ​ຈັດ​ວາງທຶນ​ສຶກສາ 1 ຕື້​ຢວນ, ​ເພື່ອ​ອຸດ​ໜູນ​ຄ່າ​ຄອງ​ຊີບ​ຂອງ​ນັກ​ສຶກສາ​ທີ່ຄອບຄົວ​ທຸກ​ຍາກ 5 ​ແສນ​ກວ່າ​ຄົນ. ປີ​ກາຍ​ນີ້, ຈີນ​ໄດ້​ບູລ​ະນະ​ນະ​ໂຍ​ບາຍປ່ອຍ​ເງິນ​ກູ້​​ທຶນ​ສຶກສາແລະ​ກົນ​ໄກໝູນ​ເດີນ​ໃຫ້​ສົມບູນ​ຂຶ້ນຕື່ມ​ອີກ, ວຽກ​ງານ​ປ່ອຍ​ເງິນ​ກູ້​ທຶນ​ສຶກສາ​ໄດ້​ຮັບປະສິດທິຜົນ​ຢ່າງ​ເດັ່ນ​ຊັດ.

ຕາມ​ໄດ້​ຊາບ, ​ແຕ່​ເດືອນ​ມິຖຸນາ​ປີ​ກາຍ​ຮອດ​ເດືອນ​ມິຖຸນາ​ປີ​ນີ້, ຈີນ​​ໄດ້ສຳຫຼວດ​ພິ​ຈາ​ລະ​ນາ​ປ່ອຍ​ເງິນ​ກູ້​ໃຫ້ນັກ​ສຶກສາ​ໄດ້​ເພີ່ມ​ຂຶ້ນ 6 ​ແສນ 5 ໝື່ນ​ກວ່າ​ຄົນ, ຈຳນວນ​ເງິນ​ກູ້​ບັນ​ລຸ​ເຖິງ 5 ຕື້ 150 ລ້ານ​ຢວນ.