ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-08 10:58:56    
ຜູ້​ຊ່ຽວ​ຊານ​​ກ່າວ​ເຕືອນ​ວ່າ​​​ໃຊ້​ໂທ​ລະ​ສັບ​ມື​ຖື​​ເປັນ​ເວ​ລາ​ດົນ​ນານ​ອາດ​ຈະ​ເປັນ​ໂທດ​ຕໍ່​ຕາ

cri Author: li

ການ​ໂຕ້​ຖຽງ​ກັນ​ກ່ຽວ​ກັບ​ໂທລະສັບ​ມື​ຖື​​ຈະ​ເປັນ​ໂທດ​ຕໍ່​ຮ່າງກາຍ​ຫຼືບໍ່​ນັ້ນ​ໄດ້ມີ​ມາ​ດົນ​ນານ​ແລ້ວ,ຈຸດ​ສຸມ​ໃນ​ການ​ໂຕ້​ຖຽງ​ກັນ​ແມ່ນ,​ໂທລະສັບ​ມື​ຖື​ແຜ່​ລັງ​ສີຈະ​ມີ​ບົດບາດ​ທາງ​ລົບ​ຕໍ່​ຮ່າງກາຍ​ຄົນ​ເຮົາ​ຫຼືບໍ່. ທຳ​ມະ​ດາ​ແລ້ວ,​ການ​ຄົ້ນຄວ້າ​ຂອງ​ນັກ​ວິທະຍາສາດ​ແມ່ນ​ໂຮມ​ສູນ​ໃນ​ດ້ານ​ຜົນ​ສະທ້ອນ​ຂອງ​ໂທລະສັບ​ມື​ຖື​ທີ່​ມີຕໍ່​ສະໝອງ​ແລະ​ຫູ,​ແຕ່​ຫວ່າງ​ມໍ່ໆ​ນີ້ ນັກ​ວິທະຍາສາດ​ອິສຣາ​ແອນ​ໄດ້​ຄົ້ນຄວ້າ​ໃນ​ດ້ານ​ໃໝ່​ເຊິ່ງສະ​ແດງ​ໃຫ້​ເຫັນ​ວ່າ,ການ​ແຜ່​ລັງສີ​ຂອງ​​ໂທລະສັບ​ມື​ຖື​ກໍ​ເປັນ​ໂທດ​ຕໍ່​ຕາ​ຂອງ​ຄົນ​ເຮົາ,​ນອກຈາກ​ກະທົບ​ກະ​ເທືອນ​ເຖິງ​ຕາ​ຕ້ອມ​ເຂົ້າ​ເປັນ​ຈຸດ​ດຽວ​​ແລ້ວ,ຍັງ​ອາດ​ຈະ​ພາ​ໃຫ້​ເປັນ​ພະຍາດ​ຕາ​ເຂົ້າ​ເຝື້ອ​ອີກ​ດ້ວຍ.

ຫວ່າງ​ມໍ່ໆ​ນີ້ ນັກ​ວິທະຍາສາດ​ໄດ້​ກ່າວ​ເຕືອນ​ວ່າ,​ໃຊ້​ໂທລະສັບ​ມື​ຖື​ດົນ​ເກີນ​ໄປ​ອາດຈະ​​ເປັນ​ໂທດ​ຕໍ່​ຕາ​ຢ່າງ​ຖາວອນ. ພວກ​ເຂົາ​ເຈົ້າ​ໄດ້​ຄົ້ນຄວ້າ​ເຫັນ​ວ່າ,ລັງສີໄມ​ໂຄຼ​ເວ​ບຂອງ​ໂທລະສັບ​ມື​ຖື​ສາມາດ​ເຮັດ​ໃຫ້​ເນື້ອ​ເຍື້ອ​ຂອງ​ຕາ"​ພອງ​ຂຶ້ນ",ນີ້​ແມ່ນ​ລາງ​ຂອງ​ພະຍາດ​ຕາ​ເຂົ້າ​ເຝື້ອ,ພ້ອມ​ກັນນັ້ນ ​ໂທລະສັບ​ມື​ຖື​ກໍ​ອາດ​ຈະ​ລົບ​ກວນ​ຄວາມ​ສາມາດ​ຕ້ອມ​ເຂົ້າ​ເປັນ​ຈຸດ​ດຽວ​ຂອງ​ຕາ.

ໜ່ວຍ​ຄົ້ນຄົ້ນທີ່​ນຳ​ໂດຍ​ທ່ານ​ເລ​ວີ ​ເຊີ​ຮິດ ນັກ​ວິທະຍາສາດ​ອິສຣາ​ແອນ​ກ່າວ​ເຕືອນ​ວ່າ:"ຜົນ​ການ​ຄົ້ນຄວ້າ​ຂອງ​ພວກ​ຂ້າພະ​ເຈົ້າສະ​ແດງ​ໃຫ້​ເຫັນ​ວ່າ,​ລັງສີໄມ​ໂຄຼ​ເວບ​ສາມາດ​ທຳລາຍ​ຕາ​ຢ່າງ​ກູ້​ຄືນ​ບໍ່​ໄດ້. ພວກ​ຂ້າພະ​ເຈົ້າສະ​ເໜີ​ໃຫ້​ຄົນ​ທັງຫຼາຍ​ທີ່​ມີ​ໂທລະສັບ​ມື​ຖືວ່າ,​ໃຕ້​ກໍລະນີ​ທີ່ມີ​ໂທລະສັບ​ຕັ້ງ​ໂຕະ​ຢູ່​ຄຽງ​ຂ້າງ​ນັ້ນ,ຢ່າ​ໃຊ້​​ໂທລະສັບ​ມື​ຖື​."

​ໃນຕົ້ນປີ​ນີ້ ລັດຖະ​ມົນຕີ​ຜູ້​ໜຶ່ງ​ຂອງ​ອັງກິດ​ເຄີຍ​ເຕືອນ​ໃຫ້​ພໍ່​ແມ່​ທັງຫຼາຍ​ເອົາ​ໃຈ​ໃສ່​ນຳ​ເວລາ​ໃຊ້​ໂທລະສັບ​ມື​ຖື​ຂອງ​ລູກ​ເຕົ້າຕົນ. ສ່ວນ​ການຄົ້ນ​ພົບ​ໃໝ່​ດັ່ງກ່າວ​ອາ​ດຈະ​ພາ​ໃຫ້​ຄົນ​ທັງຫຼາຍ​ປຶກສາ​ຫາລື​ກັນ​ອີກກ່ຽວ​ກັບ​ຄວາມ​ປອດ​ໄພ​ຂອງ​ໂທລະສັບ​ມື​ຖື​.

ບັນດາ​ນັກວິທະຍາສາດ​ຂອງ​ສະ​ພາ​ບັນດິດ​ວິ​ສະ​ວະ​ກຳ​ອິສຣາ​ແອນ​ໄດ້​ໃຊ້​ແກ້ວຕາ​ຂອງ​ງົວ​ຜູ່​ມາ​ເຮັດ​ການ​ທົດ​ລອງ​ລາຍ​ໜຶ່ງ. ​ມູນ​ເຫດ​ທີ່​ບັນດາ​ນັກ​ວິທະຍາສາດ​ເລືອກ​ເອົາ​ຕາ​ຂອງ​ງົວ​ຜູ່​ນັ້ນ​ແມ່ນ,ຕາ​ຂອງ​ງົວ​ຜູ່​ໃນ​ອາຍຸ 2 ປີ​ນັ້ນ​ຄື​ກັນ​ກັບ​ຕາ​ຂອງ​ຄົນ​ທີ່​ສຸດ.

ຜູ້​ຄົ້ນຄວ້າ​ໄດ້​​ໃຫ້ແກ້ວຕາ​ຂອງ​ງົວ​ຜູ່​ຈຳນວນ​ໜຶ່ງ​​ເຜີຍ​ຢູ່​ໃນ​ອຸນຫະພູມ​ອັນ​ເໝາະ​ສົມ,​ອຸນຫະພູມ​ດັ່ງກ່າວ​ທໍ່​ກັບ​ອຸນຫະ​ພູມ​ຍ້ອນ​ໃຊ້​ໂທລະສັບ​ມື​ຖື​ດົນ​ເກີນ​ໄປ,​ພ້ອມ​ກັນນັ້ນ ຜູ້​ຄົ້ນຄວ້າ​ຍັງ​ໄດ້​​ໃຫ້​ແກ້ວຕາ​ອີກ​ຈຳນວນ​ໜຶ່ງ​​ເຜີຍຢູ່​​ໃຕ້​ລັງສີ​ໄມ​ໂຄຼ​ເວບ​ທີ່​ທໍ່​ກັບ​ການ​ແຜ່​ລັງສີ​ຂອງ​ໂທລະສັບ​ມື​ຖື. ຫຼັງຈາກ​ນັ້ນ​ສອງ​ອາທິດ,ຜູ້​ຄົ້ນຄວ້າ​ໄດ້​ເອົາ​ແກ້ວ​ຕາ​ເຫຼົ່ານີ້​ປຽບທຽບ​ກັບ​ແກ້ວຕາ​ປົກກະຕິ.

ນັກວິທະຍາສາດ​ປະກົດ​ເຫັນ​ວ່າ,ຫຼັງຈາກ​ແກ້ວຕາ​ສຳຜັດ​ກັບ​ໂທລະສັບ​ມື​ຖື​ແລ້ວ,ບໍ່​ສາມາດ​ຕ້ອມ​ແສງ​ເຂົ້າ​ເປັນ​ຈຸດ​ດຽວ​ຢ່າງ​ຊັດ​ເຈນ,​ນີ້​ຈະ​ພາ​ໃຫ້​ສາຍຕາ​ມົວ. ​ແຕ່​ຫຼັງຈາກ​ແກ້ວຕາ​ບໍ່ສຳຜັດ​ກັບ​ໂທລະສັບ​ມື​ຖື​ແລ້ວ,ອາການ​ດັ່ງກ່າວ​ກໍ​ຈະ​ຫາຍ​ໄປ​ຢ່າງ​ອັດຕະ​ໂນ​ມັດ. ນອກ​ນີ້ ​ແກ້ວຕາ​ສຳຜັດ​ກັບ​ໂທລະສັບ​ມື​ຖື​ຍັງ​ຈະ​ພາ​ໃຫ້​​ເນື້ອ​ເຍື້ອພອງ​ຂຶ້ນ,​ແລະຈະ​ບໍ່​ຫາຍ​ໄປ​ຕາມ​ເວລາທີ່​ຜ່ານ​ໄປ,​ອາການ​ດັ່ງກ່າວ​ແມ່ນ​ອາການ​ລ່ວງ​ໜ້າ​ຂອງ​ພະຍາດ​ຕາ​ເຂົ້າ​ເຝື້ອ ພະຍາດ​ຖາວອນ​ໃນ​ຕາ.

ທ່ານ​ເຊີ​ຮິດ​ເວົ້າວ່າ,"ປັດຈຸບັນມີຫຼາຍໆຄົນ​ພວມຄົ້ນຄວ້າ​ວ່າ​ໂທລະສັບ​ມື​ຖື​ຈະ​ພາ​ໃຫ້​ເປັນ​ມະ​ເຮັງຫຼື​ເປັນ​ໂທດ​ຕໍ່​ສະໝອງ​ຫຼືບໍ່,​ແຕ່​ຍັງ​ບໍ່​ທັນມີ​ຄົນ​ຄົ້ນຄວ້າ​ຜົນ​ສະທ້ອນ​ຂອງ​ໂທລະສັບ​ມື​ຖື​ທີ່​ມີຕໍ່​ສາຍຕາ." ຕາມ​ຊາບ​ວ່າ,ອີກ​ບໍ່​ດົນ,​ການຄົ້ນຄວ້າ​ລາຍ​ນີ້​ຈະ​ພິມ​ລົງ​ໃນ​ວາລະສານ"​ວິທະຍາສາດ​ແມ່​ເຫຼັກ​ຊີວະ​ຊາດ". ນອກ​ນີ້,ບັນດາ​ນັກ​ວິທະຍາສາດ​ຍັງ​ຈະ​ຖືກ​ເຊີນ​ໄປ​ຄະນະ​ກຳມາ​ທິການ​ອະນາ​ໄມ​ທີ່​ຂຶ້ນກັບ​ລັດຖະ​ສະພາ​ອິສຣາ​ແອນ​ເພື່ອ​ບັນ​ລະ​ຍາຍ​ໝາກຜົນ​ຄົ້ນຄວ້າ​ຂອງ​ພວກ​ເຂົາ​ເຈົ້າ.

ປີ​ກາຍ​ນີ້ ຄະນະ​ກຳມະການ​ແຜ່​ລັງສີສາກົນ​ໄດ້​ສະຫຼຸບການ​ຄົ້ນຄວ້າ​ທັງ​ໝົດກ່ຽວ​ກັບ​ໂທລະສັບ​ມື​ຖື​,ພວກ​ເຂົາ​ເຈົ້າ​ເຫັນ​ວ່າ,ການ​ໃຊ້​ໂທລະສັບ​ມື​ຖື​ບໍ່​ມີ​ການ​ພົວພັນ​ຫຍັງກັບ​ບົດບາດ​ທາງ​ລົບ​ຕໍ່​ຮ່າງກາຍ​,ບໍ່​ມີຫຼັກຖານ​ທີ່​ເຊື່ອ​ຖື​ໄດ້​ສາມາດ​ຢືນ​ຢັນ​ວ່າ​ໂທລະສັບ​ມື​ຖື​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ສຸຂະພາບ​ຂອງ​ຄົນ.

ທ່ານ​ໄມ​ເຄິນ ຄຼາກ ​ເຈົ້າໜ້າ​ທີ່​ກະຊວງ​ສາທາລະນະ​ສຸກ​ເວົ້າວ່າ,"ວຽກ​ງານ​ລາຍ​ນີ້​ດີຫຼາຍ,​ພວກ​ເຮົາ​ຈະ​ເອົາ​ໃຈ​ໃສ່​ນຳ​ເລື່ອງ​ນີ້. ຖ້າ​ໃນ​ອະນາຄົດ​ຍັງ​ມີ​ໝາກຜົນ​ຄົ້ນຄວ້າທີ່​ຄື​ກັນຫຼື​ຄ້າຍຄື​ກັນນີ້,​ຮີດ​ສາທາລະນະ​ສຸກ​ອາດ​ຈະ​ຕ້ອງ​ສຳຫຼວດຄືນ​ໃໝ່."