ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-09 10:30:07    
ອາຫານ6ປະ​ເພດ​ຖ້າ​ກິນ​ນຳ​ກັນ​ຈະ​ພາ​ໃຫ້​ເປັນ​ພະ​ຍາດ

cri

ປະ​ເພດ​ທີ​ໜຶ່ງ​ແມ່ນ​ໝູ​ແຮມ​ກັບ​​ເຄື່ອງ​ດື່ມ​ນົມສົມ​ຫວານ,ມັກ​ຈະ​ພາ​ໃຫ້​​ເປັນ​ໂຣກມະ​ເຮັງ.
ຜູ້​ທີ່ມັກ​ກິນ​ແຊນ​ເດີ​ວິດ​ກັບ​ນົມສົມ​ຫວານນັ້ນຕ້ອງ​ລະວັງ,​ເພາະໝູ​ແຮມ​ແລະຊີ້ນ​ເຄັມ​ເບ​ຄອນ​ໃນ​ແຊນ​ເດີ​ວິດ ຖ້າ​ກິນນຳ​ກັນ​ກັບ​ເຄື່ອງ​ດື່ມ​ນົມສົມ​ຫວານມັກ​ຈະ​ພາ​​ໃຫ້​ເປັນ​ໂຣກມະ​ເຮັງ. ​ເພື່ອ​​ໃຫ້​ຊີ້ນ​ປະ​ເພດ​ນີ້​ໄວ້​ໄດ້​ດົນ,ຜູ້​ຜະລິດ​ອາຫານ​ຕ້ອງ​ໃສ່ນີຕຼາດ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ຊີ້ນ​ເນົ່າ​ແລະ​ເກີດ​ແມ່​ພະຍາດຍາວ​ໂບຕູ​ລິນ,​ເມື່ອທາດ​ນີຕຼາດ​ໄປພົບ​ອາ​ສິດ​​ອິນ​ຊີ​,ມັນ​ກໍ​ຈະ​ກາຍ​​ເປັນນີ​ໂຕຼຊາ​ມິນ ວັດ​ຖຸທີ່​ຈະພາ​ໃຫ້​ເປັນ​ໂຣກມະ​ເຮັງ.

ປະ​ເພດ​ທີ​ສອງ​,ກິນ​ຫົວຜັກ​ຜະກາ​ດ​​ກັບ​ໝາກ​ກ້ຽງ,ຈະ​ພາ​ໃຫ້​​ເປັນ​ຄໍໜຽງ​.

ຫົວ​ຜະກາ​ດ​ມີ​​ເຍື້ອໃຍຫຼາຍ,ມີວິຕາມິນ​ແລະ​ຈຸນ​ລະ​ສານຫຼາຍຊະນິດ,​ເຮັດ​ໃຫ້​ຮ່າງກາຍ​ມີ​ພູມ​ຕ້ານທານ​ແຂງ​ແຮງ. ​ໃນ​ຫົວ​ຜະກາ​ດມີນ້ຳມັນ​ມັສຕາດ,ຈຶ່ງ​ພາ​ໃຫ້​ມີ​ລົດ​ຮຶນ,ນ້ຳມັນ​ມັສຕາດ​ກັບ​ເຊື້ອ​ໝັກ​ໃນ​ຫົວ​ຜະກາ​ດປະສົມ​ກັນຈະ​ຊ່ອຍ​ຊຸກ​ຍູ້​ການຄັ້ນຮູດ​ຂອງ​ກະ​ເພາະ​ລຳ​ໄສ້.

​ແຕ່​ວ່າ,ຫົວ​ຜະກາ​ດ​ຍັງ​ຈະ​ເກີດກົດ​ໂລ​ດາ​ນິກທີ່​ຕ້ານ​ຕ່ອມ​ໜຽງ​,ຖ້າ​ກິນ​ໝາກ​ໄມ້​ຕ່າງໆ​ເຊັ່ນ​ໝາກກ້ຽງ​ແລະ​ໝາກ​ແອັບເປີ​ນ​ລົງ​ໄປ​ອີກຢ່າງຫຼວງຫຼາຍ,ວັດຖຸຟຼາ​ໂວ​ນອຍຈະ​ປ່ຽນ​ເປັນວັດຖຸທີ່​ລະງັບ​ບົດບາດ​ຂອງ​ຕອມ​ໜຽງ,​ແລ້ວພາ​ໃຫ້​ຕ່ອມ​ໜຽງ​ບວມ.

ປະ​ເພດ​ທີ​ສາມ​ແມ່ນ​ກິນໄຂ່​ໄກ່​ກັບ​ນ້ຳ​ເຕົ້າຮູ້,ທາດ​ໂປຼຕິນຈະ​ຖືກຮັບ​ເອົາໜ້ອຍ​ລົງ.

​ໃນນ້ຳ​ເຕົ້າຮູ້​ດິບ​ມີ​ວັດຖຸ​ຢ່າງ​ໜຶ່ງ​ທີ່ລະງັບທາດ​ຕິຼບຊິນ,ກະທົບ​ກະ​ເທືອ​ນ​ການ​ຍ່ອຍ​ແລະ​ຮັບ​ເອົາ​ໂປຼຕິນ​​ໃນ​ຮ່າງກາຍ,​ໃນ​ໄຂ່​ຂາວ​ມີ​ໂປຼຕິນໜຽວ,​ເມື່ອ​ໄປ​ປະສົມ​ກັບ​ຕຼິບຊິນ​ໃນ​ນ້ຳ​ເຕົ້າຮູ້,​ມັນ​ຈະ​ຂັດຂວາງ​ການ​ແຍກ​ທາດ​ໂປຼຕິນ,​ເຮັດ​ໃຫ້ຮ່າງກາຍ​ຮັບ​ເອົາ​ໂປຼຕິນ​ໄດ້​ໜ້ອຍ​ລົງ.

ນອກ​ນີ້ ນ້ຳ​ເຕົ້າຮູ້​ຍັງ​ຕ້ອງ​ຕົ້ມ​ໃຫ້​ສຸກ​ຄັກໆ​ຈຶ່ງ​ຄ່ອຍ​ກິນ​ໄດ້,​ເພາະວ່າ​ໃນ​ນ້ຳ​ເຕົ້າຮູ້​ມີວັດຖຸ​ທີ່ລະ​ງັບ​ຕຼິບຊິນ,ຖ້າ​​ໄຟ​ບໍ່​ແຮງ​ເຖິງ 100 ອົງສາ​ຂຶ້ນ​ໄປ,ກິນ​ແລ້ວ​ຈະ​​ບໍ່​ຍ່ອຍ,ຈະ​ພາ​ໃຫ້​ຮາກ​ແລະ​ຖອກທ້ອງ​ເປັນຕົ້ນ.

ສອງ,ນ້ຳ​ເຕົ້າຮູ້​ກິນຫຼາຍບໍ່​ໄດ້. ຜູ້​ໃຫຍ່ກິນ​ເທື່ອ​ໜຶ່ງ​ຢ່າ​ໃຫ້​ກາຍ 500 ກຼາມ,​ເດັກນ້ອຍກໍ​ແຮ່ງ​ຕ້ອງ​ໃຫ້​ກິນ​ໜ້ອຍລົງ. ຖ້າ​ກິນຫຼາຍ,ໂປຼຕິນຈະ​ບໍ່​ຍ່ອຍ,ຈະ​ພາ​ໃຫ້​ຍື່ງທ້ອງແລະ​ມີອາການ​ບໍ່​ສະບາຍ​ອື່ນໆ.

ສາມ,​ນ້ຳ​ເຕົ້າຮູ້ບໍ່​ຄວນ​ໃສ່​ນ້ຳຕານ​ແດງ,​ເຊັ່ນ​ນ້ຳອ້ອຍ.​ເພາະວ່າ​ກົດ​ອິນ​ຊີ​ໃນ​ນ້ຳອ້ອຍ​ປະສົມກັບ​ໂປຼຕິນ​ໃນ​ນ້ຳ​ເຕົ້າຮູ້,​ຈະ​ເກີດ​ເປັນ​ວັດຖຸ​ຄ້າຍ​ກັບ​ຕະກອນ,ສ່ວນ​ນ້ຳຕານ​ຂາວ​ພັດ​ບໍ່​ເປັນ​ແນວ​ນີ້.

ສີ່,ບໍ່​ຄວນ​ເອົາ​ກະຕິກ​ນ້ຳຮ້ອນ​ໃສ່​ນ້ຳ​ເຕົ້າຮູ້. ​ເພາະ​ມັນ​ຈະພາ​ໃຫ້​ເກີດ​ແມ່​ພະຍາດ.

ອາຫານປະ​ເພດ​ທີ​ຫ້າ​ທີ່​ບໍ່​ຄວນ​ກິນ​ນຳ​ກັນແມ່ນ​ນົມງົວ​​ກັບ​ໂຊ​​ໂກລາ.

ຖ້າ​ເອົາ​ນົມງົວ​ກິນ​ປົນ​ກັບ​ໂຊ​​ໂກລາ,ກາ​ນຊຽມ​ໃນ​ນົມງົວ​ຈະ​ປະສົມ​ກັບກົດ​ອອກ​ຊາ​ລິກໃນ​ໂຊ​​ໂກ​ລາ,​ແລ້ວ​ເກີດ​ເປັນການ​ຊຽມອັອກຊາ​ລິກທີ່​ບໍ່​ລະລາຍ​ໃນ​ນ້ຳ,ກິນ​ແລ້ວ​ບໍ່​ພຽງ​ແຕ່​ຮ່າງກາຍບໍ່​ຮັບ​ເອົາທໍ່​ນັ້ນ ຫາກ​ຍັງ​ຈະ​ເກີດ​ອາການ​​ຖອກທ້ອງ​ແລະ​ຜົມ​ແຫ້ງ​​ເປັນຕົ້ນ.

ອາຫານປະ​ເພດ​ທີຫົກ​ທີ່​ຫ້າມ​ກິນ​ນຳ​ກັນແມ່ນ​ໝາກ​ໄມ້​ກັບ​ອາຫານ​ທະ​ເລ.

ຖ້າ​ກິນ​ອາຫານ​ທະ​ເລ​​ກັບ​ໝາກ​ໄມ້​​ໃສ່​ກັນຈະ​ພາ​ໃຫ້​ຖອກທ້ອງ. ອາຫານ​ທະ​ເລ​ຕ່າງໆ​ເຊັ່ນ​ປາ,ກຸ້ງ​​ໄຄ​ທະ​ເລ​ແລະ​ອື່ນໆລ້ວນ​ແຕ່​ມີ​ໂປຼຕິນ​ແລະ​ກາ​ນຊຽມ​ອຸດົມສົມບູນ,​ແຕ່ຖ້າ​ກິນ​ກັບ​ໝາກ​ໄມ້​ຕ່າງໆ​ທີ່​ມີ​ກົດຕານ​ນິກເຊັ່ນ​ໝາກ​ອະ​ຫງຸ່ນ,ໝາກ​ພິລາ,​ແລະອື່ນໆ,ບໍ່​ພຽງ​ແຕ່​ຈະຫຼຸດຄຸນ​ຄ່າ​ທາດ​ບຳລຸງ​ຂອງ​ໂປຼຕິນ​ທໍ່​ນັ້ນ,ກາ​ນຊຽມ​ໃນ​ອາຫານ​ທະ​ເລ​ປະສົມ​ກັບ​ຕານ​ນິກ​ໃນ​ໝາກ​ໄມ້​ຍັງ​ຈະ​ເກີດ​ເປັນ​ວັດ​ຖຸທີ່​ຍ່ອຍ​ຍາກ. ວັດຖຸ​ເຫຼົ່ານີ້​ກະຕຸກ​ກະ​ເພາະ​ລຳ​ໄສ້,ຈະພາ​ໃຫ້​ຄົນ​ຮູ້ສຶກ​ບໍ່​ສະບາຍ,ຜູ້​ທີ່​ອາການ​ໜັກ​ຈະ​ພາ​ໃຫ້​ກະ​ເພາະ​​ລຳ​​ໄສ້​ອອກ​ເລືອດ,ອາການ​ເບົາ​ຈະ​ຮາກ,ວິນ​ຫົວ,​ເຈັບທ້ອງ​ແລະ​ຖອກທ້ອງ​. ສະນັ້ນ ຫຼັງຈາກ​ກິນ​ອາຫານ​ທະ​ເລ​ແລ້ວ,ບໍ່​ຄວນ​ກິນ​ໝາກ​ໄມ້​ໃນ​ທັນທີ​ໂລດ.

ອາຫານປະ​ເພດ​ທີ​​ເຈັດ​ທີ່​ກິນ​ນຳ​ກັນ​ບໍ່​ໄດ້​ແມ່ນ​ຜັກ​ຕີນ​ເປັດ​​ກັບ​ເຕົ້າຮູ້,​ເພາະວ່າອາຫານ​​ສອງຊະນິດ​ນີ້​ພົບ​ກັນ​ຈະກາຍ​ເປັນວັດຖຸ​ທາດ​ແຂງ​ສີຂາວ​,​ບໍ່​ພຽງ​ແຕ່​ເຮັດ​ໃຫ້​ຮ່າງກາຍ​ຮັບ​ເອົາ​ກາ​ນຊຽມບໍ່​ໄດ້,ຍັງ​ຈະ​ພາ​ໃຫ້​ເປັນຫນິ້ວອີກ.