ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-09 19:00:25    
ລາວ​ເອົາ​ໃຈ​ໃສ່​ການ​ສ້າງ​ສາ​ວຽກ​ງານ​ປົກ​ຄອງ​ດ້ວຍ​ກົດ​ໝາຍ
----ສຳ​ພາດ​ທ່ານ​ຄຳ​ມີ ​ໄຊ​ຍະ​ວົງ ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ​ສປປ​ລາວ(ສຽງ)

cri Author: mo


ແຕ່​ວັນ​ທີ 4 ຫາ​ວັນ​ທີ 10 ກັນຍາ, ກອງ​ປະຊຸມ​ກົດໝາຍ​ໂລກ​ຄັ້ງທີ 22 ​​ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ແລະ​ຊຽງ​ໄຮ້​​ຢ່າງ​ຄຶກຄື້ນ. ກອງ​ປະຊຸມ​​ເທື່ອ​ນີ້ມີ​ຫົວ​ຂໍ້​ວ່າ"ການ​ປົກຄອງ​ດ້ວຍ​ກົດໝາຍ​ກັບ​ປະຊາ​ຄົມ​ໂລກ​ທີ່​ກົມກຽວ​ກັນ" ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຈາກ​ບຸກຄົນ​ວົງ​ການ​ກົດໝາຍ​ຂອງໂລກ. ຕາ​ມຊາບ​ວ່າ, ມີຜູ້​ແທນ 1500 ກວ່າ​ຄົນ​ທີ່​ມາ​ຈາກ 60 ກວ່າປະ​ເທດ​ແລະ​ເຂດ​ແຄວ້ນ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ຄັ້ງນີ້, ​ໃນ​ນັ້ນ, ຜູ້​ພິພາກສາ​ໃຫຍ່​ຫຼືປະທານ​ສານ​ສູງ​ສຸດ​ກໍ​ມີ 30 ກວ່າ​ທ່ານ. ທ່ານ​ຄຳ​ມີ ​ໄຊ​ຍະ​ວົງ ປະທານ​ສານ​ປະຊາຊົນ​ສູງ​ສຸດ​ແຫ່ງ​ສປປລາວ​ກໍ​ແມ່ນ​ຜູ້​ໜຶ່ງ. ​ໃນ​ເວລາ​ຫວ່າງ​ປະຊຸມ, ທ່ານ​ຄຳ​ມີ ​ໄຊ​ຍະ​ວົງ​​ໄດ້​ຕ້ອນຮັບ​ການ​ເຂົ້າສຳພາດ​ໂດຍຈຳ​ເພາະ​ຂອງ​ພວກ​ເຮົາ.

(ທ່ານຊ່ຽວຢາງ ປະທານສານປະຊາຊົນສູງສຸດຈີນພົບປະທ່ານຄຳມີ ໄຊຍະວົງ)


ກ່ອນ​ອື່ນ, ທ່ານ​ຄຳ​ມີ ​ໄຊ​ຍະ​ວົງ​ ​ໄດ້​ສະ​ເໜີ​ສະພາບ​ການ​ປົກ​ຄອງ​ດ້ວຍ​ກົດໝາຍ​ຂອງ​ລາວ​ໃນ​ປັດຈຸບັນ​ແລະ​ມາດ​ຕະການ​ທີ່​ລັດຖະບານ​ລາວ​ໃຊ້​ເພື່ອ​ຍົກ​ສູງ​ສະຕິ​ລະບອບ​ກົດໝາຍ​ຂອງ​ມວນ​ຊົນ​ສູ່​ຟັງ:

ໃນ​ເວລາ​ກ່າວ​ເຖິງ​ຜົນສຳ​ເລັດ​ທີ່​ໄດ້​ຮັບ​ໃນ​ການ​ເຂົ້າຮ່ວມ​ກອງ​ປະຊຸມ​ກົດໝາຍ​ໂລກ​ຄັ້ງນີ້, ທ່ານ​ຄຳ​ມີ​ເວົ້າວ່າ:

ປັດຈຸບັນ, ການ​ຮ່ວມ​ມືແລກປ່ຽນ​ກັນ​ລະຫວ່າງ​ວົງ​ການ​ກົດໝາຍ​ຂອງ​ສອງ​ປະ​ເທດ​ຈີນ​ລາວ​ພວມ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ທ່ານ​ຄຳ​ມີ​ເວົ້າວ່າ:

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ທີ່​ຟັງ​ມານັ້ນ​ແມ່ນ​ອັດ​ສຽງ​ສຳພາດ​ທ່ານຄຳ​ມີ ​ໄຊ​ຍະ​ວົງ ປະທານ​ສານ​ປະຊາຊົນ​ສູງ​ສຸດ​ສປປລາວ. ຕາມ​ຊາບ​ວ່າ, ​ໄລຍະ​ປະຊຸມຍັງມີ​ອີກ ​3 ມື້, ນະ​ທີ່​ນີ້, ພວກ​ເຮົາ​ຂໍ​ອວຍພອນ​ດ້ວຍ​ຄວາມ​ຈິງ​ໃຈ​ໃຫ້​ແກ່​ທ່ານ​ຄຳ​ມີ ປະທານ​ສານ​ຈົ່ງ​ມີ​ຄວາມ​ສະດວກ​ໃນ​ການ​ເຮັດ​ວຽກ​ຢູ່​ຈີນ, ​ແລະ​ຂໍ​ອວຍພອນ​​ໃຫ້ກອງ​ປະຊຸມ​ຈົ່ງ​ສຳ​ເລັດ​ຜົນ​ເຕັມ​ເມັດ​ເຕັມ​ໜ່ວຍ.