ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-10 20:51:36    
ລັດ​ຖະ​ບານ​ສູນ​ກາງ​ຈີນ​ປະ​ຕິ​ບັດ​ມາດ​ຕະ​ການ​ຫຼາຍ​ປະ​ການ​ເພື່ອ​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ຮົງ​ກົງ​ພັ​ດ​ທະ​ນາ

cri
ຕາມ​ຂ່າວ​ສານ​ຊີ​ນຮວາ,ການ​ຄົ້ນ​ຄວ້າ​ຫຼ້າ​ສຸດ​ສະ​ແດງ​ໃຫ້​ເຫັນ​ວ່າ, ພາຍ​ຫຼັງວິ​ກິດ​ການ​ການ​ເງິນ​ອາ​ຊີ​ປີ1997, ລັດຖະ​ບານກາງ​ຂອງ​ຈີນ​ໄດ້ປະ​ຕິ ບັດມາດ​ຕະການ​ຫຼາຍ​ປະ​ການ, ​ຊຸກຍ້​ໃຫູ້ເສດ​ຖະກິດ​ຮົງກົງ​ພົ້ນຈາກ​ສະພາບ ຫຍຸ້ງຍາກ.

 ການຄົ້ນ​ຄວ້າ​ສະແດງ​ໃຫ້ເຫັນ​ວ່າ, ​ແຕ່​ປະຕິ​ບັດເອ​ກະສານ​ການຊັບ ຊ້ອນ​ສ້າງ​ສາຍ​ພົວພັນ​ເສດ​ຖະກິດ​ການ​ຄ້າ​ໃຫ້​ແໜ້ນ​ແຟ້ນ​ກວ່າ​ເກົ່າ​ລະຫວ່າງ ເຂດໃນ​ກັບຮົງ​ກົງ ​ໃນປີ​ກວ່າ​ມາ​ນີ້, ​ໄດ້ມີວຽກ​ໃໝ່​​ເພີ່ມ​ຂຶ້ນ​30​ພັນ​ກວ່າ​ໜ້າ​ທີ່ຢູ່​ຮົງ​ກົງ, ນຳ​ເອົາ​ການ​ລົງທຶນ​ນອກ​ອັດ​ຕາມາ​ໃຫ້​ຮົງ​ກົງ​ເຖິງ5​ຕື້​500ລ້ານ​ໂດ​ລາ​ຮົງ​ກົງ​ໃນດ້ານ​ການ​ຄ້າ​​ບໍລິການ.​ ​ເດືອນ​ກໍລະກົດ​ປີ2003,​ລັດຖະ​ບານ​ກາງຈີນ​ໄດ້​ອະນຸຍາດ​​ໃຫ້​ໄທ​ເມືອງ​ໃນບາງ​ຕົວ​​ເມືອງ​ຂອງ​ເຂດ​ໃນ​ຈີນໄປ​ທ່ຽວ​ຮົງ​ກົງ​ໃນ​ນາມ​ສ່ວນ​ຕົວ, ການ​ທ່ອງ​ທ່ຽວ ສ່ວນ​ຕົວໄດ້​ກາຍເປັນ​ປັດໄຈສຳຄັນ​ໃນການຟື້ນ​ຟູຂະແໜງ​ການ ການ​ທ່ອງ​ທ່ຽວ ການ​ຄ້າ​ຂາຍ​ຍ່ອຍ​ແລະ​ອື່ນໆ. ປີ​ກາຍ​ນີ້, ການ​ທ່ອງ​ທ່ຽວ​ສ່ວນ​ຕົວ​ໄດ້​ນຳ​ເອົາ​ຄ່າ​ບໍລິ​ໂພ​ກ​ຂອງ​ນັກທ່ອງ​ທ່ຽວ​ນອກ​ອັດຕາມາ​ໃຫ້​ຮົງ​ກົງ​ເຖິງ​6ຕື້500ລ້ານ​​ໂດ​ລາຮົງ​ກົງ.

 ນອກ​ນີ້,ລັດຖະ​ບານກາງ​ຈີນ​ຍັງ​ສະໜັບ​ສະໜູນ​ວິ​ສາ​ຫະກິດ​ເອກະ​ຊົນ​ຂະໜາດ​ໃຫຍ່​ແລະ​ລັດ​ວິ​ສາ​ຫະກິດ​ຂອງ​ເຂດ​ໃນ​ຈີນ​ໄປ​​ເຂົ້າຕະຫຼາດ​ຫຼັກ​ຊັບ ຮົງ​ກົງ, ຊຸກ​ຍູ້​ໃຫ້​ຂະ​ແໜງ​ການ​ບໍ​ລິ​ການ​ທີ່​ກ່ຽວຂ້ອງ​ເຊັ່ນ ຫຼັກ​ຊັບ ການທະ​ນາຄານ ການ​ບັນຊີ ​ແລະ​ກົດ​ໝາຍ​ເປັນຕົ້ນ​ເຕີບ​ໂຕຕື່ມອີກ.