ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-10 21:33:05    
ທະ​ຫານ​ອີສ​ຣາ​ແອນ​ສຳ​​ເລັດ​ການ​ຖອນ​ເຄື່ອງ​ປະ​ກອບ​ການ​ທະ​ຫານ​ອອກ ຈາກ​ແຖບ​ກາຊາ

cri
ຕາມ​ຂ່າວ​CRI ວັນ​ທີ9​ກັນຍາ ກອງທັບ​ປ້ອງ​ກັນ​ປະ​ເທດ​ອີສຣາ​ແອນ​ໄດ້ສຳ​ເລັດ​ວຽກງານ​ຖອນ​​ເຄື່ອງ​ປະ​ກອບ​ການ​ທະ​ຫານ​ທັງ​ໝົດ​ອອກ​ຈາກ​ແຖບ​ກາຊາ​ແລ້ວ.

ທະຫານ​ອີສຣາ​ແອນ​ຍັງ​ໄດ້​​ມ້າງ​ສິ່ງ​ກໍ່ສ້າງ​ການ​ທະຫານ​ຢູ່​ແຖບ​ກາ ຊາ,ຈົ່ງ​ແຕ່​ສິ່ງ​ກໍ່​ສ້າງ​ກອງ​ບັນຊາ​ການສູງ​ສຸດຢູ່​ເຂດ​ດັ່ງກ່າວ,ກຽມ​ຈະ​ມອບ​​ໃຫ້​ຝ່າຍປາ​ແລັສຕີນໃຊ້.​ທະຫານ​ອີສຣາ​ແອນ​ທັງ​ໝົດ​​ຈະ​ຖອນ​ອອກ​ຈາກ​ແຖບ​ກາຊາ​ໃນ​ອາທິດ​ໜ້າ.

ພ້ອມ​ກັນ​ນັ້ນ,​ສູນ​ບັນຊາ​ການ​ຮ່ວມ​ທີ່​ປະກອບ​ດ້ວຍ​ກອງ​ທະຫານ​ປ້ອງ​ກັນ​ຄວາມ​ປອດ​​ໄພ​ຂອງ​ສາມ​ຝ່າຍ ,ຄືອີສຣາ​ແອນ ປາ​​ແລັສຕີນ​ແລະ​ເອຢິບ​ກໍ່ ​ເລີ່ມດຳ​ເນີນ​ງານ​ໃນ​ວັນ​ທີ9​ກັນຍາ,​ເພື່ອປະ​ສານ​ງານ​ໃນ​ດ້ານ​ບັນຫາ​ຄວາມ​ປອດ​ໄພ​ຢູ່​ຊາຍ​ແດນ​ແຖບ​ກາຊາ.