ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-11 17:33:02    
ຈີນ​ມີ​ແຜນ​ປະ​ກາດ​ກົດ​ໝາຍ​ເຂດ​ສະ​ຫງວນ​ທຳ​ມະ​ຊາດ​ແລະ​ກົດ​ໝາຍ​ເກາະ​ທະ​ເລ

cri Author: li
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 10 ກັນຍາ ຢູ່​ອູຣູມກີ ທ່ານ​ເໝົາ​ຢູປາຍ ປະທານ​ຄະນະ​ກຳມາ​ທິການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ແລະ​ຊັບພະ​ຍາກອນ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ເຜີຍ​ໃຫ້​ຮູ້​ວ່າ,ຈີນ​ມີ​ແຜນ​ຈະ​ປະກາດ​ກົດໝາຍ​ເຂດ​ສະຫງວນ​ທຳ​ມະ​ຊາດ​ແລະ​ກົດໝາຍ​ເກາະ​ທະ​ເລ. ປັດ​ຈຸ​ບັນ,ຄະນະ​ກຳມາ​ທິການ​ດັ່ງກ່າວ​ພວມ​ຈັດຕັ້ງ​ວາງ​ກົດໝາຍ​ສອງ​ສະບັບ​ດັ່ງກ່າວ,​ແລະ​ມີ​ແຜນ​ມອບ​ໃຫ້​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ນຳ​ໄປ​ພິຈາລະນາ​ໃນ​ທ້າຍ​ປີ​ນີ້​ແລະ​ເດືອນ​ມິຖຸນາ​ປີໜ້າ.

ທ່ານ​ເໝົາ​ຢູປາຍ​ແມ່ນ​ກ່າວ​ຄວາມ​ນີ້​ໃນ​ງານ​ສົນທະນາ​ວຽກ​ງານ​ອະນຸລັກ​ຊັບພະ​ຍາກ​ອນ​ແລະ​ສິ່ງ​ແວດ​ລ້ອມຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ. ທ່ານ​ແນະນຳ​ວ່າ,​ພາກສ່ວນ​ທີ່​ກ່ຽວຂ້ອງ​ພວມ​ຄົ້ນຄວ້າ​ດັດ​ແກ້​ກົດໝາ​ຮັກສາ​ນ້ຳ​ແລະ​ດິນ,​ກົດໝາຍ​ປ້ອງ​ກັນ​​​ປົວ​ແປງ​ນ້ຳ​ເຊື່ອມ​ພິດ​,​ແລະ​ກົດໝາຍ​ອະນຸລັກ​ສັດປ່າ​ເປັນຕົ້ນ,ຄະນະ​ກຳມາ​ທິການ​ທີ່​ກ່ຽວຂ້ອງ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ກໍ​ໄດ້​ເຂົ້າຮ່ວມ​ວຽກ​ງານ​ດັ່ງກ່າວ,​ແລະ​ຈະ​ສະ​ເໜີຄວາມ​ເຫັນ.