ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-11 18:13:19    
ທ່ານ​ຫູ​ຈິນ​ທາວ​ພົບ​ປະ​ເຈົ້າ​ແຂວງ​ແຂວງ​ອອນ​ຕາ​ລີ​ໂອ​ຂອງ​ກາ​ນາ​ດາ​ແລະ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ຮ່ວມ​ມື​ທາງ​ເສດ​ຖະ​ກິດ​ການ​ຄ້າ​ຈີນ​​ກາ​ນາ​ດາ

cri Author: li

ຕາມ​ຂ່າວ CRI: ວັນ​ທີ 10 ກັນຍາ ຢູ່​ໂຕ​ຣອນ​ໂຕ ​ເທສະ​ບານ​ແຂວງ​ອອນ​ຕາ​ລີ​ໂອ​ແຫ່ງ​ກາ​ນາ​ດາ,ທ່ານ​ຫູ​ຈິນ​ທາວ ປະທານ​ປະ​ເທດ​ຈີນ​ທີ່​ພວມ​ຢ້ຽມຢາມ​ກາ​ນາ​ດາ​ໄດ້​ພົບ​ປະ​ທ່ານ​ແມັກ​ກິນ​ຕີເຈົ້າ​ແຂວງ​ແຂວງອອນ​ຕາ​ລີ​ໂອ.

​ໃນ​ເວລາ​ພົບ​ປະ,ທ່ານ​ຫູ​ຈິນທາວ​ກ່າວ​ວ່າ,ຫວັງ​ໃຫ້​ສອງ​ຝ່າຍ​ອຸທິດ​ກຳລັງ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ທາງ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ກາ​ນາ​ດາ​ໃຫ້​ຂະຫຍາຍ​ຕົວ​ຮອບດ້ານ.

ທ່ານແມັກ​ກິນ​ຕີກ່າວ​ວ່າ,​ແຂວງອອນ​ຕາ​ລີ​ໂອຍິນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ດ້ານ​ເສດຖະກິດ​ການ​ຄ້າ,ວັດທະ​ນະທຳ,ການ​ສຶກສາ​ແລະ​ວິທະຍາສາດ​ເຕັກນິກ​ເປັນຕົ້ນ​ຕື່ມ​ອີກ.

ມື້​ດຽວ​ກັນ ຢູ່​ໂຕ​ຣອນ​ໂຕ ທ່ານ​ຫູ​ຈິນທາວ​ຍັງ​ໄດ້​​ເຂົ້າຮ່ວມ"​ເວທີ​ປາ​ໄສ​ການ​ຮ່ວມ​ມື​ທາງ​ເສດຖະກິດ​ການ​ຄ້າ​ຈີນ​ກາ​ນາ​ດາ"ຄັ້ງ​ປະຖົມ​ມະ​ເລີກ. ​ໃນ​ເວລາ​ກ່າວ​ປາຖະ​ກະຖາ,​ທ່ານ​ໄດ້​ສະ​ເໜີຂໍ້​ສະ​ເໜີ 5 ຂໍ້​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ກາ​ນາ​ດາ. ທ່ານ​ກ່າວ​ວ່າ,ການ​ຮ່ວມ​ມື​ທາງ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ຍັງ​ມີ​ກຳລັງ​ບົ່ມ​ຊ້ອນ​ຢູ່ຫຼາຍ.