ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-11 18:39:30    
​ເວ​ທີ​ປາ​ໄສ​ສື່​ມວນ​ຊົນ​ຕົວ​ໜັງ​ສື​ຈີນ​ຂອງ​ໂລກ​ຄັ້ງ​ທີ​3​ໄຂ​ຂຶ້ນ

cri Author: zhangshuo
ຕາມ​ຂ່າວສານ​ຈີນ:ຕອນ​ເຊົ້າວັນ​ທີ11​ກັນຍາ,​ເວທີ​ປາ​ໄສ​ສື່​ມວນ​ຊົນ​ຕົວ​ໜັງສື​ຈີນ​ຂອງ​ໂລກ​ຄັ້ງທີ3ທີ່​ສຳນັກ​ງານ​ຂ່າວສານ​ຈີນ​ກັບອົງການ​ປົກຄອງອູ​ຮ້ານຮ່ວມ​ກັນ​ຈັດ​ຕັ້ງນັ້ນ​ໄດ້​​ໄຂ​ຂຶ້ນ ຢູ່​ທີ່​ເມືອງ​ອູຮ້ານ ​ເທດ​ສະບາ​ນ​ແຂວງ​ຫູ​ເປ​ ພາກ​ກາງຂອງ​ຈີນ​.ຜູ້​ຮັບ​ຜິດ​ຊອບຂອງສື່​ມວນ​ຊົນ​ຕົວ​ໜັງສື​ຈີນທີ່​ມີ​ຜົນ​ສະທ້ອນ​ຢູ່​ພົ້ນທະ​ເລ ນັກປາດ​ຄົ້ນຄວ້າ​ສື່​ມວນ​ຊົນ​ຕົວ​ໜັງສື​ຈີນ​ຜູ້​ອາວຸ​ໂສ​ແລະ​ຜູ້ຕາງໜ້າ​ສື່​ມວນ​ຊົນ​ທີ່​ມີ​ຊື່​ສຽງ​ຂອງ​ຈີນປະມານ600​ຄົນ​ໄດ້​ຮ່ວມ​ປະຊຸມ.

​ເວທີ​ປາ​ໄສ​ຄັ້ງນີ້​ຈະ​ຈັດ​ເປັນ​ເວລາ​ສາມ​ມື້.ຫົວ​ຂໍ້​​ຂອງ​ເວທີ​ປາ​ໄສ​ຄັ້ງນີ້​ແມ່ນ:ສື່​ມວນ​ຊົນ​ຕົວ​ໜັງສື​ຈີນ​ຢູ່​ພົ້ນທະ​ເລ​ໃນ​ກະ​ແສ​ນິຍົມ​ຕົວ​ໜັງສື​ຈີນ​ທົ່ວ​ໂລກ.ຜູ້​ແທນ​ທີ່​ຮ່ວມ​ປະຊຸມ​ຈະຫາລື​ກັນ​ກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆ ​ເຊັ່ນ​ເຮັດ​ແນວ​ໃດ​ລາຍ​ງານ​ຂ່າວຈີນ​ຢ່າງ​ແທ້​ຈິງພາວະ​ວິ​ໄສ​ແລະ​ຖືກຕ້ອງ​.

​ໃນ​ເວທີ​ປາ​ໄສ​ຄັ້ງນີ້,​ເຈົ້າໜ້າ​ທີ່​ຊັ້ນສູງ​ຂອງ​ພາກສ່ວນ​ຕ່າງໆ ​ເຊັ່ນ​ຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ຂອງຄະນະ​ລັດຖະບານ​ຈີນ​ເປັນຕົ້ນຈະ​ກ່າວ​ຄຳ​ປາຖະກະຖາຫົວ​ຂໍ້ສະ​ເພາະ​ກ່ຽວ​ກັບ​​ເລື່ອງທີ່​ຊາວ​ຈີນ​ຕ່າງ​ດ້າວ​ພ້ອມ​ດ້ວຍ​ປະຊາຊົນພາຍ​ໃນ​ປະ​ເທດ​ເອົາ​ໃຈ​ໃສ່ນຳ.