|
 |
(GMT+08:00)
2005-09-11 18:44:38
|
ຄະນະລັດຖະບານອິດສະລະແອນອະນຸມັດໃຫ້ກອງທະຫານອິດສະລະແອນຖອນອອກຈາກແຖບກາຊາ
cri
Author: zhangshuo
ຕາມຂ່າວCRI:ວັນທີ11ກັນຍາ,ຄະນະລັດຖະບານອິດສະລະແອນໄດ້ອະນຸມັດໃຫ້ກອງທະ ຫານປ້ອງກັນປະເທດອິດສະລະແອນຖອນອອກຈາກແຖບກາຊາ,ສິ້ນສຸດການຍຶດຄອງທາງການທະຫານຢູ່ແຖບກາຊາເປັນເວລາ38ປີ.
ໃນກອງປະຊຸມປະຈຳອາທິດທີ່ຈັດຂຶ້ນໃນມື້ດຽວກັນ,ຄະນະລັດຖະບານອິດສະລະໄດ້ປ່ອນບັດລົງຄະແນນສຽງເອົາມະຕິກ່ຽວກັບກອງທະຫານອິດສະລະແອນຖອນອອກຈາກແຖບກາຊາໃນທີ່ສຸດ.ສະມາຊິກຄະນະລັດຖະບານທີ່ຮ່ວມປະຊຸມໄດ້ປ່ອນບັດເຫັນດີໝົດ,ອະນຸ ມັດໃຫ້ກອງທະຫານປ້ອງກັນປະເທດອິດສະລະແອນຖອນອອກຈາກແຖບກາຊາ,ກອງປະຊຸມຍັງໄດ້ອະນຸມັດໃຫ້ກອງທະຫານອິດສະລະແອນຖອນອອກຈາກເຂດກັນຊົນທາງການທະຫານທີ່ຕັ້ງຢູ່ເຂດຕໍ່ແດນລະຫວ່າງພາກໃຕ້ແຖບກາຊາກັບເອຢິບ.
ຕາມແຜນການ,ກອງທະຫານອິດສະລະແອນຈະເລີ່ມຖອນທະຫານແຕ່ຕອນຄ່ຳວັນທີ11ກັນຍາ,ຄາດວ່າຈະຖອນອອກໝົດກ່ອນ8ໂມງເຊົ້າມື້ລຸນມາ.
|
|
|