ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-11 19:18:53    
ວັກ​​ແຊງ​​ໂລກ​ເອສ​ທີ່​ຈີນ​ຜະ​ລິດ​ໄດ້​ສຳ​​ເລັດ​ການ​ສັງ​​ເກດ​ໃນ​ການ​ໃຊ້​ປົວ​ພະ ຍາດ​ໄລ​ຍະ​ທີ1​ງວດ​ທຳ​ອິດ

cri
ຕາມ​ຂ່າວສານຊີ​ນຮວາ, ຫວ່າງ​ມໍ່ໆ​ນີ້,ຜູ້​ອາ​ສາ​ສະໝັກ​8ຄົນ​ທີ່​ໄດ້​ສັກ​ວັກ​ແຊງ​ໂລກ​ເອສ​ທີ່​ຄົ້ນ​ຄວ້າ​ຜະລິດ​ຢູ່ຈີນ​ໄດ້​ຮັບ​ການ​ເອົາ​ເລືອດ​ແລະ​ກວ​ດ​ຮ່າງ​ກາຍ​ເທື່ອ​ສຸດ​ທ້າ​ຍຢູ່​ສູນປ້ອງ​ກັນ​ຄວບ​ຄຸມ​​ພະ​ຍາດ​ຂອງ​ເຂດ​ກວງຊີ. ສຸຂະ​ພາບ​ແລະ​ຕົວ​ເລກ​ຄາດ​ໝາຍ​ເຄມີ​ຊີວະ​ຊາດ​ຂອງ​ຜູ້​ອາ​ສາ​ສະ​ໝັກ​​ເປັນ​ປົກ​ກະ​ຕິ​ທັງ​ໝົດ, ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ​, ສັງ​ເກດ​ການ​ໃຊ້​ວັກ​​ແຊງ​​ໂລກ​ເອສ​ປົວ​ພະຍາດ​ໄລ​ຍະ​ທີ1​ງວດ​ທຳ​ອິດ​ໄດ້​ສຳ​ເລັດ​ໜ້າ​ທີ່​ຢ່າງ​ຈົບງາມ.

ຜູ້​ຮັບຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​ຂອງ​ສູນ​ຄວບ​ຄຸມພະ​ຍາດ​ກວງຊີ​ແນະນຳ​ວ່າ, ຜູ້​ອາສາ​ສະໝັກ​ງວດ​ນີ້​ແມ່ນ​ສັກ​ວັກ​ແຊ​ງ​ໂລກ​ເອສທີ່​ຈີນ​ຜະ​ລິດ​​ເອງ​ໃນ​ວັນ​ທີ​12 ​ມີນາ​ປີ​ນີ້. ນັບ​ມາ​ຮອດ​ປັດ​ຈຸ​ບັນ, 8​ຄົນ​ນີ້ບໍ່​ໄດ້​ມີ​ອາ​ການ​​ແພ້​ຮ້າຍ​ແຮງ,​ຕົວ​ເລກ​ຄາດ​ໝາຍ​ທາງ​ເຄມີ​ຊີວະຊາດ​ເປັນ​ປົກ​ກະ​ຕິ​ທຸກ​ລາຍ.