ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-12 10:03:09    
ທ່ານ​ເຈີ​ງຊິ້ງ​ຮົງ​ຫວັງ​ໃຫ້​ພີ່ນ້ອງ​ຮ່ວມ​ຊາດ​ຮົງ​ກົງ​ອອກ​ຫົວຄິດ​ແລະ​ອອກ​ເຫື່ອ​ເທ​ແຮງ​ພ້ອມ​ກັນ​ສ້າງ​ຮົງ​ກົງ​​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ກົມ​ກຽວ​ກັນ

cri

ຕາມ​ຂ່າວCRI: ວັນ​ທີ 11 ກັນຍາ​ໃນ​ເວລາ​ເຂົ້າ​ຮ່ວມງານ​ລ້ຽງ​ຄ່ຳ​ທີ່​ອົງການ​ປົກຄອງ​ເຂດ​ພິ​ເສດ​ຮົງ​ກົງ​ຈັດ​ຂຶ້ນ, ທ່ານ​​ເຈີ​ງຊິ້ງ​ຮົງ ຮອງ​ປະທານ​ປະ​ເທດ​ຈີນ​​ໄດ້​ກ່າວ​ຄຳ​ປາ​ໄສ, ຫວັງ​ໃຫ້​ພີ່ນ້ອງ​ຮ່ວມ​ຊາດ​ຮົງ​ກົງ​ອອກ​ຫົວຄິດ​ແລະອອກ​ເຫື່ອ​ເທ​ແຮງພ້ອມ​ກັນສ້າງ​ຮົງ​ກົງ​​ໃຫ້​ຈະ​ເລີນຮຸ່ງ​ເຮືອງ​ແລະ​ກົມກຽວ​ກັນ.

ທ່ານ ເຈີ​ງຊິ້ງ​ຮົງ​​ເວົ້າ​ວ່າ, ພາຍຫຼັງ​ຮົງ​ກົງ​ກັບ​ຄືນ​ສູ່​ປ​ະ​ເທດ​ຊາດ​ແລ້ວ, ສັງຄົມ​​ໄດ້​ຮັກສາ​ຄວາມ​ໝັ້ນ​ທ່ຽງຕໍ່​ມາ, ຊາວ​ໂລກ​ຮັບ​ຮູ້​ຕໍ່​ມາ​ວ່ຮົງ​ກົງ​ແມ່ນໜຶ່ງ​ທີ່​ມີ​ພະລັງ​ຊີວິດ​ທີ່​ສຸດ​ແລະມີກຳ​ລັງ​ແກ່ງແຍ່ງ​ທີ່​ສຸດ​ໃນ​ໂລກ. ຄວາມ​ຈິງ​ໄດ້ຢັ້ງຢືນທິດ​ທາງປົກຄອງ​ຕົນ​ເອງໃນ​ລະດັບ​ສູງ​ເຊັນ"ປະ​ເທດ​ດຽວ​ສອງ​ລະບອບ" "ໃຫ້ຊາວ​ຮົງ​ກົງປົກ​ຄອງ​ຮົງ​ກົງນັ້ນ"​ແມ່ນ​ຖືກຕ້ອງ​ຢ່າງ​ສົມບູນ. ລັດຖະບານ​​ກາງ​ຖືການປະຕິບັດ​ທິດ​ທາງ​ດັ່ງກ່າວ​ເປັນ​ນະ​ໂຍບາຍ​ພື້ນຖານ​​ຍາວ​ນານຂອງລັດ,ແລະຈະ​ບໍ່​ຫວັ່ນ​ໄຫວ​ຄອນແຄນ​ແລະ​ບໍ່ປ່ຽນ​​ແປງ​ໂດຍບໍ່ວ່າໃນ​ເວລາ​ໃດ​ແລະໃຕ້​ສະພາບ​ໃດໆ.

ທ່ານ​ເວົ້າ​ວ່າ, ຮົງ​ກົງ​ພວມ​ປະ​ເຊີນ​ໂອກາດທີ່​ຫາ​ຍາກໃນການ​ບັນລຸ​ການພັດທະນາ​​ໃຫຍ່​ຫຼວງກວ່າ​​ເກົ່າ, ຫວັງ​ໃຫ້​ພີ່ນ້ອງ​ຮ່ວມ​ຊາດ​ຮົງ​ກົງ​ຈົ່ງ​ກຳ​ໂອກາດ, ​ເລັ່ງ​ລັດ​ພັດທະນາ, ອອກ​ຫົວຄິດ​ແລະອອກ​ເຫື່ອ​ເທ​ແຮງພ້ອມ​ກັນສ້າງ​ຮົງ​ກົງ​​ໃຫ້​ຈະ​ເລີນຮຸ່ງ​ເຮືອງ​ແລະ​ກົມກຽວ​ກັນ.