ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-12 16:34:03    
ອ່ານ​ຈົດໝາຍ​ຜູ້​ຟັງ0909(ສຽງ)

cri


ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ໂຄລົບ, ຊົມ​​ເຊີຍ​ທ່ານ​ສືບ​ຕໍ່​ຮັບ​ຟັງ​ລາຍການ​ເພື່ອນ​ມິດ​ຜູ້​ຟັງ. ​ໃນ​ລາຍການ​ມື້​ນີ້, ພວກ​ເຮົາ​ຂໍ​ຖາມ​ຂ່າວ​ຫາ​ທ່ານ​ພອນ​ປະສິດ ​ແສງ​ດາລາ​ດ ທີ່​ວິທະຍຸ​ຫຼວ​ງນ້ຳ​ທາ.

ຫວ່າງ​ກ່ອນນີ້​ບໍ່​ດົນ​, ພວກ​ເຮົາ​ໄດ້​ຮັບ​ຈົດໝາຍ​ຈາກ​ທ່ານ​ພອນ​ປະສິດ, ​ໃນ​ຈົດໝາຍ​ຂອງ​ທ່ານ​ໄດ້​ຂຽນ​ວ່າ: ທ່ານ​ພອນ​ປະ​ສີດ​ເອງ​ກໍ​ເປັນ​ພະນັກງາ​ນທີ່​ເຮັດ​ລາຍການ​ວິທະຍຸ, ທ່ານ​ໄດ້​ຕິດຕາມ​ຮັບ​ຟັງ​ລາຍການ​ວິທະຍຸ​ຊີ​ອາ​ໄອ​ພວກ​ເຮົາ​ມາ​ໄດ້​ຫຼາຍ​ປີ​ແລ້ວ, ທ່ານ​ເຫັນ​ວ່າ, ລາຍການ​ສາລະ​ຕ່າງໆ​ຂອງ​ວິທະຍຸ​ຊີ​ອາ​ໄອ​ຈັດ​ໄດ້​ດີ​ຫຼາຍ, ​ເປັນ​ໜ້າ​ຮຽນຮູ້​ເອົາ, ​ແລະ​ຫວັງ​ໃຫ້ການ​ພົວພັນ​ລະຫວ່າງ​ວິທະຍຸ​ຊີ​ອາ​ໄອ​ກັບ​ວິທະຍຸ​ຫຼວງ​ນ້ຳ​ທາ​ຈົ່ງ​ຂະຫຍາຍຕົວ​ໃນ​ຕໍ່​ໄປ​ພາຍ​ໜ້າ.

ຂອບ​ໃຈ​ທ່ານ​ພອນ​ປະສິດ​​ໄດ້​ຕີ​ລາຄາ​ໃນ​ລະດັບ​ສູງ​ຕໍ່​ລາຍການ​ວິທະຍຸ​ພວກ​ເຮົາ, ພວກ​ເຮົາ​ກໍ​ຫວັງ​ໃຫ້​ວິທະຍຸ​ທັງສອງ​​ພວກ​ເຮົາ​ຮັກສາ​ການ​ຕິດ​ຕໍ່​ພົວພັນ​ກັນຕໍ່​ໄປ.

​​ເພື່ອ​ສະ​ແດງ​ຄວາມ​ຂອບ​​ໃຈ​ຕໍ່​ທ່ານ​ພອນ​ປະສິດ​ທີ່​ໄດ້​ຂຽນ​ຈົດໝາຍ​ມາ​ໃຫ້​ພວກ​ເຮົາ, ​ໃນ​ລາຍການ​ມື້​ນີ້, ພວກ​ເຮົາ​ຈະ​ຈັດ​ເພງຈີນ​ທີ່​ຊື່ວ່າ, ​ເພງ​ຊາວ​ພູດ​ອຍ​ເໝືອນ​ກັບ​ແມ່​ນ້ຳ​ລະດູບານ​ໃໝ່ ​ສູ່​ທ່ານພອນ​ປະສິດ​ຟັງ, ຫວັງ​ວ່າ​ທ່ານ​ຄົງ​ຈະ​ມັກ.