ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-12 17:13:03    
ອິດ​ສະ​ລະ​ແອນ​ສຳ​ເລັດ​ການ​ຖອນ​ທະ​ຫານ​ອອກ​ຈາກ​ແຖບ​ກາ​ຊາ

cri Author: zhangshuo
ຕາມ​ຂ່າວCRI:ຕອນ​ຂ້ອນ​ແຈ້ງ​ວັນ​ທີ12​ກັນຍາ,ອິດ​ສະລະ​ແອນ​ໄດ້​ສຳ​ເລັດ​ການ​ຖອນ​ທະ ຫານ​ອອກ​ຈາກ​ແຖບ​ກາຊາ,​​ແລ້ວ​ປະກາດ​ສິ້ນສຸດ​ການ​ຍຶດຄອງ​ທາງ​ການ​ທະຫານຢູ່ແຖບ​ກາຊາ​ທີ່​ເປັນ​ເວລາ38​ປີ.

ລະຫວ່າງ7​ໂມງ​​ເຊົ້າມື້​ດຽວ​ກັນ,​ໂດຍ​ຄຽງ​ຄູ່​ກັບ​ທະຫານ​ອິດ​ສະລະ​ແອນ​ຜູ້​ສຸດ​ທ້າຍຖອນ​ອອກ​ຈາກ​ກາຊາ,ກອງ​ທະຫານ​ອິດ​ສະລະ​ແອນ​ໄດ້​ປິດສະຖານີ​ກວດກາ​ກິ​ຊູ​ຟິມຂອງ​ອິດ​ສະລະ​ແອນ​ທີ່​ໄປ​​ແຖບ​ກາຊາ,​ແລ້ວປະກາດວ່າ​ການ​ຖອນ​ທະຫານ​ອອກ​ຈາກ​ກາຊາສິ້ນສຸດ​ລົງ.​ໃນ​ພິທີ​ຊັກ​ທຸງຂຶ້ນ​ເສົາ​ທີ່​ຈັດ​ຂຶ້ນຢູ່​ຂ້າງ​ຊາຍ​ແດນ​ອິດ​ສະລະ​ແອນຕໍ່​ຈາກ​ນັ້ນ, ທ່ານ​ໂກ​ຊາ​ວີ ຜູ່​ບັນຊາ​ການ​ສູງ​ສຸດແຖບ​ກາຊາ​ຂອງ​ກອງ​ທະຫານ​ອິດສະລ​ແອນ​ເວົ້າວ່າ​,​ໃນ​ຕໍ່​ໄປ​ພາຍ​ໜ້າ,​ແຖບ​ກາຊາ​ຈະ​​ໃຫ້​ຝ່າຍ​ປາ​ເລັດ​ສະຕິ​ນ​​ຮັບຜິດຊອບ​ທັງ​ໝົດ,ກອງ​ທະຫານ​ອິດ​ສະ ລະ​ແອນ​ຈະ​ຈັດ​ວາງ​ຄືນ​ໃໝ່​ຢູ່​ຕາມ​​ເສັ້ນຊາຍ​ແດນ​ແຖບ​ກາ​ຊາ​ກັບ​ອິດ​ສະລະ​ແອນ​ຂ້າງ​ຝ່າຍ​ອິດ​ສະລະ​ແອນ.

ຕອນ​ຄ່ຳວັນ​ທີ11​ກັນຍາ,ທ່ານ​ອາ​ບາສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັດ​ສະຕິ​ນ ກ່າວ​ຢູ່​ແຖບ​ກາ​ຊາ​ວ່າ,ອິດ​ສະລະ​ແອນ​ຖອນ​ທະຫານ​ອອກ​ຈາກ​ແຖບ​ກາ​ຊາ​ບໍ່​ໝາຍ​ຄວາມ​ວ່າ​ຝ່າຍ​ອິດ​ສະລະ​ແອນ​ໄດ້​ສິ້ນສຸດ​ການ​ຍຶດຄອງ​ຢູ່​ແຖບ​ກາຊາ​ແລ້ວ.​ແຖບ​ກາ​ຊາ​ຍັງ​ເປັນ ຄຸກ​ໃຫຍ່​ແຫ່ງ​ໜຶ່ງ.