|
 |
(GMT+08:00)
2005-09-13 11:33:19
|
 |
ທ່ານອານນານແລະອາເມລິກາຊົມເຊີຍອີສຣາແອນສຳເລັດການຖອນອອກຈາກກາຊາ
cri
ຕາມຂ່າວcri, ວັນທີ12ກັນຍາ, ທ່ານອານນານ ເລຂາທິການໃຫຍ່ ອົງການສະຫະ ປະຊາຊາດແລະກະຊວງການຕ່າງປະເທດອາເມລິກາຕ່າງ ໄດ້ອອກຖະແຫຼງການຊົມເຊີຍອີສຣາແອນທີ່ໄດ້ສຳເລັດການຖອນອອກຈາກກາຊາ,ແລະຫວັງໃຫ້ສອງຝ່າຍປາເລັສຕິນອີສຣາແອນຟື້ນຟູຂະບວນວິວັດສັນຕິພາບຕາມແຜນການເສັ້ນທາງສັນຕິພາບຕາວັນອອກກາງ.
ໃນຖະແຫຼງການ, ທ່ານອານນານໄດ້ ຊົມເຊີຍລັດຖະບານອີສຣາແອນທີ່ໄດ້ສະແດງຄວາມຕັດສິນໃຈແລະຄວາມອົງອາດກ້າຫານທາງການເມືອງໃນໄລຍະຖອນໜີ, ພ້ອມທັງຕີລາຄາຢ່າງສູງຕໍ່ທ່ານອັບບາສຜູ້ນຳປາເລັສ, ຕິນທີ່ໄດ້ປະສານສົມທົບຢ່າງຕັ້ງໜ້າເພື່ອຮັບປະກັນໃຫ້ຝ່າຍ ອີສຣາແອນຖອນອອກຢ່າງສະດວກ.
ວັນທີ12ກັນຍາ, ທ່ານເອເຣລີ ຮອງໂຄສົກກະຊວງການຕ່າງປະເທດອາເມລິກາກໍ່ໃຫ້ສຳພາດຕໍ່ວົການໜັງສືພິມວ່າ, ອາເມລິກາຊົມເຊິຍອີສຣາແອນທີ່ສຳເລັດການຖອນອອກຈາກແຖບກາຊາ, ແລະຊົມເຊີຍສອງຝ່າຍປາເລັສຕິນອີສຣາແອນທີ່ໄດ້ອອກແຮງເຮັດໃຫ້ການຖອນອອກຈາກກາຊາໄດ້ຜົນສຳ ເລັດ.
|
|
|