ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-14 16:22:56    
​ເຫດ​ການ​ລົດ​ຍົນ​ລະ​ເບີດ​ທີ່​ເກີດ​ຂຶ້ນ​ຢູ່​ແບກ​ແດດ​ມີ​200​ກວ່າ​ຄົນ​ຕາຍ​ແລະ​ບາດ​ເຈັບ

cri Author: zhangshuo
ຕາມ​ຂ່າວCRI:ວັນ​ທີ14​ກັນຍາ,ຝ່າຍ​ຕຳຫຼວດອີ​ຣັກ​ເວົ້າວ່າ,ວັນ​ທີ14​ກັນຍາ,ຢູ່​ແບກ​ແດດ ນະຄອນຫຼວງອີຣັກ​ໄດ້​ເກີດ​ເຫດການ​ລົດຍົນ​ລະ​ເບີດແບບ​ຂ້າ​ຕົວ​ຕາຍ,ຢ່າງ​ໜ້ອຍ​ພາ​ໃຫ້70​ຄົນ​ຕາຍ,160ຄົນ​ບາດ​ເຈັບ.

ຕາມ​ຊາບ​ວ່າ,ການ​ລະ​ເບີດ​ເກີດ​ຂຶ້ນຢູ່​ຕອນ​ເຊົ້າລະຫວ່າງ6​ໂມງ​ເຄິ່ງ​ເວລາ​ທ້ອງ​ຖິ່ນ.ຜູ້​ຫຼອນ​ໂຈມ​ຕີ​ຜູ້​ໜຶ່ງ​ຂັບ​ລົດ​ຄັນ​ໜຶ່ງທີ່​ບັນທຸກ​ເຄື່ອງ​ລະ​ເບີດ​ແລ່ນ​ເຂົ້າສະໜາມ​ຫຼວງ​ແຫ່ງ​ໜຶ່ງ​ທີ່​ເຂດ ຄາ​ຊີ​ມີ​ຢາ ພາກ​ເໜືອ​ແບກ​ແດດ,​ແລະ​ຈູດ​ເຄື່ອງ​ລະ​ເບີ​ດ,​ໃນ​ຄາວ​ນັ້ນ,ມີ​ກຳມະກອນ​ກໍ່ສ້າງ​ຈຳນວນ​ຫຼວງຫຼາຍຢືນຢູ່​​ສະໜາມຫຼວງລໍຖ້າ​​ຈະ​ເຂົ້າບ່ອນ​ກໍ່ສ້າງ, ສະນັ້ນ,ການລະ​ເບີດ​ພາ​ໃຫ້​ຄົນ​ຈຳນວນ​ຫຼວງຫຼາຍຕາຍ​ແລະ​ບາດ​ເຈັບ.