ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-14 16:48:26    
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ ​​ເຈົ້າ​ໜ້າ​ທີ່​​ໄຕ້​ຫວັນ​ຄວນ​ຢຸດ​ຕິ​ທຸກ​ການ​ເຄື່ອນ​ໄຫວ​​ແບ່ງ​ແຍກ​ປະ​ເທດ​

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ14​ກັນຍາ,ຢູ່​ທີ່​ປັກ​ກິ່ງ,ທ່ານ​ຊິນ​ກາງ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,​ເຈົ້າ​ໜ້າ​ທີ່ໄຕ້​ຫວັນ​ຄວນ​ຢຸດ​ຕິ​ທຸກ​ການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ປະ​ເທດ​,ກັບ​ຄືນ​ສູ່​ຫຼັກ​ການ​​ຈີນ​ດຽວ.


ຕອນ​ຮຸ່ງ​​ເຊົ້າ​ວັນ​ທີ14​ກັນຍາ,ຄະນະ​ກຳ​ມະ​ການ​ວຽກ​ງານ​ທົ່ວ​ໄປ​ສະມັດຊາ​ໃຫຍ່ສະ​ປະຊາ​ຊາດ​ສະ​ໄໝ​ທີ60​ໄດ້​ປະຕິ​ເສດບໍ່​ຈັດ​ຍັດຕິ​ບັນຫາ​ອັນ​ທີ່​​ເອີ້ນ​ວ່າ"ສິດ​​ຜູ້​ແທນ​​ໄຕ້​ຫວັນ​ໃນ​ສະຫະ​ປະ​ຊາ​ຊາດ"​ເປັນ​ຕົ້ນ​ເຂົ້າ​ໃນ​ລະບຽບ​ຂອງ​ກອງ​ປະ​ຊຸມສະຫະ​ປະຊາ​ຊາດ.ທ່ານ​​ເຈນ ​​ແອ​ເລຍ​ຊັນ​ປະ​ທານ​ສະມັດ​ຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ໄດ້​ປະກາດ​ການ​ຕົກລົງໃນ​ກອງ​ປະຊຸມ​ຄົບ​ຄະນະ​ກຳ​ມະ​ການ​ວຽກ​ງານ​ທົ່ວ​ໄປ.ນີ້​ແມ່ນ​​ເຈົ້າ​ໜ້າ​ທີ່ໄຕ້​ຫວັນ​ພິ​ປອງ​ສ້າງ​ລະຄອນ​ຕະຫຼົກ"ສອງ​ປະ​ເທ​ດຈີນ"ຫຼື"ຈີນ​ດຽວ​​ໄຕ້​ຫວັນ​ດຽວ"​ພາຍ​ໃນ​ສະຫະ​ປະຊາ​ຊາດ​ໄດ້ປະ​ສົບການ​ເສຍ​​ໄຊ​ອັນເຈັບ​ແສບ​ຄັ້ງ​ທີ13​ແລ້ວ.


ຕໍ່​ເລື່ອງ​ນີ້,ທ່າ​ນຊິນ​ກາງ​​ວິຈານ​ວ່າ,​ໃນ​ໂລກ​ນີ້​​ມີ​ແຕ່​ປະ​ເທດ​ຈີນ​ດຽວທໍ່​ນັ້ນ,​​ໄຕ້​ຫວັນ​ຈະເຂົ້າ​ຮ່ວມ​ອົງ​ການ​ສະຫະ​ປະ​ຊາ​ຊາດ​ທີ່​ປະກອບ​ດ້ວຍ​ປະ​ເທດ​​ອະ​ທິປະ​ໄຕບໍ່​ໄດ້,ໃນ​ຖານະ​ເປັນ​ພາກ​ສ່ວນ​ໜຶ່ງຂອງ​ຈີນ.