ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-14 17:01:03    
ຍາມ​ສະ​ໜຸກ​ຢ່າ​ລືມ​ອຸ​ບາດ ຍາມ​ໄດ້​ລາບ​ໃຫ້​ຄຳ​ນຶງ​ໂພຍ​ໄພ(ສຽງ)

cri Author: zhangshuo

ໃນ​ລາຍການ​ພາກ​ນີ້, ຂ້າພະ​ເຈົ້າຈະ​ເລົ່າ​ສຸພາສິດ​ເລື່ອງ "ຈີ່​ອ່ານ​ຊື​ເວິ່ຍ" ສູ່​ຟັງ, ສຸພາສິດ​ນີ້​ໝາຍ​ເຖິງ "ຍາມ​ສະໜຸກ​ຢ່າ​ລືມ​ອຸບາດ ຍາມ​ໄດ້​ລາບ​ໃຫ້​ຄຳນຶງ​ໂພຍ​ໄພ".

​ໃນ​ສະ​ໄໝ​ຊຸນ​ຊິວ​ຍຸດທະ​ຈັກຂອງ​ຈີນ, ລັດ​ເຈິ້ງ​ທີ່​ກຳລັງ​ອ່ອນ​ໄດ້​ຢູ່​ລະຫວ່າງ​ລັດ​ຈິ້ນ​ແລະ​ລັດ​ສູ ​ເຊິ່ງ​ແມ່ນສອງ​ລັດ​ທີ່​​ເຂັ້ມ​ແຂງ, ຈຶ່ງ​ຕົກ​ຢູ່​ໃນ​ສະພາບ​ລຳບາກ​ທີ່​ສຸດ.​ເພື່ອ​ປົກ​ປັກ​ຮັກ​ສາ​ຕົນ​ເອງ, ​ເຈົ້າຊີວິດ​ລັດ​ເຈິ້ງ​ໄດ້​ຊົງຮຽກ​ເສນາ​ບໍດີ​ທັງຫຼາຍມາ​ປຶກສາ​ຫາລື​ກັນ, ​ໃນ​ທີ່​ສຸດ​ໄດ້​ຕົກລົງ​ປະຕິບັດແຜນການຊົ່ວຄາວ ຄື​ເຂົ້າຂ້າງ​ລັດ​ຈິ້ນ​ທີ່​ເຂັ້ມ​ແຂງ​ກວ່າ​ໝູ່​ຢ່າງ​ເຖິງ​ຖອງ.

ເຈົ້າຊີວິດ​ລັດ​ເຈິ້ງ​ເລີຍ​​ແຕ່ງ​ຄົນ​​ໃຫ້​ສິນ​ບົນ​ແກ່​ລັດ​ຈິ້ນ​ຢ່າງຫຼວງຫຼາຍ. ພວກ​ເຂົາ​ເຈົ້າ​ໄດ້​ຄັດ​ເລືອກ​ນາງ​ສາວ​ທີ່​ງາມ​ກວ່າ​ໝູ່​ແລະ​ຊ່າງ​ຮ້ອງ​ຊ່າງ​ລຳ​ກວ່າ​ໝູ່​ໃນ​ລັດ​ເຈິ້ງ 16 ຄົນ,​ຄັດ​ເລືອກ​ນັກ​ດົນຕີ​ທີ່​ມີ​ຊື່​ສຽງ​ກວ່າ​ໝູ່​ໃນ​ທົ່ວ​ລັດ​ເຈິ້ງ 3 ຄົນສົ່ງ​ໃຫ້​ລັດ​ຈິ້ນ, ຍັງ​ມີ​ເຄື່ອງ​ດົນ​ຕີ​ຫຼາຍ​ຊະ​ນິດ ​ແລະລົດ​ສູ້​ລົບ​ທີ່​ປະກອບ​ດ້ວຍ​ເກາະ100ຄັນ​ແລະ​ອາວຸດ​ຊະນິດ​ອື່ນໆ.ຈິ້ນຕ້​າວກົ່ງ ​ເຈົ້າຊີວິດ​ລັດ​ຈິ້ນ​ໄດ້​ຮັບ​ຂອງຂວັນ​ຈຳນວນຫຼວງຫຼາຍຄື​ແນວ​ນີ້​ຈາກ​ລັດ​ເຈິ້ງ ​ເຊິ່ງ​ເປັນ​ລັດ​ນ້ອຍໆ, ​ເລີຍ​ດີ​ພະ​ໄທ​ທີ່​ສຸດ.ພະ​ອົງ​ຊົງ​ຕົກລົງ​ພ້ອມ​ກັນ​ກັບ​​ເສນາ​ບໍດີເວິ​ຍຈ້ຽງ ສະ​ເຫ​ວີຍຂອງຂວັນ​ເຫຼົ່ານີ້ ນຳ​ກັນ,ພະ​ອົງ​ພະ​ລາຊະທານ​ນາງ​ຮ້ອງ​​ໃຫ້​ເພິ່ນ 8 ຄົນ, ​ແລະ​ຊົງ​ເວົ້າ​ວ່າ: ​ໃນຫຼາຍປີ​ມາ​ນີ້, ​ເຈົ້າຊ່ອຍ​ພະ​ອົງ​ເຮົາວາງ​ແຜນສ້າງ​ນະ​ໂຍບາຍ,ຄາດ​ການ​ແມ່ນ​ຢຳ​ເໝືອນ​ເທວະ​ດາ, ສູ້​ເໜືອ​ສູ້​ໃຕ້, ຈັ່ງ​ແມ່ນ​ແຂນ​ຂາ​ຂອງ​ພະ​ອົງ​ເຮົາ​ແທ້, ​ເຈົ້າກັບ​ພະ​ອົງ​ເຮົາ​ໄດ້​ຮ່ວມ​ມື​ກັນ​​ເປັນຢ່າງ​ດີ​ທີ່​ສຸດ, ​ເໝືອນ​ດັ່ງຮ້ອງ​ເພງ​ກັບການບັນ​ເລງ ​ ​ປະ​ສົມ​ປະ​ສານ​ກັນ​ໄດ້​ດີຫຼາຍ. ​ເຈົ້າກັບ​ພະ​ອົງ​ເຮົາ​ພ້ອມ​ກັນ​ຜ່ານ​ຜ່າ​ຄວາມ​ລຳບາກ​ກາກ​ກຳ, ພ້ອມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ກໍ​ຄວນ​ສະ​ເຫ​ວີຍພ້ອມ​ກັນ.

ເວິ​ຍຈ້ຽງ​ໄດ້​ປະຕິ​ເສດ​ການ​ພະ​ລາຊະ​ທານ​ຂອງ​ຈິ້ນ​ຕ້າວ​ກົ່ງດ້ວຍ​ຄວາມ​ອ່ອນ​ຫວານ, ​ແລະ​ສວຍ​ໂອກາດ​ເຕືອນ​ຈິ້ນ​ຕ້າວ​ກົ່ງ​ໂດຍ​ກົງ​ວ່າ: ປະ​ເທດ​ເຮົາປົກຄອງ​ໄດ້​ເຂັ້ມ​ແຂງ​ຄື​ແນວ​ນີ້,​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ສາມັນ​ຊົນກໍ​ມີ​ຄວາມ​ສະຫງົບຄື​ແນວ​ນີ້, ກ່ອນ​ອື່ນ​ແມ່ນ​ຍ້ອນ​ພະ​ບາດ​ສົມ​ເດັດ​ສະຫຼາດສອ່ງ​ໃສ, ປົກຄອງ​ລັດ​ໄດ້​ດີ, ຖັດມາ​ແມ່ນ​ຍ້ອນ​ເສນາ​ບໍ​ດີ​ທັງ​ຫຼາຍ​ສາ​ມັກ​ຄີ​ກັນ. ຄົນ​ທັງຫຼາຍສາມັກຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ​ແມ່ນ​ເພື່ອ​ເປົ້າໝາຍ​ອັນ​ໜຶ່ງ​ອັນ​ດຽວ​ກັນ, ນັ້ນກໍ​ຄື ​ເຫັນ​ພ້ອມ​ພະ​ບາດ​ສົມ​ເດັດ​ປົກຄອງ​ປະ​ເທດ​ໃຫ້​ດີ.​ຂ້າ​ນ້ອຍ​ຜູ່​ດຽວ​ມີ​ກຳລັງ​​ເບົາບາງ, ມີ​ຄຸນງາມຄວາມດີ​ຫຍັງ​ແດ່? ຂ້ານ້ອຍພຽງ​ແຕ່​ຫວັງ​ໃຫ້ພະ​ບາດ​ສົມ​ເດັດ​ຈົ່ງ​ຄຳ​ນຶງເຖິງ​ວ່າ​ປະ​ເທດ​ເຮົາ​ຍັງ​ມີຫຼາຍໆ​ວຽກ​ຕ້ອງ​ເຮັດ​ໃນ​ຂະ​ນະ​ສະ​ເຫ​ວີຍ​ຄວາມ​ສຳ​ລານ​, ຕ້ອງ​ລະມັດລະວັງ​ຄວາມ​ອັນຕະລາຍ​ແລະ​ບ່ອນ​ຫວ່າງ​ທີ່​ແຝງ​ຢູ່. ໃນ​ໜັງສື​ບູຮານ​ມີ​ຄຳ​ເວົ້າໜຶ່ງ​ເວົ້າ​ໄດ້​ດີ​ແທ້: ຍາມ​ສະໜຸກ​ຢ່າ​ລືມ​ອຸບາດ ຍາມ​ໄດ້​ລາບ​ໃຫ້​ຄຳນຶງ​ໂພຍ​ໄພ, ຄຳນຶງ​ເຖິງກ່ອນ​​ແລ້ວຈຶ່ງຈະ​ກະກຽມ​ໄວ້​ກ່ອນ​ໄດ້, ກຽມ​​ໄວ້ກ່ອນ​ແລ້ວ​ຈຶ່ງ​ບໍ່​ມີ​ໄພ​ອັນຕະລາຍ. ຂ້ານ້ອຍ​ຂໍ​ເຕືອນ​ພະ​ບາດ​ສົມ​ເດັດ​ດ້ວຍ​ຄຳ​ເວົ້າດັ່ງກ່າວ.

ຈິ້ນ​ຕ້າວ​ກົ່ງ​ຮັບ​ເອົາ​ຄຳ​ເຕືອນ​ຂອງ​ເວິ​ຍຈ້ຽງ, ​ແລະຊົງ​ປະລະຄວາມ​ຄຶດ​ສະ​ເຫວີຍ​ຄວາມ​ສຸກ​ສຳ​ລານ​ໃນ​ຍາມ​ສັນຕິ​.